ທ່ານນາງ Laura Bush ອະດີດສະຕຣີໝາຍເລກນຶ່ງຂອງສະຫະລັດ ກໍາລັງຊ່ວຍໃຫ້ເກີດ
ຄວາມຄຶກຄັກຊຸກຍູ້ ກອງປະຊຸມໂຣກເອດສ໌ນານາຊາດທີ່ ນະຄອນຫຼວງວໍຊິງຕັນ ໂດຍໄດ້
ເຕືອນຄວາມຊົງຈຳຂອງພວກທີ່ເຂົ້າມາຮ່ວມຟັງ ເຖິງຄວາມກ້າວໜ້າໃນການປາບປາມ
ພະຍາດທີ່ອັນຕະລາຍເຖິງແກ່ຊີວິດນີ້.
ທ່ານນາງ Laura Bush ພັນລະຍາຂອງອະດີດປະທານາທິບໍດີບູສ ໄດ້ຮັບສຽງຕົບມືຊົມ
ເຊີຍຢ່າງໃຫຍ່ເພື່ອວັນພະຫັດວານນີ້ ເວລາທ່ານນາງເວົ້າ ເຖິງຜົນກະທົບທີ່ສິ້ນຄ່າໃຊ້ຈ່າຍ
ຫຼາຍພັນລ້ານໂດລາ ຂອງທຶນການຊ່ວຍເຫຼືອເພື່ອປາບປາມໂຣກເອດສ໌ຂອງສະຫະລັດ
ໂດຍສະເພາະໃນຂົງເຂດອາຟຣິການັ້ນ.
ແຕ່ຢ່າງໃດກໍດີ ມີຄວາມເປັນຫ່ວງທີ່ເພີ່ມຂຶ້ນໄປນັບມື້ວ່າ ຜົນສໍາເລັດທາງດ້ານຢຸກຢາ ເພື່ອ
ປາບໂຣກເອດສ໌ນີ້ ກໍຍັງຈະບໍ່ສາມາດຊ່ວຍເຫຼືອ ພວກຄົນທີ່ຕົກຢູ່ໃນຄວາມສ່ຽງຫຼາຍທີ່ສຸດ
ຈາກພະຍາດທີ່ອັນຕະລາຍເຖິງແກ່ຊີວິດນີ້ໄດ້ເທື່ອ ຍ້ອນຢຸກຢາດັ່ງກ່າວຍັງໄປບໍ່ທົ່ວເຖິງຄົນ
ພວກນີ້.