ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນຮົບ ຖິ້ມລະເບີດໃສ່ ເມືອງ Aleppo 4 ມື້ລຽນຕິດ


ພະນັກງານກູ້ໄພເຮັດວຽກ ທີ່ຈຸດເກີດເຫດ ໂຈມຕີທາງອາກາດ ໃນຊຸມຊົນ al-Sakhour ຂອງພວກສ່ວນທີ່ຖືກຄວບຄຸມ ໂດຍພວກຕໍ່ຕ້ານ ໃນພາກຕາເວັນອອກຂອງເມືອງ Aleppo, ຊີເຣຍ.
ພະນັກງານກູ້ໄພເຮັດວຽກ ທີ່ຈຸດເກີດເຫດ ໂຈມຕີທາງອາກາດ ໃນຊຸມຊົນ al-Sakhour ຂອງພວກສ່ວນທີ່ຖືກຄວບຄຸມ ໂດຍພວກຕໍ່ຕ້ານ ໃນພາກຕາເວັນອອກຂອງເມືອງ Aleppo, ຊີເຣຍ.

ພະນັກງານຊ່ວຍເຫຼືອຢູ່ໃນເມືອງ Aleppo ທີ່ໄດ້ຖືກທຳລາຍໃນ ຊີເຣຍ ກ່າວວ່າ ຊີເຣຍ ແລະ ພັນທະມິດ ຣັດເຊຍ ຂອງພວກເຂົາເຈົ້າ ໄດ້ເພີ່ມການ​ໂຈມ​ຕີຖິ້ມລະເບີດໃສ່ຫຼາຍ ພາກສ່ວນທາງພາກຕາເວັນອອກຂອງເມືອງດັ່ງກ່າວທີ່ຄວບຄຸມໂດຍພວກຕໍ່ຕ້ານໃນວັນ ຈັນວານນີ້, ເຮັດໃຫ້ປະຊາຊົນເກືອບ 100 ຄົນຖືກຂ້າຕາຍໃນຄວາມຮຸນແຮງ ແລະ ການ ທຳລາຍ​ໃນ​ມື້ທີສີ່ລຽນຕິດ.

ພະນັກງານບັນເທົາທຸກຈາກອົງການສາສະໜາ Anglican ໄດ້ສົ່ງຂໍ້ ຄວາມຜ່ານ​ທາງ Twitter ວ່າ ຜູ້ທີ່ເສຍຊີວິດລວມມີເດັກນ້ອຍ. ພວກເຂົາເຈົ້າຍັງໄດ້ກ່າວວ່າ ເຈົ້າໜ້າທີ່ການ ແພດ ແລະໂຮງໝໍແຫ່ງຕ່າງໆແມ່ນບໍ່ສາມາດຮັບມືກັບຜູ້ບາດເຈັບ ແລະ ເສຍຊີວິດໄດ້, ຍ້ອນວ່າ​ບໍ່​ມີ​ການ​ສົ່ງ​ອຸບປະກອນການ​ແພດ​ແລະ​ຢາ​ປົວ​ພະຍາດເພີ່ມເຕີມໄປໃຫ້.

ຮູບພາບນີ້ສະແດງໃຫ້ຜູ້ຊາຍຫຼາຍຄົນກຳລັງຮັບການປິ່ນປົວບາດແຜ ໃນໂຮງໝໍທ້ອງຖິ່ນແຫ່ງໜຶ່ງ ຫຼັງຈາກການໂຈມຕີທາງອາກາດໃນເມືອງ Aleppo, ຊີເຣຍ. 24 ກັນຍາ 2016.
ຮູບພາບນີ້ສະແດງໃຫ້ຜູ້ຊາຍຫຼາຍຄົນກຳລັງຮັບການປິ່ນປົວບາດແຜ ໃນໂຮງໝໍທ້ອງຖິ່ນແຫ່ງໜຶ່ງ ຫຼັງຈາກການໂຈມຕີທາງອາກາດໃນເມືອງ Aleppo, ຊີເຣຍ. 24 ກັນຍາ 2016.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວຕອບໂຕ້ຕໍ່ການ ລາຍງານທີ່ວ່າ ລັດຖະບານ ຊີເຣຍ ຂອງປະທາ ນາທິບໍດີ Bashar al-Assad ແລະ ພັນ ທະມິດ ຣັດເຊຍ ຂອງພວກເຂົາເຈົ້າ “ເບິ່ງຄືວ່າຕັ້ງໃຈທີ່ຈະຍຶດເອົາເມືອງ Aleppo ແລະ ທຳລາຍມັນໃນການປະຕິບັດການນັ້ນ.”

ທ່ານ Kerry ບໍ່ໄດ້​ໃຫ້​ຄວາມ​ສຳຄັນກັບການລາຍງານທາງໂທລະພາບ ຈາກນະຄອນຫຼວງ Damascus ທີ່ເນັ້ນຄຳເວົ້າຂອງນັກການທູດຂອງ ຊີເຣຍວ່າ ລັດຖະບານຂອງທ່ານ Assad ໄດ້ກຽມພ້ອມທີ່ຈະເຂົ້າຮ່ວມ ລັດຖະບານ​ປະສົມ​ເພື່ອ​ຄວາມ​ສາມັກຄີ​ຊາດ.

ທ່ານ Kerry ໄດ້ກ່າວຈາກເມືອງ Cartagena ໃນປະເທດ ໂຄລົມເບຍ ວ່າ “ໃນຂະນະ ທີ່ພວກເຂົາເຈົ້າກຳລັງຖະລົ່ມເມືອງ Aleppo, ຖິ້ມລະເບີດໂດຍບໍ່ແຍກແຍະ, ເຂັ່ນຂ້າ ແມ່ຍິງ ແລະ ເດັກນ້ອຍ, ການກ່າວ ກ່ຽວກັບ ລັດຖະບານສາມັກຄີ​ຊາດນັ້ນແມ່ນຂ້ອນ ຂ້າງຈະຍາກ.”

ບັນດານັກສັງເກດການ ຈາກອົງການສິ້ງຊອມສິດທິມະນຸດ ​ໃນຊີເຣຍ ກ່າວວ່າ ປະຊາຊົນ ເກືອບ 250 ຄົນໄດ້ຖືກຂ້າຕາຍໃນເມືອງ Aleppo ແລະ ຂົງເຂດທີ່ຢູ່ອ້ອມ​ແອ້ມ ນັບຕັ້ງແຕ່ ສັນຍາການຢຸດຍິງທີ່ບໍ່ໝັ້ນຄົງໄດ້ຖືກທຳລາຍໃນຕົ້ນເດືອນນີ້. ສັນຍາດັ່ງກ່າວ, ໄດ້ຖືກເຈ ລະຈາໂດຍບັນດານັກການທູດ ຣັດເຊຍ ແລະ ສະຫະລັດ ​ແມ່ນຮຽກຮ້ອງໃຫ້ມີຂຶ້ນເພື່ອອະ ນຸຍາດໃຫ້ພະນັກງານຊ່ວຍເຫຼືອ ສາມາດຈັດ​ສົ່ງອາຫານທີ່ມີຄວາມຕ້ອງການທີ່​ສຸດ ແລະ ຢາປົວ​ພະຍາດ ​ໄປໃຫ້ພົນລະເຮືອນຫຼາຍຮ້ອຍພັນຄົນ ທີ່ຖືກຕັດຂາດຈາກເຄື່ອງໃຊ້ຕ່າງໆ.

ແນວໃດກໍຕາມ, ນັກສັງເກດການ, ໄດ້ຊີ້ໄປໃສ່ການຖິ້ມລະເບີດທີ່ຮ້າຍແຮງຕໍ່ຂະບວນລົດ ບັນເທົາທຸກ ໃນສັບປະດາທີ່ຜ່ານມາ ໃກ້ກັບເມືອງ Aleppo, ໂດຍກ່າວວ່າ ສັນຍາຢຸດຍິງ ໄດ້ປະສົບ​ກັບ​ຄວາມລົ້ມແຫຼວເກືອບຈະຕັ້ງແຕ່ຈາກຕອນເລີ່ມຕົ້ນເລີຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Horror Reaches New Highs in Aleppo as Russian-backed Government Targets Civilians, Aid Workers
please wait

No media source currently available

0:00 0:02:26 0:00

XS
SM
MD
LG