ໃນວັນເສົາວານນີ້ ກຸ່ມຊ່ວຍເຫຼືອໄດ້ຟ້າວໄປປະເມີນຄວາມເສຍຫາຍໃນພາກເໜືອຂອງ
ປະເທດ ໂມຊຳບິກ ໃນຂະນະທີ່ຝົນຕົກໜັກ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວວ່າ ຈະເກີດ
ນ້ຳຖ້ວມ ແລະ ດິນເຈື່ອນ ສອງວັນຫຼັງຈາກພາຍຸໄຊໂຄລນຫົວທີສອງໄດ້ພັດເຂົ້າປະ
ເທດທີ່ຕັ້ງຢູ່ພາກໃຕ້ຂອງທະວີບ ອາຟຣິກາ ພາຍໃນຫົກອາທິດ.
ພາຍຸໄຊໂຄລນ ເຄັນເນັດ ໄດ້ພັດເຂົ້າດິນໃຫຍ່ໃນວັນພະຫັດທີ່ຜ່ານມາ, ພ້ອມກັບລົມ
ແຮງ 220 ກິໂລແມັດຕໍ່ຊົ່ວໂມງ, ເຮັດໃຫ້ກຸ່ມຊ່ວຍເຫຼືອຕ້ອງອອກຄຳເຕືອນ ກ່ຽວກັບ
ນ້ຳຖ້ວມ ແລະ ດິນເຈື່ອນ, ທີ່ອາດເຮັດໃຫ້ປະຊາຊົນເກືອບ 700,000 ຄົນໃນພາກໃຕ້
ຂອງ ອາຟຣິກາ ມີຄວາມສ່ຽງ.
ເຈົ້າໜ້າທີ່ສຸກເສີນໄດ້ເດີນທາງຮອດເມືອງ ເພັມບາ, ເຊິ່ງແມ່ນເມືອງທ່າເຮືອ ແລະ ເປັນ
ເມືອງຫຼວງຂອງແຂວງ ຄາໂບ ແດລກາໂດ ໃນຕອນເຊົ້າຂອງວັນເສົາວານນີ້, ເພື່ອປະ
ເມີນຄວາມເສຍຫາຍ. ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ເຮືອນເກືອບ 3,500 ຫຼັງໃນພາກ
ເໜືອສຸດຂອງແຂວງດັ່ງກ່າວແມ່ນໄດ້ຮັບຄວາມເສຍຫາຍ ຫຼື ຖືກທຳລາຍ.
ຫຼັງຈາກການປະເມີນຜົນໃນເມືອງ ມາໂຄເມຍ ຂອງແຂວງດັ່ງກ່າວໄດ້ແລ້ວສຳເລັດ,
ທ່ານ ດໍ ໂມຮາເມັດ ຈາກກຸ່ມຊ່ວຍເຫຼືອດ້ານມະນຸດສະທຳ CARE ໄດ້ກ່າວວ່າ “ທົ່ວຂົງ
ເຂດດັ່ງກ່າວແມ່ນຈຸດເກີດເຫດຂອງການທຳລາຍທີ່ກວ້າງຂວາງ,” ແລະ ວ່າປະຊາຊົນ
ຕ້ອງການອາຫານ, ນ້ຳ ແລະ ສະຖານທີ່ລີ້ໄພ.
ນອກຈອກຄວາມເສຍຫາຍຈາກຜົນຕົກໜັກໃນຊຸມຊົມ ມາໂຄເມຍ ແລ້ວ, ກຸ່ມຊ່ວຍເຫຼືອ
ຕ່າງໆໄດ້ກ່າວວ່າ ຫຼາຍຊຸມຊົນຂອງເມືອງ ຄວິສຊັງກາ (Quissanga) ແລະ ແມັກຄິມ
ບວາ ດາ ປຣາເອຍ ກໍຍັງມີຄວາມເປັນຫ່ວງຢ່າງຍິ່ງ.
ອົງການຊ່ວຍເຫຼືອຕ່າງໆໄດ້ເວົ້າວ່າ ເຂົາເຈົ້າສືບຕໍ່ດີ້ນຮົນທີ່ຈະເຂົ້າໄປຫາພວກຜູ້ເຄາະ
ຮ້າຍ ທ່າມກາງຝົນຕົກຢ່າງນັກ ແລະ ວ່າບັນດານັກກູ້ໄພໄດ້ຖືກຂັດຂວາງໂດຍໂຄງລ່າງ
ພື້ນຖານທີ່ຖືກທຳລາຍ, ການສື່ສານທີ່ບົກຜ່ອງ ແລະ ຂາດການຂົນສົ່ງ. ຫົວໜ້າ ຄລີເບີ
ຄັສໂຕຣ, ທີ່ຢູ່ກັບທີມຂອງປະເທດ ບຣາຊິລ ທີ່ຊ່ວຍເຫຼືອໃນການປະຕິບັດການກູ້ໄພໄດ້
ກ່າວວ່າ, ພວກເຮົາຕ້ອງການການຊ່ວຍເຫຼືອຢ່າງຫຼວງຫຼາຍ, ຖ້າທ່ານສາມາດຊ່ວຍ
ພວກເຮົາ, ພວກເຮົາຕ້ອງການການຊ່ວຍເຫຼືອຈາກເຮລິຄັອບເຕີ.”
ລັດຖະບານໄດ້ກ່າວວ່າ ພາຍຸ ເຄັນເນັດ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດຢ່າງໜ້ອຍ 5
ຄົນລວມມີແມ່ຍິງໃນເມືອງ ເພັມບາ, ຜູ້ທີ່ໄດ້ເສຍຊີວິດຍ້ອນຕົ້ນໄມ້ລົ້ມໃສ່. ກ່ອນໄປ
ຮອດປະເທດ ໂມຊຳບິກ ນັ້ນ, ພາຍຸ ເຄັນເນັດ ໄດ້ພັດຜ່ານປະເທດເກາະ ໂຄໂມຣັອສ,
ສັງຫານປະຊາຊົນສາມຄົນ. ຂໍ້ມູນກ່ຽວກັບການຕາຍຂອງຄົນທີ່ຫ້າແມ່ນບໍ່ໄດ້ມີໃນທັນ
ທີທັນໃດ.