ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຟິລິບປິນ ທີ່ປະສົບໄພ ພາຍຸ Haiyan ໄດ້ຮັບ ການຊ່ວຍເຫຼືອ ຈາກນາໆຊາດ (ສະໄລດ໌/ວີດີໂອ)


ຊາວຟິລິບປິນ ຜູ້ປະສົບໄພ ພາຍຸ Haiyan ຈຸນຶ່ງ ກໍາລັງ ໄດ້ຮັບການຊ່ວຍເຫຼືອ ຈາກນາໆຊາດ
ຊາວຟິລິບປິນ ຜູ້ປະສົບໄພ ພາຍຸ Haiyan ຈຸນຶ່ງ ກໍາລັງ ໄດ້ຮັບການຊ່ວຍເຫຼືອ ຈາກນາໆຊາດ
ພວກ​ລອດ​ຊີວິດ​ຈາກ​ພາຍຸ​ໄຕ້​ຝຸ່ນ​ຄວາມ​ແຮງ​ສູງ​ ທີ່​ພັດຖະຫຼົ່ມຟິລິ​ບປິນ ​ເມື່ອນຶ່ງອາທິດ​ກວ່າໆຜ່ານ​ມາ​ນີ້​ ​ໄດ້​ພາກັນ​ໄປເຕົ້າ​ໂຮມ​ກັນ ​ຢູ່​ວັດ​ທີ່​ເພພັງ​ໄປແລ້ວ ​ເມື່ອ​ວັນ​ອາທິດ​ມື້​ນີ້ ​ໃນ​ຂະນະ​ທີ່​ການ​ຊ່ວຍ​ເຫຼືອຈາກ​ນາໆ​ຊາດ ກໍາລັງ​ໄປຮອດ​ໄປ​ເຖິງ.

ພິທີ​ທາງ​ສາສະໜາໃນວັນ​ອາທິດ​ມື້​ນີ້ ຖື​ວ່າ​ເປັນ​ເວລາ​ແຫ່ງ​ຄວາມສະທ້ອນ​ໃຈ​ຂອງ​ຊາວ​ຟິລິບ​ປິນຫຼາຍລ້ານ​ຄົນ ຊຶ່ງຫຼາຍໆ​ຄົນ​ບໍ່​ມີ​ບ້ານເຮືອນຢູ່​ອາ​ໄສຢູ່​ໃນ​ປະ​ເທດ​ທີ່​ປະຊາຊົນ ນັບຖື​ສາສະໜາ​ຄາ​ທໍ​ລິກ 80 ​ເປີ​ເຊັນນັ້ນ.

Aid Just Reaching Hard-Hit Philippines Islands
please wait

No media source currently available

0:00 0:02:01 0:00
ລິງໂດຍກົງ


ປະທານາທິບໍດີ Benigno Aquino ​ໄດ້​ຂໍ​ຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ມີ​ຄວາມ ອົດທົນ ​ແລະ​ເຂົ້າ​ໃຈ​ໃນ​ເຫດ​ຮ້າຍ​ຄັ້ງ​ນີ້ ​ເວລາ​ທີ່ທ່ານ​ໄດ້​ໄປ​ຢ້ຽມຢາມຂົງ​ເຂດ ​ທີ່ໄດ້​ຮັບ​ຜົນ​ກະທົບ ແຮງ​ທີ່​ສຸດຈາກ​ລົມພາຍຸ ​ໃນ​ພາກ​ກາງຂອງ​ປະ​ເທດ​ ​ໃນ​ວັນ​ອາທິດ​ມື້​ນີ້.

​ໃນ​ຂະນະ​ດຽວ​ກັນ ການ​ຊ່ວຍ​ເຫຼືອຈາກຫຼາຍໆ​ປະ​ເທດ ​ໂຮມ​ທັງ​ສະຫະລັດ​ ກໍາລັງ​ຕົກ​ໄປ​ຮອດ​ໄປ​ເຖິງ ​ປະຊາ​ຄົມທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ນັ້ນ ຫລາຍ ​ຂຶ້ນ​ເລື້ອຍໆ. ​ແຕ່​ແນວ​ໃດກໍ​ຕາມເຂດ​ທີ່ຢູ່​ສອກຫຼີກຫ່າງ​ໄກ​ຫຼາຍ​ບ່ອນ ການ ​ຊ່ວຍ​ເຫຼືອຍັງ​ບໍ່​ໄປ​ຮອດ​ໄປ​ເຖິງເທື່ອ.

ພາຍຸ​ໄຕ້​ຝຸ່ນ Haiyan ທີ່ໄດ້​ພັດ​ເຂົ້າຖະຫຼົ່ມຟິລິບ​ປິນ​ໃນ​ຕອນເຊົ້າວັນ​ທີ 8 ພະຈິກ​ນີ້ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແ​ລ້ວ ຫຼາຍກວ່າ 3,600 ຄົນ ​ແລະຫຼາຍ​ແສນ​ຄົນ​ບໍ່​ມີ​ບ້ານ​ເຮື​ອນ​ຢູ່​ອາ​ໄສ. ຄາດ​ກັນ​ວ່າ​ຈໍານວນ​ຜູ້​ເສຍ​ຊີວິດ​ຈະ​ສູງ​ຂຶ້ນ ຍ້ອນ​ມີຫຼາຍຄົນ​ ຍັງ​ຫາຍ​ສາບ​ສູນ​ຢູ່​ໃນ​ຂະນະ​ນີ້.​

XS
SM
MD
LG