ຫົກເດືອນຫຼັງຈາກສະຫະລັດຖອນກຳລັງອອກຈາກອັຟການິສຖານແລ້ວ ບັນດາສະມາຊິກສະພາກໍມີທາງເລືອກທີ່ດີໆບໍ່ຫຼາຍປານໃດ ເພື່ອຈະສົ່ງການຊ່ວຍເຫຼືອໄປສະໜັບສະໜຸນເສດຖະກິດ ທີ່ພວມມີການດີ້ນຮົນຂອງອັຟການິສຖານ ໂດຍ ປາສະຈາກການໃຫ້ສິດອຳນາດແກ່ກຸ່ມຕາລີບານ.
ໃນໄລຍະເກືອບ 20 ປີຜ່ານມາ ສະຫະລັດໄດ້ເຂົ້າໄປພົວພັນໃນອັຟການິສຖານ ເຮັດໃຫ້ປະເທດດັ່ງກ່າວຕ້ອງໄດ້ເພິ່ງພາການຊ່ວຍເຫຼືອຂອງຕ່າງປະເທດເຂົ້າໃສ່ເສດຖະກິດຂອງຕົນຫຼາຍກວ່າເຄິ່ງ. ແຕ່ສະຫະລັດໄດ້ກັກເງິນເກືອບທັງໝົດ 9.4 ຕື້ໂດລາ ໃນເງິນຕາສຳຮອງເມື່ອເດືອນສິງຫາປີກາຍ ເພື່ອເຮັດໃຫ້ກຸ່ມຕາລີບານຕົກຢູ່ໃນຄວາມໂດດດ່ຽວ ຫຼັງຈາກເຂົ້າຄວບຄຸມປະເທດດັ່ງກ່າວແລ້ວ.
ສະມາຊິກສະພາສູງຄຣິສ ເມີຟີ ທີ່ສັງກັດພັກເດໂມແຄຣັດກ່າວໃນລະຫວ່າງການຮັບຟັງຄຳໃຫ້ການໃນວັນພຸດວານນີ້ວ່າ “ຖ້າເວົ້າຢ່າງເປີດເຜີຍແລ້ວ ມັນມີຄວາມສ່ຽງທາງດ້ານສິນທຳທີ່ຈະສົ່ງເງິນຫຼາຍໆຕື້ໂດລາໄປຍັງອັຟການິສຖານໃນເວລານີ້. ພວກເຮົາສາມາດເຮັດໃນສິ່ງທີ່ດີທີ່ສຸດ ເພື່ອສົ່ງເງິນດັ່ງກ່າວ ບໍ່ແມ່ນໃຫ້ກຸ່ມຕາລີບານໂດຍກົງ ແຕ່ກໍບໍ່ມີຄວາມສົງໄສໃດໆທີ່ວ່າ ຜົນການຊ່ວຍເຫຼືອບາງສ່ວນກໍແມ່ນຊ່ວຍກຸ່ມຕາລີບານຈາກພວກເຂົາເອງ. ມັນເປັນເລື້ອງທີ່ບໍ່ໜ້າພໍໃຈເລີຍ.”
ອົງການສະຫະປະຊາຊາດ ໄດ້ຮ້ອງຂໍການຊ່ວຍເຫຼືອ ຫຼາຍທີ່ສຸດເທົ່າທີ່ເຄີຍມີມາ ຈາກປະຊາຄົມນາໆຊາດໃນເດືອນແລ້ວນີ້ ໂດຍກ່າວວ່າ ຕົນຕ້ອງການເງິນ 4.4 ຕື້ໂດລາເພື່ອນຳໄປຊ່ວຍ “ໄພພິບັດຢ່າງເຕັມອັດຕາທີ່ພວມຈະເກີດຂຶ້ນ” ໃນອັຟການິສຖານ. ອີງຕາມການກະປະມານຂອງໂຄງການອາຫານໂລກແລ້ວ ມີຊາວອັຟການິສຖານແຕ່ພຽງ 2 ເປີເຊັນເທົ່ານັ້ນ ທີ່ມີອາຫານພຽງພໍຈະກິນສຳລັບລະດູໜາວນີ້.
ທ່ານເດວິດ ມິລີແບນ ປະທານແລະຫົວໜ້າບໍລິຫານງານຂອງຄະນະກຳມະການຊ່ວຍກູ້ໄພລະຫວ່າງປະເທດ ກ່າວຕໍ່ສະມາຊິກສະພາວ່າ “ເມື່ອ 6 ເດືອນກ່ອນ ອັຟການິສຖານແມ່ນເປັນປະເທດທີ່ທຸກຍາກ ທຸກຍາກຫຼາຍ. ໃນທຸກມື້ນີ້ ອັຟກາ ນິສຖານເປັນປະເທດທີ່ອຶດຫິວ ບໍ່ພຽງແຕ່ທຸກຍາກເທົ່ານັ້ນ ເຫດຜົນ ຂ້າພະເຈົ້າເສຍໃຈ ທີ່ຕ້ອງໄດ້ລາຍງານ ສາເຫດທີ່ໃກ້ຄຽງທີ່ພາໃຫ້ເກີດວິກິດການອຶດຫິວນີ້ ກໍຍ້ອນນະໂຍບາຍເສດຖະກິດຂອງສາກົນ ຊຶ່ງໄດ້ມີການນຳໃຊ້ຫຼັງຈາກເດືອນສິງຫາແລະໄດ້ຕັດການຊ່ວຍເຫຼືອທາງດ້ານການເງິນ ບໍ່ພຽງແຕ່ສຳລັບພາກລັດເທົ່ານັ້ນ ແຕ່ຍັງຮວມທັງພາກເອກກະຊົນນຳດ້ວຍ ໃນອັຟການິສຖານເຊັ່ນດຽວກັນ.”
ທ່ານມິລີແບນໄດ້ໃຫ້ການວ່າ ພະນັກງານຂອງທ່ານ ສາມາດໃຫ້ການຢືນຢັນໄດ້ຕໍ່ລາຍງານຂອງສື່ມວນຊົນທີ່ວ່າມີຊາວອັຟການິສຖານໄດ້ຂາຍອະໄວຍະວະເພື່ອນຳເງິນໄປຊື້ອາຫານກິນ ທ່າມກາງທີ່ເງິນຕາຂອງປະເທດດັ່ງກ່າວ ໄດ້ຕົກລາຄາ 25 ເປີເຊັນ.
ສະມາຊິກສະພາສູງຄົນສຳຄັນໆໃນຄະນະກຳມະການຄວາມສຳພັນຕ່າງປະເທດ ໄດ້ຮັບຮູ້ວ່າ ຊາວອັຟການິສຖານໄດ້ຮັບຄວາມທຸກທໍລະມານ ຍ້ອນສະຫະລັດມີຄວາມເປັນຫ່ວງ ຢ້ານວ່າໃຫ້ການສົ່ງເສີມຕໍ່ນະໂຍບາຍກົດຂີ່ຂອງກ່ມຕາລີບານ.ແຕ່ຫຼາຍໆຄົນໄດ້ເຕືອນເຖິງໄພອັນຕະລາຍ ໃນການສົ່ງຄວາມຊ່ວຍເຫຼືອໄປໃຫ້.