ໃນຂະນະທີ່ສະພາບອາກາດໃນລະດູໜາວພວມໜາວຂຶ້ນຢູ່ໃນ ຢູເຄຣນ, ອົງການ UNICEF ແລະອົງການຊ່ວຍເຫຼືອອື່ນໆ ກໍາລັງໃຫ້ການຊ່ວຍເຫຼືອຊຸມຊົນໃນພາກຕາເວັນອອກຢູ່ເມືອງ ຄາກີບ ຂອງ ຢູເຄຣນ ເພື່ອກຽມພ້ອມສໍາລັບລະດູໜາວນີ້. ປະຊາຊົນໃນທ້ອງຖິ່ນຫຼາຍຄົນ ສູນເສຍວຽກເຮັດງານທຳ ແລະແຫຼ່ງລາຍຮັບທີ່ໜ້າເຊື່ອຖື ເນື່ອງຈາກສົງຄາມ ແລະບໍ່ສາມາດຈ່າຍຄ່າຄວາມອົບອຸ່ນໄດ້. ໃນນັ້ນ ມີຄອບຄົວ ມາລາກີ (Malakey), ຜູ້ທີ່ລູກທັງສອງຄົນພິການ.
ປະຊາຊົນຊາວ ຢູເຄຣນ (UKR) ກ່າວວ່າ:
“ຂ້ອຍຕ້ອງການສອງຖັງນີ້ເພື່ອເຮັດໃຫ້ເຮືອນຂອງຂ້ອຍອຸ່ນຂຶ້ນ. ຂ້ອຍເອົາຟືນໃສ່ເຕົາໄຟໃນຕອນເຊົ້າ ແລະມັນກໍໄໝ້ຈົນຮອດຕອນແລງ” ນາງອີຣີນາ ມາລາກີ ກ່າວ.
ຢູ່ໃນເຮືອນຂອງ ນາງ ອີຣີນາ ມາລາກີ (Iryna Malakey), ມີໝໍ້ຕົ້ມນໍ້ານ້ອຍທີ່ໃຊ້ຟືນຂະໜາດນ້ອຍນີ້ ເປັນແຫຼ່ງຄວາມຮ້ອນດຽວເທົ່ານັ້ນ, ເຊິ່ງຕ້ອງໄດ້ໃຊ້ຟືນໃນການຕົ້ມເກືອບຕະຫຼອດເວລາ.
ນາງ ມາລາກີ ອາໃສຢູ່ກັບສາມີ ແລະລູກສາມຄົນໃນເມືອງ ເດີຣາຈີ (Derhachi) ຢູ່ຂົງເຂດ ຄາກີບ ຕັ້ງຢູ່ໃນພາກຕາເວັນອອກຂອງ ຢູເຄຣນ ທີ່ມີການສູ້ລົບກັນ.
ລູກສາວອາຍຸ 8 ປີຂອງນາງ, ນາງ ອານເຊລິກາ (Anzhelika) ເປັນຄົນທີ່ມີພັດທະນາການຫຼ້າຊ້າ.
ລູກຊາຍອາຍຸ 13 ປີຂອງນາງ, ທ້າວ ສເວຍໂຕສລາບວ໌ (Sviatoslav) ຖືກກວດພົບວ່າ ເປັນພະຍາດເບົາຫວານ ໃນຊ່ວງລະດູຮ້ອນຂອງປີ 2023.
ນາງ ອິຣີນາ ມາລາກີ, ປະຊາຊົນຊາວເມືອງ ເດີຮາຈີ (UKR) ກ່າວວ່າ:
“ຍ້ອນສົງຄາມ, ມັນຈຶ່ງມີບັນຫາຕ່າງໆກ່ຽວກັບເລື່ອງຂອງຢາໝົດ ຫຼື ຢາທີ່ຫາຍາກ. ໃນລະດູຮ້ອນນີ້, ພວກເຮົາຕ້ອງເດີນທາງໄປ ຄູປີອານສກ໌ (Kupiansk) ເພື່ອເອົາຢາທີ່ຈໍາເປັນ ເນື່ອງຈາກມັນບໍ່ມີຢູ່ບ່ອນໃດອີກແລ້ວ ໃນ ຢູເຄຣນ.”
ສາມີຂອງນາງ ເປັນຜູ້ຫາລ້ຽງໝົດທຸກຄົນໃນຄອບຄົວ. ລາວເປັນຊ່າງປູກະເບື້ອງ, ລາວຮັບເຮັດວຽກທຸກໆຄັ້ງ ເມື່ອລາວມີໂອກາດ, ໃນຂະນະທີ່ ນາງ ອີຣີນາ ເອງ ປະກອບອາຊີບເປັນຊ່າງຫຍິບເຄື່ອງ, ແລະກໍາລັງພະຍາຍາມຊອກຫາວຽກເຮັດງານທໍາຢູ່.
ນາງ ອິຣີນາ ມາລາກີ ກ່າວວ່າ:
“ຂ້ອຍຈະຮັບເອົາວຽກທີ່ສາມາດນໍາເມືອເຮັດຢູ່ເຮືອນໄດ້, ແຕ່ບໍ່ມີຫຼາຍ. ເມື່ອຜູ້ຄົນໄດ້ຍິນວ່າ ຂ້ອຍອາໃສຢູ່ເມືອງ ເດີຣາຈີ, ພວກເຂົາກໍພາກັນຢ້ານ. ພວກເຂົາເຈົ້າກ່າວວ່າ 'ດ້ວຍການຍິງປືນທີ່ມີຢ່າງຫຼວງຫຼາຍຢູ່ທີ່ນັ້ນ, ພວກເຮົາບໍ່ສາມາດສ່ຽງເພື່ອເດີນທາງໄປຍັງທີ່ນັ້ນໄດ້.’”
ທ່ານ ພາບວ໌ໂລ ເພີຊີນ (Pavlo Pershyn), ເຈົ້າໜ້າທີ່ຮັບແຈ້ງໄພສຸກເສີນຢູ່ຫ້ອງການໃນຂົງເຂດ ຄາກີບ ຂອງອົງການ UNICEF ກ່າວວ່າ ໃນປີ 2023 ອົງການຊ່ວຍເຫຼືອເດັກ UNICEF ໄດ້ສະໜອງການຊ່ວຍເຫຼືອດ້ານການເງິນ ແລະຊຸດອະນາໄມໃຫ້ແກ່ຄອບຄົວດັ່ງກ່າວ. ແລະໃນປີນີ້ ພວກເຂົາກໍາລັງກະກຽມການຊ່ວຍເຫຼືອສໍາລັບລະດູໜາວຢູ່ໃນຂົງເຂດ ຄາກີບ.
ທ່ານ ພາບວ໌ໂລ ເພີຊີນ, ເຈົ້າໜ້າທີ່ສຸກເສີນຂອງອົງການ UNICEF ກ່າວວ່າ:
“ໃນເບື້ອງຕົ້ນ, ພວກເຮົາວາງແຜນທີ່ຈະໃຫ້ການຊ່ວຍເຫຼືອທາງດ້ານຈິດໃຈແກ່ຄອບຄົວທີ່ມີເດັກນ້ອຍອາໃສຢູ່ໃນຂົງເຂດຫ່າງອອກໄປ ລະຫວ່າງ 0 ຫາ 30 ກິໂລແມັດ. ແນວໃດກໍ່ຕາມ, ເນື່ອງຈາກສະຖານະການດ້ານຄວາມປອດໄພທາງທະຫານຊຸດໂຊມລົງ, ຄອບຄົວສ່ວນໃຫຍ່ທີ່ມີເດັກນ້ອຍຢູ່ໃນບາງພື້ນທີ່ ເຊັ່ນ ຄູເປັນສກາ (Kupenska) ແລະ ບໍຣິບວ໌ສກາ (Borivska) ຕ້ອງໄດ້ຮັບການອົບພະຍົບອອກໄປ.”
ທ່ານ ໂວໂລດີເມຍ ອາກເຊັນທ໌ເຊັບວ໌ (Volodymyr Akshentsev), ຜູ້ຈັດການໃນດ້ານການປະສານງານ ກ່າວວ່າ ບັນດາພະນັກງານຈາກມູນນິທິເພື່ອການກຸສົນແຫ່ງ Peaceful Heaven of Kharkiv ໄດ້ໃຫ້ການຊ່ວຍເຫຼືອດ້ວຍການຈັດສົ່ງ ຖ່ານກ້ອນເຊື້ອໄຟໃຫ້ແກ່ຊຸມຊົນຢູ່ໃນທ້ອງຖິ່ນ ເຖິງແມ່ນຈະມີຄວາມສ່ຽງຢ່າງຕໍ່ເນື່ອງຂອງລູກປືນກໍຕາມ.
ທ່ານ ໂວໂລດີເມຍ ອາກເຊັນທ໌ເຊັບວ໌, ຈາກມູນນິທິ Peaceful Heaven of Kharkiv ກ່າວວ່າ:
“ມີບາງກໍລະນີ ໂຊກບໍ່ດີ ເມື່ອພະນັກງານຂອງພວກເຮົາປະສົບກັບເຫດການຮ້າຍແຮງ. ດັ່ງນັ້ນ, ພວກເຮົາຈຶ່ງຕ້ອງເອົາໃຈໃສ່ດ້ານຄວາມປອດໄພໃຫ້ຫຼາຍຂຶ້ນ. ບາງຄັ້ງ, ພວກເຮົາກໍວາງແຜນທຸກຢ່າງ, ພ້ອມທັງພັດທະນາເສັ້ນທາງ, ແຕ່ມັນກໍຖືກຍົກເລີກຍ້ອນເຫດຜົນດ້ານຄວາມປອດໄພ.”
ທ່ານ ອາກເຊັນທ໌ເຊັບວ໌ ກ່າວເມື່ອບໍ່ດົນມານີ້ວ່າ ບັນດາພະນັກງານໃຫ້ຄວາມຊ່ວຍເຫຼືອຢູ່ໃນຂົງເຂດ ຄາກີບ ຖືກຂັດຂວາງ ແລະຖືກໂຈມຕີດ້ວຍໂດຣນຂອງ ຣັດເຊຍ.
ທ່ານ ໂວໂລດີເມຍ ອາກເຊັນທ໌ເຊັບວ໌, ຈາກມູນນິທິ Peaceful Heaven of Kharkiv ກ່າວວ່າ:
“ພວກເຂົາຖືກໂຈມຕີໂດຍໂດຣນ. ພວກເຂົາເຈົ້າມີລົດຕູ້ສີຂາວທີ່ມີປ້າຍຊີ້ບອກວ່າເປັນລົດທີ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ, ມັນເປັນໄປບໍ່ໄດ້ເລີຍ ທີ່ຈະສັບສົນກັບຍານພາຫະນະຂອງທະຫານ.”
ເຖິງແມ່ນຈະມີຄວາມສ່ຽງໃນທຸກໆມື້, ມູນນິທິ Peaceful Heaven ກໍຍັງສືບຕໍ່ຈັດສົ່ງ ຖ່ານກ້ອນເຊື້ອໄຟ. ແລະການຊ່ວຍເຫຼືອໃນລະດູໜາວຂອງອົງການ UNICEF ທີ່ມີເປົ້າໝາຍ 16,000 ຄອບຄົວຢູ່ໃນພາກພື້ນ ຄາກີບ, ໂດຍ 9,000 ຄອບຄົວ ໄດ້ຮັບການຊ່ວຍເຫຼືອດ້ານການເງິນ, ແລະປະມານ 3,000 ຄອບຄົວ ໄດ້ຮັບເຄື່ອງເຮັດຄວາມຮ້ອນດ້ວຍຖ່ານກ້ອນເຊື້ອໄຟ ທີ່ຈະຊ່ວຍໃຫ້ພວກເຂົາເຈົ້າອົບອຸ່ນຂຶ້ນ ໃນລະດູໜາວນີ້.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
As harsh winter weather descends upon Ukraine, UNICEF and other aid organizations are helping communities in eastern Ukraine's Kharkiv region prepare for the cold season. Many locals have lost jobs and reliable income sources because of the war and cannot afford heating. Among them is the Malakey family, whose two children have disabilities. Anna Kosstutschenko has the story.
UKR.
“I need two of these buckets to heat my place. I put the firewood in the stove in the morning and it lasts until the evening.”
In Iryna Malakey's house, this small wood boiler is the only heat source. It requires near-constant feeding with firewood.
Makaley lives with her husband and three children in the city of Derhachi, in eastern Ukraine's embattled Kharkiv region.
Her 8-year-old daughter Anzhelika has developmental delays.
Her 13-year-old son Sviatoslav was diagnosed with diabetes in the summer of 2023.
Iryna Malakey, Derhachi Resident, UKR.
“Because of the war, there are issues with medications running out or being hard to find. This summer, we had to travel to Kupiansk to get the medicine we needed because it was not available elsewhere in Ukraine.”
Her husband provides for the whole family. A tiler, he takes orders whenever he can, while she, a seamstress by profession, is trying to find work.
Iryna Malakey, Derhachi Resident, UKR.
“I’m taking orders home when I can, but there aren't many. When people hear I’m in Derhachi, they get scared. They say, 'With all the shelling there, we can’t risk going all the way there.’”
In 2023, the children's aid organization UNICEF provided the family with financial aid and hygiene kits. This year, it is assisting with winter preparations in the Kharkiv region, says Pavlo Pershyn, an emergency response officer for UNICEF’s Kharkiv office.
Pavlo Pershyn, UNICEF Emergency Officer.
“Initially, we plan to provide in-kind assistance to families with children that are residing in a 0- to 30-kilometer area. However, due to the deterioration of the military security situation, most of the families with children in certain [areas] like Kupenska and Borivska had to be evacuated.”
Employees from the Peaceful Heaven of Kharkiv charity foundation help deliver briquettes to local communities despite the constant risk of shelling, says coordination manager Volodymyr Akshentsev.
Volodymyr Akshentsev, Peaceful Heaven of Kharkiv, UKR.
“There have been cases when, unfortunately, our employees were hit. So, we have to pay more attention to safety. Sometimes you plan everything, develop a route, but it gets canceled for safety reasons.”
Akshentsev says that recently, aid workers in the Kharkiv region were struck and killed by a Russian drone.
Volodymyr Akshentsev, Peaceful Heaven of Kharkiv, UKR.
“They were attacked by a drone. They had a white van marked with signs indicating that it was humanitarian aid. It was impossible to confuse it with a military vehicle.”
Despite the daily risks, Peaceful Heaven continues to deliver briquettes. And UNICEF’s winter aid targets 16,000 families in the Kharkiv region, with 9,000 receiving financial aid and some 3,000 having already received heating briquettes that will help keep them warm this winter.
ຟໍຣັມສະແດງຄວາມຄິດເຫັນ