ອົງການສະພາກາແດງສາກົນ ຫຼື ICRC ກ່າວໃນຕອນເຊົ້າວັນ
ອັງຄານມື້ນີ້ວ່າ ການດຳເນີນຄວາມພະຍາຍາມຮ່ວມຂອງຕົນ
ທີ່ຈະນຳເອົາການຊ່ວຍເຫລືອທີ່ຕ້ອງການຫລາຍທີ່ສຸດ ໄປສູ່
ເມືອງ Madaya ຂອງຊີເຣຍ ໄກ້ກັບຊາຍແດນເລບານອນ
ນັ້ນ ໄດ້ເປັນທີ່ສຳເລັດເສັດສິ້ນແລ້ວ.
ໂຄສົກຂອງສະພາກາແດງທ່ານ Pawel Krysziek ກ່າວຢູ່ໃນ
Twitter ວ່າ ອົງການ ICRC ສະຫະປະຊາຊາດ ແລະທີມງານ
ສະພາກາແດງຊີເຣຍ ໄດ້ອອກຈາກເຂດດັ່ງກ່າວໄປແລ້ວ ແຕ່
ຍັງມີ “ການໃຫ້ຄວາມຊ່ວຍເຫຼືອຢູ່ອີກຫຼາຍ ຢ່າງທີ່ຈະຕິດຕາມ
ມາໃນບໍ່ເທົ່າໃດມື້ຂ້າງໜ້ານີ້.”
ເມືອງ Madaya ທີ່ພວກຕໍ່ຕ້ານລັດຖະບານຄວບຄຸມ ແລະເປັນເວລາຫລາຍເດືອນມາ
ແລ້ວ ທີ່ກຳລັງສະໜັບສະໜູນລັດຖະບານໄດ້ປິດລ້ອມເມືອງດັ່ງກ່າວ ທີ່ມີປະຊາຊົນ
ປະມານ 42,000 ຄົນ ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານອາຫານຄັ້ງສຸດທ້າຍໃນເດືອນ
ຕຸລາ. ສະຫະປະຊາຊາດ ແລະອົງການຈັດຕັ້ງອື່ນໆກ່າວວ່າ ປະຊາຊົນໄດ້ເສຍຊີວິດ
ຍ້ອນຄວາມອຶດຫີວ.
ທ່ານ Krysiek ກ່າວຈາກເມຶອງ Madaya ວ່າ “ສິ່ງທີ່ເຫັນທຳອິດເຮັດໃຫ້ຫົວໃຈສະທ້ານ
ທີ່ສຸດ. ເຮົາເຫັນຄົນຢູ່ຕາມຖະໜົນຫົນທາງຢ່າງຫລວງຫລາຍ ບາງຄົນພາກັນຍິ້ມຫົວ
ແລະໂບກມືໃສ່ພວກເຮົາ ອີກຈຳນວນໜຶ່ງພາກັນອິດເມື່ອຍຈ່ອຍ ທີ່ສະແດງອອກມາໃຫ້ເຫັນເຖິງຄວາມອິດເມື່ອຍທີ່ສຸດ.”
ຫົວໜ້າຫ້ອງການຊ່ວຍເຫລືອດ້ານມະນຸດສະທຳ ສະຫະປະຊາຊາດ ທ່ານ Stephen
O’Brien ກ່າວວ່າ 400 ຄົນປະເຊີນໜ້າກັບການເສຍຊີວິດ ນອກ ຈາກວ່າ ຈະມີການ
ຍົກຍ້າຍພວກເຂົາເຈົ້າໄປປິ່ນປົວໃນທັນທີ.
ຂະບວນລົດອາຫານໃຫ້ການຊ່ວຍເຫລືອ ຢາປົວພະຍາດ ແລະຜ້າຫົ່ມ ໄດ້ໄປເຖິງເມືອງ
Fouaa ແລະ Kefraya ຢູ່ໃນແຂວງ Idlib ໃນວັນຈັນວານນີ້ ແລະການແຈກຢາຍສິ່ງ
ຂອງຕ່າງໆ ຄາດວ່າ ຈະເສັດສີ້ນລົງໃນຄືນແລ້ວນີ້. ຢູ່ໃນບັນດາເມືອງດັ່ງກ່າວ ແມ່ນພວກ
ຕໍ່ຕ້ານລັດຖະບານເປັນຜູ້ຮັບຜິດຊອບຕໍ່ການ ປິດລ້ອມ ທີ່ປ່ອຍໃຫ້ປະຊາຊົນຢູ່ທີ່ນັ້ນ ມີ
ຄວາມຕ້ອງການຄວາມຊ່ວຍເຫລືອສຸກ ເສີນຢ່າງຮີບດ່ວນ.