ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຊ່ອຍເຫຼືອ ຮຽກຮ້ອງ ໃຫ້ຮັບເອົາ ຊາວອົບ​ພະຍົບຊີ​ເຣຍ


ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ບັນດາ​ອົງການ​ຊ່ວຍ​ເຫລືອ​ແລະສິດທິ​ມະນຸດ ກຸ່ມໜຶ່ງ​ທີ່​ປະກອບ
​ດ້ວຍ 30 ອົງການ ​ໄດ້​ຮຽກຮ້ອງໄປ​ຍັງປະຊາ​ຄົມ​ສາກົນ ​ໃຫ້​ຮັບ
​ເອົາຊາວອົບ​ພະຍົບຊີ​ເຣຍ​ 180,000 ຄົນ ຜູ້​ທີ່​ໄດ້​ຫລົບໜີ​ການ​
ສູ້​ລົບທີ່​ກຳລັງ​ດຳ​ເນີນ​ໄປ​ ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.

ອົງການ​ຊ່ວຍ​ເຫລືອ​ອົບ​ພະຍົບຂອງສະຫະ​ປະຊາ​ຊາດ ຫຼື
UNHCR ​ມີ​ກຳນົດ​ຈະຈັດ​ກອງ​ປະຊຸມຂຶ້ນ ​ໃນ​ວັນ​ອັງຄານມື້​ອື່ນ​ນີ້
​ໃນ​ນະຄອນ Geneva ​ເພື່ອ​ຈະ​ປຶກສາ​ຫາລື ​ເລື່ອງການຈັດຫາຖິ່ນ
ຖານ​ໃໝ່ໃຫ້​ແກ່ ຊາວອົບ​ພະຍົບ​ຊີ​ເຣຍ ຊຶ່ງດຽວ​ນີ້ ມີຈຳນວນຫຼາຍ
ກວ່າ 3 ລ້ານ 2 ​ແສນ​ຄົນ​ແລ້ວ.

ກ່ອນ​ໜ້າ​ກອງ​ປະ​ຊຸມ​ດັ່ງກ່າວ ບັນດາ​ກຸ່ມຊ່ອຍ​ເຫຼືອ ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ປະ​ເທດ​ຕ່າງໆ
ຄວນຈະ​ຮັບ​ເອົາ 5 ​ເປີ​ເຊັນ ຂອງ​ຊາວ​ອົບ​ພະຍົບຊີ​ເຣຍນັ້ນ ຊຶ່ງ​ເພີ້​ມຂຶ້ນຈາກ 2 ​ເປີ​ເຊັນ​
ໃນເວລາ​ນີ້ ​ຊຶ່ງ​ຈະ​ເປັນ​ການຊ່ອຍ​ບໍ່​ພຽງ​ແຕ່​ຊາວ​ອົບ​ພະຍົບເທົ່າ​ນັ້ນ ​ແຕ່​ຍັງ​ຈະຊ່ອຍບັນດາ ​ປະ​ເທດ​ເພື່ອນ​ບ້ານ​ ຂອງ​ຊີ​ເຣຍອີກ​ດ້ວຍ ທີ່​ໄດ້ດິ້ນຮົນເພື່ອ​ຈະ​ຮັບ​ມື​ກັບ ​ຄວາມ​ຕ້ອງການ​ຕ່າງໆ​ ຂອງ​ຜູ້​ຄົນໃນ​ຈຳນວນຫຼວງຫຼາຍຕື່ມ​ອີກ​ນັ້ນ.

ບັນ​ດາ​ກຸ່ມທີ່​ທຳ​ການ​ຮຽກຮ້ອງ​ດັ່ງກ່າວ ​ມີລວມທັງ ອົງການ​ນິລະ​ໂທດ​ກຳ​ສາກົນ ອົງການ​
ບັນ​ເທົາ​ທຸກ​ອິສລາມ ອົງການ Oxfam ​ແລະ​ ອົງການປົກ​ປ້ອງ​ເດັກນ້ອຍ ຫຼື Save the
Children.

SYRIA REFUGEES VO
please wait
Embed

No media source currently available

0:00 0:01:09 0:00

ພວກ​ເຂົາ​ເຈົ້າ ຮຽກຮ້ອງ​ໂດຍ​ສະ​ເພາະ ໄປ​ເຖິງ​ບັນດາ​ລັດຖະບານ​ ​ໃນ​ເຂດອ່າວ​ເປີ​ເຊຍ
ແລະ ຂົງ​ເຂດອາ​ເມຣິກາ​ລາ​ຕິນ ​ໃຫ້​ມີ​ສ່ວນ​ຮ່ວມ ​ໃນ​ຄວາມ​ພະຍາຍາມ ​ຈັດຫາຖິ່ນຖານ​ໃໝ່​ ໃຫ້​ຊາວອົບ​ພະຍົບຊີ​ເຣຍ ​ແລະ ຮຽກຮ້ອງ​ບັນດາປະ​ເທດ​ທີ່​ອາດຈະ​ຮັບ​ເອົາ​ນັ້ນ​ ​ໃຫ້ຮັບເອົາ ​
ຊາວ​ອົບ​ພະຍົບທີ່​ເປັນ​ຜູ້ຍິງ ​ເດັກ​ນ້ອຍ ​ແລະ ຜູ້​ທີ່ປະ​ເຊີນກັບ​ການ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້ານັ້ນ ກ່ອນ​ອົບ​ພະຍົບຄົນ​ອື່ນໆ.​

Syrian Refugees Brace for Harsh Lebanon Winter
please wait

No media source currently available

0:00 0:02:51 0:00

XS
SM
MD
LG