ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ຫຼາຍກວ່າ 1 ລ້ານຄົນ ປະເຊີນໜ້າກັບ ຄວາມອຶດຫິວ ໃນເມືອງ Mosul


ຜູ້ຊາຍຄົນໜຶ່ງຂີ່ລົດຖີບຢູ່ຖະໜົນເສັ້ນໜຶ່ງ ໃນຂະນະທີ່ຄວັນໄຟ ພຸ່ງຂຶ້ນສູ່ທ້ອງຟ້າ ຈາກບໍ່ນ້ຳມັນ ທີ່ຖືກໄຟໄໝ້ ໃນເມືອງ Qayara, ປະມານ 50 ກິໂລແມັດ ທາງພາກໃຕ້ຂອງເມືອງ Mosul, ອີຣັກ. 31 ຕຸລາ, 2016.

ໃນວັນພຸດມື້ນີ້, ​ໃນ​ຂະນະ​ທີ່ສະພາບອາກາດບໍ່ດີໄດ້ຂັດຂວາງ​ບໍ່​ໃຫ້ກອງກຳລັງຕ່າງໆ ບຸກ ຄືບ​ໜ້າເຂົ້າໃນເມືອງ Mosul ທີ່ຄວບຄຸມໂດຍພວກລັດອິສລາມນັ້ນ, ບັນດາອົງການການ ຊ່ວຍເຫຼືອໄດ້ເຕືອນວ່າ ພວກພົນລະເຮືອນແມ່ນກຳລັງຕົກຢູ່ໃນອັນຕະລາຍ​ເປັນຢ່າງຍິ່ງ ໃນຂະນະທີ່ການຕໍ່ສູ້ເພື່ອ​ເຂົ້າຍຶດເມືອງດັ່ງກ່າວເພີ້ມທະວີ​ຄວາມຮຸນ​ແຮງຂຶ້ນ.

ທ່ານ Wofgang Gressman ຈາກສະພາອົບພະຍົບຂອງ ນໍເວ ໄດ້ກ່າວວ່າ “ຕອນນີ້ ພວກເຮົາກຳລັງກຽມພ້ອມສຳລັບເຫດການທີ່ຮ້າຍແຮງທີ່ສຸດ, ຊີວິດຂອງພວກພົນລະ ເຮືອນ 1 ລ້ານ 2 ແສນຄົນ ແມ່ນຕົກຢູ່ໃນອັນຕະລາຍ​ເປັນຢ່າງຍິ່ງ, ແລະອະນາຄົດທັງ ໝົດຂອງ ອີຣັກ ຕອນນີ້ແມ່ນກຳລັງຢູ່ໃນສະພາບ​ທີ່ລໍ່ແຫຼມ.”

ກຸ່ມດັ່ງກ່າວໄດ້ກ່າວວ່າ ພວກພົນລະເຮືອນຫຼາຍພັນຄົນໄດ້ພາກັນຫຼົບໜີອອກຈາກເມືອງ ແລ້ວ, ແລະ ຫຼາຍຄົນກໍໄດ້ຖືກຂ້າຕາຍໂດຍມືປືນລອບຍິງ ແລະ ລະເບີດທີ່​ວາງ​ໄວ້. ພວກທີ່ ຍັງຢູ່ໃນເມືອງນັ້ນແມ່ນຕ້ອງການອາຫານ, ນ້ຳ ແລະ ​ອຸບປະກອນການແພດ, ແລະ ການ ຂາດແຄນດັ່ງ ກ່າວນັ້ນຈະຮ້າຍແຮງຂຶ້ນກວ່າເກົ່າ ໃນເມື່ອການຕໍ່ສູ້ຈະເຮັດໃຫ້ມັນຫຍຸ້ງ ຍາກຂຶ້ນຕື່ມ ສຳລັບການນຳສົ່ງສຳພາລະ ແລະການຊ່ວຍເຫຼືອດ້ານມະ ນຸດສະທຳອື່ນໆ ຈະໄປເຖິງ.

ກອງກຳລັງພິເສດ ອີຣັກ ໄດ້ເດີນທາງຮອດເຂດຊານເມືອງໃນວັນອັງຄານວານນີ້, ສອງ ສັບປະດາຫຼັງຈາກການຕໍ່ສູ້ເພື່ອຍຶດຄືນເມືອງທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງ ອີຣັກ ໄດ້ ເລີ່ມຂຶ້ນ, ແລະ ດົນກວ່າສອງປີ ຫຼັງຈາກເມືອງ Mosul ໄດ້ຖືກຍຶດໄປໂດຍກຸ່ມຫົວຮຸນແຮງ ລັດອິສລາມ.

ນາຍພົນອີຣັກ ຄົນໜຶ່ງໄດ້ກ່າວວ່າ ກອງທະຫານໄດ້ຍຶດສະຖານີໂທລະ ພາບແຫ່ງໜຶ່ງໃນ ວັນອັງຄານວານນີ້ ກ່ອນພາຍຸດິນຊາຍພັດເຂົ້າຖະຫຼົ່ມ ແລະ ​ເຮັດ​ໃຫ້ການປະຕິບັດການຕໍ່ ສູ້​ກັນໃນ​ມື້ວານ​ນີ້ສິ້ນສຸດ​ລົງ.

ໃນວັນພຸດມື້ນີ້, ກອງກຳລັງຕ່າງໆ​ ແມ່ນ​ຍັງ​ຮັກສາ​ທີ່​ຕັ້ງຂອງພວກເຂົາເຈົ້າຢູ່​ທາງພາກຕາ ເວັນອອກຂອງເມືອງ ໃນຂະນະທີ່ຄວາມຊຸ່ມຊື່ນສູງ ແລະຂີ້ເຝື້ອໄດ້ຈຳກັດການ​ປະ​ຕິບັດ​ງານຂອງເຮືອບິນບໍ່ມີຄົນຂັບ ແລະ ເຮືອບິນອື່ນໆຍ້ອນ​ແນມ​ບໍ່​ເຫັນ​ເປົ້າໝາຍ.

ພາຍພົນຈັດຕະວາ ອີຣັກ ທ່ານ Haider Fadhi ກ່າວ່າ ບໍ່ມີການວາງແຜນທີ່ຈະເຄື່ອນ ກອງກຳລັງໃນວັນພຸດມື້ນີ້ ຍ້ອນສະພາບອາກາດ, ອີງຕາມລາຍ​ງານຂອງອົງການຂ່າວ​ເອພີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Mosul
please wait
Embed

No media source currently available

0:00 0:02:01 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG