ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ເຄື່ອງຊ່ອຍເຫຼືອ ເລີ້ມຫຼັ່ງໄຫຼເຂົ້າໄປ ໃນປະເທດ ເກາະດອນ ວານົວຕູ


ພາບຂອງອົງການ UNICEF ສະແດງໃຫ້ເຫັນ ຄວາມເສຍຫາຍ ຈາກລົມໄຊໂຄລນ Pam ທີ່ນະຄອນຫຼວງຂອງວານົວຕູ, ວັນທີ 14 ມີນາ 2015

ເຄື່ອງ​ຊ່ອຍເຫຼືອ​ເລີ້ມ​ຫລັ່ງ​ໄຫລ​ເຂົ້າ​ໄປ​ໃນ​ປະ​ເທດ​ເກາະດອນ
Vanuatu ໃນເຂດ​ມະຫາ​ສະມຸດປາຊີ​ຟິກພາກ​ໃຕ້ ​ໃນ​ວັນ​ອາ
ທິດ​ມື້​ນີ້ ຫຼັງ​ຈາກ​ລົມພາຍຸ cyclone Pam ​ໄດ້​ພັດ​ເຂົ້າ​ປະ​ທະ
​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍແຮງ​ໃນ​ແລງ​ວັນ​ສຸກ​ ແລະ​
ວັນ​ເສົາ​ວານ​ນີ້.
ອົງການ​ຊ່ອຍ​ບັນ​ເທົາ​ທຸກ World Vision ​ໄດ້​ເຕືອນ​ວ່າ ອາດ
ສາມາດ​ໃຊ້​ເວລາ ​ຫຼາຍ​ມື້​ຫຼື​ຫລາຍ​ອາທິດ​ກໍ​ເປັນ​ໄດ້ ​ເພື່ອ​ຈະ​ເຂົ້າ​
ໄປ​ຫາພວກເກາະ​ໃນ​ເຂດ​ສອກຫຼີກ​ຫ່າງ​ໄກ​ໄດ້. ບັນດາ​ເຈົ້າ​ໜ້າ
​ທີ່​ໄດ້​ຢືນຢັນ​ວ່າ ມີ ຜູ້ເສຍ​ຊີວິດໄປ​ແລ້ວ 8 ຄົນ​ ຍ້ອນ​ລົມພາຍຸໄຊ
ໂຄລນ Pam ລູກ​ນີ້ ​ແຕ່​ມີລາຍ​ງານ​ອື່ນໆ​ທີ່ເວົ້າວ່າ ​ມີຄົນ​ເສຍ​ຊີວິດ
​ໄປ​ຕື່ມ​ອີກ​ຫຼາຍ​ສິບ​ຄົນ.

ພາຍຸ​ໄຊໂຄລນ Pam ຊຶ່ງ​ມີ​ລົມ​ແຮງ​ເຖິງ 300ຫຼັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ໄດ້​ທຳລາຍ​ໝູ່​ບ້ານ​ຫຼາຍໆແຫ່ງຢ່າງຮາບຄາບ ​ເຮັດ​ໃຫ້​ພວກ​ອາຄານ​ຍັງ​ເຫຼືອ​ແຕ່ຮ່າງ​ໄມ້ ​ແລະ​ຫຼັ​ງຄາ​ເຮືອນ​ຖືກ
ພັດ​ປິວ​ໄປ ພ້ອມ​ທັງ​ເຮັດ​ໃຫ້​ສາຍ​ໄຟຟ້າ​ຂາດ ​ແລະ​ຕົ້ນ​ໄມ້ຖືກ​ໂຄ່ນ​ລົງ​ທັງ​ຮາກ.

ເຈົ້າ​ໜ້າ​ທີ່​ໄດ້​ປະກາດ​ພາວະ​ສຸກ​ເສີນ​ໃນ​ທົ່ວໝູ່​ກາະ.

ປະທານາທິບໍດີ Vanuatu ທ່ານ Baldwin Lonsdale ​ໄດ້ຮ້ອງ​ຂໍການ​ຊ່ອຍ​ເຫຼືອ​ຈາກ​
ນາໆ​ຊາດ​ໃນ​ວັນ​ເສົາ​ວານ​ນີ້ ​ເວລາ​ທ່ານ​ກ່າວຄຳ​ປາ​ໄສ ​ຕໍ່​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ
ວ່າ​ດ້ວຍ​ການ​ລົດ​ຜ່ອນ​ໄພ​ຫາ​ຍະ​ນະ ​ທີ່​ຍີ່ປຸ່ນ.

Vanuatu cyclone
please wait
Embed

No media source currently available

0:00 0:02:12 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG