ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະນັກງານ ອົງການ ນາໆຊາດ ເສຍຊີວິດ ຢູ່ເຂດ ດາຟົວ ຂອງຊູດານ


ທ່ານ Hervé Ladsous ເຈົ້າໜ້າທີ່ອະວຸໂສ ສປຊ ຮັບຜິດຊອບ ກ່ຽວກັບການປະຕິບັດງານຮັກສາສັນຕິພາບ ພວມພົບປະ ກັບຜູ້ບາດເຈັບຄົນນຶ່ງ ໃນຈຳນວນ 3 ຄົນ ທີ່ຄ້າຍຂອງໜ່ວຍ ປະຕິບັດງານ UNAMID ໃນເມືອງ Nyala ໃນເຂດດາຟົວໃຕ້ຂອງຊູດານ (4 ກໍລະກົດ 2013)
ທ່ານ Hervé Ladsous ເຈົ້າໜ້າທີ່ອະວຸໂສ ສປຊ ຮັບຜິດຊອບ ກ່ຽວກັບການປະຕິບັດງານຮັກສາສັນຕິພາບ ພວມພົບປະ ກັບຜູ້ບາດເຈັບຄົນນຶ່ງ ໃນຈຳນວນ 3 ຄົນ ທີ່ຄ້າຍຂອງໜ່ວຍ ປະຕິບັດງານ UNAMID ໃນເມືອງ Nyala ໃນເຂດດາຟົວໃຕ້ຂອງຊູດານ (4 ກໍລະກົດ 2013)
ສະຫະ​ປະຊາ​ຊາດກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ທີ່ແຕກ​ຂື້ນ​ໃນເຂດ
Dafur ຂອງ​ຊູ​ດານ ​ເຮັ​ດ​ໃຫ້​ພະ​ນັກ​ງານ​ໃຫ້​ຄວາມ​ຊ່ວຍ​ເຫລື​ອ
​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ຢ່າ​ງໜ້ອຍ​
ສອງຄົນ.

ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ເມືອງ​ Nyla ຊຶ່ງ​ເປັນ​ເມືອງໃຫຍ່ສຸດຢູ່​ພາກ​
ໃຕ້​ຂອງ​ເຂດ Darfur ກ່າວ​ວ່າ ພວກ​ພະນັກງານ​ໃຫ້ການ​ຊ່ວຍ​
ເຫຼືອ ​ແມ່ນ​ຕົກ​ຢູ່​ທ່າມ​ກາງການ​ຍິງ​ຕໍ່ສູ້​ກັນ ລະຫວ່າງ​ກຳ ລັງ​ຮັກ
ສາ​ຄວາ​ມປ​ອດ​ໄພ ທີ່​ເປັນ​ປໍ​ລະ​ປັກກັນ ​ໃນ​ວັນ​ພະຫັດ​ວານ​ນີ້.

ຖະ​ແຫລ​ງການຂອງສະຫະ​ປະຊາ​ຊາດ ສະບັບ​ນຶ່ງ​ກ່າວ​ວ່າ ຈະ
​ຫລວດ RPG ລູກ​ນຶ່ງ​ໄດ້​ຕົກ​ໃສ່ຫ້ອງການ​ຂອງອົງການ​ນາໆ
ຊາດ. ​ແຕ່​ສະຫະ​ປະຊາ​ຊາດບໍ່​ໄດ້​ບອກ​ຊື່​ຂອງອົງການ​ຈັດ​ຕັ້ງ ດັ່ງກ່າວ.

ຖະ​ແຫລ​ງການ​ຍັງ​ກ່າວ​ອີກ​ວ່າ ມີ​ລາຍ​ງານ​ຈໍານວນ​ນຶ່ງທີ່​ແຈ້ງວ່າ ຫ້ອງການຂອງ​ອົງການ​ນາໆ​ຊາດ ​ໃນ​ເມືອງ Nyla ​ໄດ້​ຖືກປຸ້ນ​ສະດົມ.

ບັນດາ​ເຈົ້າ​ໜ້າ​ທີ່ ໃນ​ພາກ​ໃຕ້​ຂອງ​ເຂດ Darfur ​ໄດ້​ປະກາດຫ້າມບໍ່​ໃຫ້ປະຊາຊົນອອກ​ນອກເຮືອນ​ ຢູ່ໃນ​ເມືອງ Nyla.

​ເຂດ Darfur ​ໄດ້​ຖືກ​ທໍາລາຍ ຍ້ອນການ​ສູ້​ລົບ​ກັນ​ແລະ​ການ​ກໍ່​ຄວາມ​ຮຸນ​ແຮງ ນັບຕັ້ງ​ແຕ່​ກຸ່່ມ​ກະບົດໄດ້​ເລີ້ມ​ລຸກ​ຮື​ຂື້ນ ຈັບ​ອາວຸດ​ຕໍ່​ຕ້ານລັດຖະບານ​ກາງຂອງຊູ​ດານ ​ໃນ​ປີ 2003.

ສະຫະ​ປະຊາ​ຊາດ ຄາດ​ຄະ​ເນ​ວ່າ ມີ​ຫລາຍ​ກວ່າ 300,000 ຄົນ​ໄດ້​ເສຍ​ຊີວິດ​ແລ້ວ ແລະ​
ພົນລະ​ເຮືອນເກືອບສອ​ງລ້ານ​ຄົນ​ໄດ້​ຖືກ​ບັງຄັບ​ໃຫ້​ຫລົບໜີໄປຈາກ​ບ້ານ​ເຮືອນຂອງ​ເຂົາ​
ເຈົ້າ. ການ​ສູ້​ລົບ​ເປັນໄລຍະ​ໆ ແລະ​ການ​ປະ​ທະ​ກັນ​ລະຫວ່າງຊົນ​ເຜົ່າ ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ມາ.
XS
SM
MD
LG