ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດເຊຍ ກ່າວວ່າ ພວກ​ຕໍ່ຕ້ານ ລັດຖະບານຊີ​​ເຣຍ ສາມາດອອກໜີ ຈາກເມືອງ​ກູ​ຕາ ຕາ​ເວັນ​ອອກ ໄດ້


ຂະບວນລົດ ສະພາກາແດງນາໆຊາດ (ICRC) ກຳລັງແລ່ນເຂົ້າໄປ ເມືອງ​ກູ​ຕາ ຕາ​ເວັນ​ອອກ ທີ່ໃກ້ໆກັບສູນ Wafideen ໃນນະຄອນດາ​ມັສກັສ, 5 ມີນາ 2018.
ຂະບວນລົດ ສະພາກາແດງນາໆຊາດ (ICRC) ກຳລັງແລ່ນເຂົ້າໄປ ເມືອງ​ກູ​ຕາ ຕາ​ເວັນ​ອອກ ທີ່ໃກ້ໆກັບສູນ Wafideen ໃນນະຄອນດາ​ມັສກັສ, 5 ມີນາ 2018.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ພວກ​ຕໍ່ຕ້ານໃນ​ຊີເຣຍ
ນອກ ຈາກ​ພວກ​ພົນ​ລະ​ເຮືອນແລ້ວ ​ແມ່ນ​ສາມາດໃຊ້ເສັ້ນທາງໃນການຫ​ລົບ​ໜີ​ ອອກ​
ຈາກເມືອງ​ກູ​ຕາ ຕາ​ເວັນ​ອອກ ທີ່​ຖືກປິດລ້ອມຢູ່ນັ້ນ.

ຖະແຫຼງການ​ສະບັບ​ນຶ່ງ​ ຊອງກະຊວງ​ປ້ອງ​ກັນ​ປະ​ເທດຣັດເຊຍ ​ໄດ້​ລະບຸ​ວ່າ ພວກ​ນັກ
​ລົບ​ສາມາດ​ທີ່​ຈະ​ເອົາ​ປື ນ​ແລະ​ຄອບຄົວ​ຂອງ​ພວກ​ຕົນ​ອອກ​ໄປ ​ແຕ່​ບໍ່​ໄດ້​ລະບຸ​ຢ່າງ​ເປັນ
​ການ​ສະ​ເພາະເຈາະຈົງ​ວ່າ ​ພວກເຂົາ​ຈະໄປຢູ່ບ່ອນ​ໃດ.

ການ​ສື​ບຕໍ່​ຄວາມຮຸນ​ແຮງ ​ແມ່ນ​ໄດ້ຕັດ​ຮອນ​ ຄຳສັ່ງຢຸດຍິງໃນທົ່ວປະເທດ ຂອງສະຫະ
ປະຊາຊາດ ​ໃນ​ຊີ​ເຣຍ ພ້ອມ​ທັງການ​ປະກາດ​ປ້ອງກັນໂຕຂອງຣັດ​ເຊຍ​ໃນ​ແຕ່​ລະ​ວັນ ​
ເພື່ອ​ການ​ ເພື່ອຢຸດ​ດ້ານມະນຸ​ດສະ​ທຳ ທີ່​ໝາຍ​ຄວາມ​ວ່າ ​ເປີດໂອ​ກາດ​ໃຫ້ ພວກ​ພົນ​ລະ
​ເຮືອນຫລົບໜີ​ອອກ​ຈາກເມືອງ​ກູ​ຕາ ຕາ​ເວັນ​ອອກ​ໄດ້.

​ໃນ​ວັນ​ຈັນ​ວານ​ນີ້ ຂະ​ບວນລົດ​ຂອງ​ອົງການ​ໃຫ້ຄວາມຊ່ອຍເຫຼືອມະນຸດສະທຳນາໆ ​
ໄດ້​ຕັດເວລາໃນການປະຕິບັດງານໃຫ້ສັ້ນລົງ ​ໂດຍມີ​ຈຸດປະສົງ ​ທີ່​ຈະ​ນຳ​ສຳພາລະ
ອາຫານ​ການກິນ ​ໄປ​ຍັງ ເມືອງ​ກູ​ຕາ ຕາ​ເວັນ​ອອກ ຫຼັງ​ຈາກ​ກອງ​ກຳລັງ​ລັດຖະບານ ​
ຍັງ​ສືບ​ຕໍ່​ໂຈມຕີທາງ​ອາ​ກາດ​ແລະ​ໂຈມ​ຕີ​ທາງພາ​ກພື້ນດິນ​ນຳ. ອົງການ​ສະຫະ​ປະຊາ​
ຊາດ​ ກ່າວ​ວ່າ ຄວາມ​ພະຍາຍາມ​ທີ່​ຈະ​ນຳ​ສົ່ງ​ສຳພາລະ​ດັ່ງກ່າວ​ນີ້ ຈະ​ມີ​ຂຶ້ນ​ໃນ​ວັນ
​ອັງຄານ​ມື້​ນີ້​ອີກ.

ພວກທະຫານຣັດເຊຍ ທີ່ເຫັນເບິ່ງຄືວ່າ ຢືນຍາມຮັກສາ ສະພາກາແດງຊີເຣຍ ທຳການຂົນສຳພາລະຕ່າງໆ ໃນທີ່ປ້ອມກວດກາ ໃກ້ໆ ກັບສູນ Wafideen ໃກ້ໆກັບນະຄອນດາມັສກັສ, 5 ມີນາ 2018.
ພວກທະຫານຣັດເຊຍ ທີ່ເຫັນເບິ່ງຄືວ່າ ຢືນຍາມຮັກສາ ສະພາກາແດງຊີເຣຍ ທຳການຂົນສຳພາລະຕ່າງໆ ໃນທີ່ປ້ອມກວດກາ ໃກ້ໆ ກັບສູນ Wafideen ໃກ້ໆກັບນະຄອນດາມັສກັສ, 5 ມີນາ 2018.

ຂະ​ບວນລົດລຳລຽງ​ 46 ຄັນ ​ໄດ້​ອອກ​ຈາກ​ເມືອງ​ ດູ​ມາ ​ໃນ​ແລງ​ວັນ​ຈັນວານ​ນີ້ ​ເພື່ອ​ກັບ
​ຄືນ​ໄປ​ຍັງ​ນະຄອນ​ດາ​ມັສກັສ ​ໂດຍ​ປາດ​ສະ​ຈາກກ ການຂົນ​ສຳພາລະ​ອອກ​ຈາກລົດທັງ
ໝົ​ດ ​ເນື່ອງ​ຈາກ​ຄວາມ​ຮຸນ​ແຮງ.

“ພວກ​ເຮົາ​ແມ່ນ​ຂົນ​ຂອງ​ລົງ​ເທົ່າ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້ ​ໃນ​ຂະນະ​ທີ່​ມີການຍິງ
ໂຈມຕີ,”
ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ຜູ້ຕາງໜ້າອົງການອົບ​ພະຍົບ ​ຂອງສະຫະ​ປະຊາ​ຊາດ ຫຼື UNHCR ທ່ານ ຊາ​ຈາດ ມາ​ລິກ (Sajjad Malik) ທີ່​ໄດ້​ຂຽນ​ລົງ​ໃນ​ທຣິດເຕີ. “ພວກ​ປະ
ຊາຊົນ​ພົນລະ​ເຮືອນແມ່ນ​ໄດ້​ຕົກຢູ່ໃນ​ທ່າມກາງສະຖານະ​ການ​ທີ່ໜ້າເສົ້າໃຈດັ່ງກ່າວ​ນີ້.”

​ເຈົ້າ​ໜ້າ​ທີ່​ອົງການສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ ພວກ​ພະນັກງານ​ຊ່ອຍ​ເຫຼືອ​ແມ່ນ​ປອດ​
ໄພ.

ນອກຈາກຕັດການປະຕິບັດງານໃຫ້ສັ້ນລົງແລ້ວ ​ອົງການສະຫະປະຊາຊາດແລະ​ສະພາ
ກາ​ແດງ​ສາກົນ ​ໄດ້​ກ່າວ​ວ່າ ລັດຖະບານ​ຊີ​ເຣຍ ​ໄດ້​ກີດ​ກັນພວກ​ພະນັກງານ​ຊ່ອຍ​ເຫຼືອ​ກູ້
ໄພ ບໍ່ໃຫ້​ນຳ​ອຸບປະກອນ​ການ​ແພດ ​ທີ່ພວກ​ເຂົາ​ເຈົ້າ​ໄດ້​ວາງ​ແຜນ​ທີ່​ຈະຂົນໄປນັ້ນ​ລົງ ​
ແລະ​ບໍ່ສາ ມາດສັບ​ປ່ຽນ​ໂດຍສິ່ງອື່ນໃດ​ໆທັງ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກເດັກນ້ອຍທີ່ເຫັນໃກ້ໆກັບຊາດຫັກພັງ ທີ່ຖືກໂຈມຕີທາງອາກາດ ໃນເມືອງດູມາ ທີ່ຖືກປິດລ້ອມໄວ້ນັ້ນ, ເມືອງກູຕາ ຕາເວັນອອກ, ໃກ້ໆກັບນະຄອນດາມັສກັສ, ຊີເຣຍ, 6 ກຸມພາ 2018.
ພວກເດັກນ້ອຍທີ່ເຫັນໃກ້ໆກັບຊາດຫັກພັງ ທີ່ຖືກໂຈມຕີທາງອາກາດ ໃນເມືອງດູມາ ທີ່ຖືກປິດລ້ອມໄວ້ນັ້ນ, ເມືອງກູຕາ ຕາເວັນອອກ, ໃກ້ໆກັບນະຄອນດາມັສກັສ, ຊີເຣຍ, 6 ກຸມພາ 2018.

XS
SM
MD
LG