ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການຊ່ວຍເຫລືອ ອົບພະຍົບ ເປັນຫ່ວງຕໍ່ສະພາບ ຂອງຊາວອົບພະຍົບ ຈາກຣັດຣາໄຄ ໃນມຽນມາ


ບັນດາສະມາຊິກມຸສລິມຊຶ່ງເປັນ ຊົນເຜົ່ານ້ອຍໂຣຮິງຢາ ໃນມຽນມາພາກັນລໍຖ້າເຮືອ ເພື່ອຂ້າມແມ່ນໍ້າ ຢູ່ Shah Porir Deep ໃນເມືອງ Teknak, ປະເທດບັງ​ກລາ​ແດັສ.
ບັນດາສະມາຊິກມຸສລິມຊຶ່ງເປັນ ຊົນເຜົ່ານ້ອຍໂຣຮິງຢາ ໃນມຽນມາພາກັນລໍຖ້າເຮືອ ເພື່ອຂ້າມແມ່ນໍ້າ ຢູ່ Shah Porir Deep ໃນເມືອງ Teknak, ປະເທດບັງ​ກລາ​ແດັສ.

ບັນດາ​ອົງການດ້ານອົບ​ພະຍົບສາກົນ ​ແລະ​ພະນັກງານ​ບັນ​ເທົາ​ທຸກ​ຢູ່​ໃ​ນບັງ​ກລາ​ແດັສ
​ແລະ​ມຽນມາພາກັນມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບຕໍ່​ສະພາບ​ການທີ່ນັບມື້ນັບເຄັ່ງຮ້ອນຂຶ້ນ
ສໍາລັບ​ຫລາຍ​ພັນ​ຄົນທີ່​ຫລົບໜີ​ຈາກ​ການກໍ່ຄວາມ​ຮຸນ​ແຮງຍ້ອນຄວາມຂັດແຍ້ງທາງ
ສາສະໜາ​ໃນລັດ ຣາໄຄ​ຂອງ​ມຽນມາ.

ທ່ານ​ນາງ Vivian Tan ຫົວໜ້າດ້ານຂ່າວສານໃນເຂດເອ​ເຊຍຂອງ​ອົງການສະຫະ​ປະ
ຊາ​ຊາດດ້ານ​ອົບ​ພະຍົບ ໄປໃນ​ບັງ​ກລາ​ແດັສ​ກ່າວ​ຕໍ່ ວີ​ໂອ​ເອພະ​ແນ​ກພາສາ​ມຽນມາ​ວ່າ
ບໍ່ມີທີ່​ພັກ​ພາ​ອາ​ໄສພຽງພໍໃຫ້​ແກ່ຄົນ 18,000 ພັນ​ຄົນ​ທີ່​ໄດ້​ຂ້າມຊາຍ​ແດນ​ຈາກ​ມຽນມາ ເພື່ອມາຫລົບໄພຢູ່ທີ່ນັ້ນ.

ຊາວບ້ານຂອງບັງກລາແດັສ ໃຫ້ການຊ່ວເຫລືແມ່ຍິງເຖົ້າໂຣຮິງຢາ ອອກຈາເຮືອ ຫລັງຈາກໄດ້ຂ້າມແມ່ນໍ້າ Shah Porir Deep.
ຊາວບ້ານຂອງບັງກລາແດັສ ໃຫ້ການຊ່ວເຫລືແມ່ຍິງເຖົ້າໂຣຮິງຢາ ອອກຈາເຮືອ ຫລັງຈາກໄດ້ຂ້າມແມ່ນໍ້າ Shah Porir Deep.

ອົງການ​ສາກົນດ້ານ​ການ​ຍົກຍ້າຍຖິ່ນຖານ ​ແລະ​ກຸ່ມ​ໃຫ້ການຊ່ວຍ​ເຫລືອ​ຕ່າງໆ ​ກ່າວ​ຕໍ່
ວີ​ໂອ​ເອ ພະແນ​ກພາສາ​ບັງ​ກລາ​ແດັສວ່າ ມີ​ຫລາຍ​ກວ່າ 20,000 ຄົນພາກັນຕິດ​ຄ້າງຢູ່
ພຽງ​ແຕ່​ໃນຊາຍແດນມຽນມາ ທີ່ມີ​ຄວາມ​ຫວັງ​ຈະ​ເຂົ້າ​ໄປຍັງ​ບັງ​ກລາ​ແດັສ.

ຊາວພຸດທີ່ເປັນຊາວບ້ານຣາຄາຍ ເດີນທາງມາເຖິງທາງເຮືອ ຈາກເຂັດທີ່ບໍ່ມີຄວາມສະຫງົບ ທີ່ເມືອງ Maungdaw.
ຊາວພຸດທີ່ເປັນຊາວບ້ານຣາຄາຍ ເດີນທາງມາເຖິງທາງເຮືອ ຈາກເຂັດທີ່ບໍ່ມີຄວາມສະຫງົບ ທີ່ເມືອງ Maungdaw.

ນັກ​ຂ່າວ​ວີ​ໂອ​ເອຄົນ​ນຶ່ງລາຍ​ງານ​ວ່າ ຢູ່​ໃນ​ມຽນມາປະຊາ​ຄົມ​ຈຳນວນ​ນຶ່ງ​ເຕັ​ມ​ໄປ​ດ້ວຍ​
ຜູ້ຄົນ ທີ່ອົບພະຍົບມາແຕ່ທາງອື່ນ​ຢູ່​ໃນ​ປະເທດ ​ແລະ​ບັນ​ດາ​ພະນັກງານ​ບັນ​ເທົາ​ທຸກ​
ຢ້ານ​ກົວ​ວ່າ ການຂາດ​ອາຫາ​ຫານ​ທີ່​ປອດ​ໄພ ​ແລະ​ສະຖານ​ທີ່ບໍ່ສະອາດອາດ​ຈະພາ
ໃຫ້ການຕິດເຊື້ອ ພະຍາດຢ່າງແຜ່ຫລາຍ.

ຝູງຄົນພາກັນຢືນເບິ່ງໃນຂະນະທີ່ ພວກດັບເພີງກຳລັງມອດໄຟໄໝ້ເຮືອນ ທີ່ຈູດໂດຍ ພວກຫົວຮຸນແຮງ ມຸສລິມໂຮຮິງຢາ ທີ່ເມືອງ Maungdaw.
ຝູງຄົນພາກັນຢືນເບິ່ງໃນຂະນະທີ່ ພວກດັບເພີງກຳລັງມອດໄຟໄໝ້ເຮືອນ ທີ່ຈູດໂດຍ ພວກຫົວຮຸນແຮງ ມຸສລິມໂຮຮິງຢາ ທີ່ເມືອງ Maungdaw.

ຜູ້ຄົນ​ເລີ້ມ​ພາກັນ​ຫລັ່ງ​ໄຫລ​ອອກ​ມາ​ຈາກໝູ່​ບ້ານຂອງ​ເຂົາ​ເຈົ້າ​ຢູ່​ໃນລັດຣາໄຄ​ໃນ​ວັນ​ທີ
25 ສິງຫາຜ່ານມາ ພາຍຫລັງທີ່ພວກກະບົດ​ມຸສລິ​ມກຸ່ມ​ນຶ່ງທໍາການໂຈມ​ຕີ​ຫລາຍໆບ່ອນ
ຢ່າງ​ຕໍ່​ເນື່ອງໃສ່​ບັນດາ​ປ້ອມຍາມ​ຕຳຫລວດ. ມີ​ລາຍ​ງານ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​
ຄວາມ​ປອດ​ໄພ​ມຽນມາ ​ໄດ້​ຕອບ​ໂຕ້ຕໍ່ການໂຈມຕີດັ່ງກ່າວ ດ້ວຍ​ການ​ບຸກລຸກ​ຢ່າງ​ຮ້າຍ
​ແຮງ​ຢູ່ໃນ​ໝູ່​ບ້ານ​ຂອງຊາວໂຣຣິງຢາ.

ຊາວບ້ານບັງກລາແດັສ ປົກຄຸມຊາກສົບແມ່ຍິງ ແລະເດັກນ້ອຍ ຊາວໂຣຮິງຢາ ທີ່ຖືກເຮືອຫລົ້ມຢູ່ ບັງກລາແດັສ.
ຊາວບ້ານບັງກລາແດັສ ປົກຄຸມຊາກສົບແມ່ຍິງ ແລະເດັກນ້ອຍ ຊາວໂຣຮິງຢາ ທີ່ຖືກເຮືອຫລົ້ມຢູ່ ບັງກລາແດັສ.

ການ​ໂຈມ​ຕີທີ່ຮ້າຍ​ແຮງ​ສຸດ​ຢູ່​ໃນ​ຂົງ​ເຂດຢູ່ໃນຮອບຢ່າງ​ໜ້ອຍ​ຫ້າ​ປີ ​ໄດ້​ສົ່ງ​ຊາວ​ໂຣຣິງ
ຢາ​ທີ່​ເປັນ​ມຸສລິ​ມ ​ແລະ​ຜູ້ຄົນທີ່ມາຈາກກຸ່ມ​ຊາວ​ພຸດທີ່ເປັນຊຸມຊົນສ່ວນໃຫຍ່ ພາກັນ​
ຫລົບໜີ​ໄປ​ຢູ່​ບ່ອນ​ປອດ​ໄພ.

ຣັດຣາໄຄ ປະເທດມຽນມາ
ຣັດຣາໄຄ ປະເທດມຽນມາ


ຜູ້ນໍາຂອງປະຊາຄົມຮິນດູຢູ່ໃນບັງກລາແດັສກ່າວຕໍ່ວີໂອເອ ພະແນກພາສາບັງກລາ
ແດັສວ່າສະມາຊິກຂອງພວກຖືສາສະໜາຮິນດູຊຶ່ງເປັນຊຸມຊົນສ່ວນນ້ອຍກໍໄດ້ພາກັນ
ຫລົບໜີຈາກທີ່ ນັ້ນເຊັ່ນກັນ. ທ່ານ Shapawn Sharma Roni ເວົ້າວ່າ ພວກຖືສາສະ
ໜາຮິນດູ 412 ຄົນ ຊຶ່ງສ່ວນໃຫຍ່ແມ່ນຜູ້ຍິງ ແລະເດັກນ້ອຍ ໄດ້ພາກັນຂ້າມຊາຍແດນ
ໄປຍັງບັງກລາແດັສ ໃນສາມມື້ ຜ່ານມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Myanmar Rohinya Crisis
please wait

No media source currently available

0:00 0:01:07 0:00

XS
SM
MD
LG