ການຊ່ວຍເຫຼືອດ້ານມະນຸດສະທຳຫຼາຍກວ່າ 1,000 ໂຕນໄດ້ໄປຮອດທ່າເຮືອຊົ່ວຄາວຂອງສະຫະລັດ ທີ່ຢູ່ນອກຊາຍຝັ່ງຂອງເຂດກາຊາ ນັບຕັ້ງແຕ່ວັນອັງຄານທີ່ຜ່ານມາ.
ແນວໃດກໍຕາມ, ການຊ່ວຍເຫຼືອດັ່ງກ່າວບໍ່ໄດ້ໄປຮອດຊາວ ປາແລັສໄຕນ໌ ຜູ້ທີ່ຕ້ອງການມັນຢ່າງແຮງ. ແຕ່ກົງກັນຂ້າມ, ມັນໄດ້ຕັ້ງຢູ່ເທິງຫາດຊາຍ, ອີງຕາມທ່ານນາງ ຊາບຣີນາ ຊິງ, ຮອງໂຄສົກຂອງທຳນຽບຫ້າແຈ.
ໂຄງການອາຫານໂລກຂອງອົງການສະຫະປະຊາຊາດ, ເຊິ່ງແມ່ນນຶ່ງໃນບັນດາອົງການທີ່ຮັບຜິດຊອບສຳລັບການແຈກຢາຍການຊ່ວຍເຫຼືອ, ໄດ້ໂຈະການນຳສົ່ງຂອງເຂົາເຈົ້າຊົ່ວຄາວ ນັບຕັ້ງແຕ່ການໂຈມຕີດ້ວຍຈະຫຼວດໃສ່ສາງຂອງເຂົາເຈົ້າເມື່ອອາທິດແລ້ວນີ້.
ມັນບໍ່ມີຄວາມກະຈ່າງແຈ້ງໃນທັນທີວ່າ ເວລາໃດໂຄງການອາຫານໂລກຈະສາມາດສືບຕໍ່ການນຳສົ່ງນັ້ນ.
ທ່ານນາງ ຊິງ ຈາກທຳນຽບຫ້າແຈກ່າວວ່າ, ສຳລັບຕອນນີ້, ສະຫະລັດ ຈະເພັ່ງເລັງໃສ່ການນຳເອົາການຊ່ວຍເຫຼືອເພີ່ມເຕີມຈາກປະເທດ ໄຊປຣັສ ໄປຂົວທ່າເຮືອຊົ່ວຄາວນັ້ນ ແລະ ເອົາເຂົ້າໄປໃນ ກາຊາ ສະນັ້ນມັນຈະຢູ່ທີ່ນັ້ນ ແລະ ພ້ອມເມື່ອການນຳສົ່ງສືບຕໍ່ໄປ.
ຂົວທ່າເຮືອຊົ່ວຄາວດັ່ງກ່າວ, ທີ່ຖືກອອກມາແບບມາເປັນອີກທາງນຶ່ງທີ່ຈະນຳເອົາການຊ່ວຍເຫຼືອເຂົ້າໄປໃນ ກາຊາ, ໄດ້ເຊື່ອມຈອດກັບຫາດຊາຍ ກາຊາ ຄືນເມື່ອບໍ່ດົນມານີ້ ຫຼັງຈາກມັນໄດ້ຫັກຍ້ອນພາຍຸໃນເດືອນພຶດສະພາທີ່ຜ່ານມາ.
ອົງການສະຫະປະຊາຊາດເປັນຜູ້ຄວບຄຸມການຮັບການເອົາການຂົນສົ່ງ ແລະ ເປັນຜູ້ປະສານງານການແຈກຢາຍຢູ່ພື້ນດິນ. ການຈັດແຈງນັ້ນແມ່ນພາກສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະຂະຫຍາຍສິ່ງທີ່ອົງການມະນຸດສະທຳເວົ້າແມ່ນການຊ່ວຍເຫຼືອຈຳນວນທີ່ບໍ່ພຽງພໍຢ່າງຫຼວງຫຼາຍສຳລັບພົນລະເຮືອນ ປາແລັສໄຕນ໌.
ຟໍຣັມສະແດງຄວາມຄິດເຫັນ