ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະບວນລົດ ບັນທຸກເຄື່ອງຊ່ວຍເຫຼືອ ເຄື່ອນ ຍ້າຍໄປເຖິງ ເມືອງກູຕາ ຕາເວັນອອກ ຂອງຊີເຣຍ

Syria Ghouta Violence
please wait
Embed

No media source currently available

0:00 0:00:55 0:00

ອົງການສະຫະປະຊາຊາດ ອົງການກາແດງສາກົນ ແລະ ອົງການກາແດງອາຣັບຂອງ
ຊີເຣຍ ໄດ້ທຳງານໃນວັນຈັນມື້ນີ້ ເພື່ອນຳສົ່ງສິ່ງຂອງຊ່ວຍເຫຼືອ ດ້ານມະນຸດສະທຳ ໄປຍັງ
ເຂດປິດລ້ອມຂອງຊີເຣຍ ໃນບໍລິເວນເມືອງກູຕາຕາເວັນອອກ ທີ່ຄວບຄຸມໂດຍພວກຕໍ່ຕ້ານ
ລັດຖະບານຊີເຣຍ ບ່ອນທີ່ກຳລັງທະຫານຂອງລັດຖະບານ ເມື່ອສອງສາມສັບປະດາຜ່ານ
ມານີ້ ໄດ້ພະຍາຍາມທີ່ຈະທະວີຄວາມກົດດັນຫຼາຍຂຶ້ນ ເພື່ອຂັບໄລ່ພວກຕໍ່ຕ້ານອອກໄປ
ຈາກພື້ນທີ່.

ໂຄສົກອົງການກາແດງ ທ່ານ ປາແວລ ກຣີຊີຊິກ (Pawel Krzysiek) ໄດ້ກ່າວວ່າ
ຂະບວນລົດບັນທຸກ 46 ຄັນ ໄດ້ເຄື່ອນຍ້າຍໄປທາງກ້ຳຕາເວັນອອກ ຂອງເມືອງກູຕາ.

ພວກທະຫານຣັດເຊຍ ສາມາດເຫັນໄດ້ ກຳລັງ ຮັກສາຄວາມປອດໄພ ພວກລົດບັນທຸກ ເຄືອງຊ່ອຍເຫຼືອ ຂອງອົງການກາແດງ ອາຣັບ ຂອງຊີເຣຍ (Syrian Arab Red Crescent) ຢູ່ທີ່ປ້ອມກວດກາແຫ່ງນຶ່ງ ຢູ່ໃກ້ໆ ຄ້າຍ Wafideen ໃນນະຄອນຫຼວງ ດາມາກັສ, ວັນທີ 5 ມີນາ 2018.

ທ່ານໄດ້ຂຽນລົງທວີດເຕີ້ ວ່າ “ຮູ້ສຶກຄືກັບວ່າ ກຳລັງແຂ່ງກັບເວລາ.”

ເຈົ້າໜ້າທີ່ອົງການອະນາໄມໂລກ ທ່ານນຶ່ງ ໄດ້ກ່າວບອກ ອົງການຂ່າວຣອຍເຕີ ວ່າ
ລັດຖະບານຂອງຊີເຣຍ ຈະບໍ່ອະນຸຍາດໃຫ້ນຳສົ່ງ ເຄື່ອງຂອງທີ່ຕົນໄດ້ກະກຽມໄວ້ ສຳລັບ
ຂະບວນລົດບັນທຸກດັ່ງກ່າວ ທີ່ລວມທັງ ຊຸດປິ່ນປົ່ວບາດແຜ ແລະ ຢາປົວໂຣກເບົາຫວານ
ຈຳນວນ 70 ເປີເຊັນ. ທີ່ຜ່ານມາ ກຸ່ມຊ່ວຍເຫຼືອທັງຫຼາຍ ໄດ້ຈົ່ມກ່ຽວກັບເລື້ອງຂອງການ
ທີ່ພວກເຂົາເຈົ້າ ຈະຕ້ອງໄດ້ເປີດເຄື່ອງຂອງການຊ່ວຍເຫຼືອທັງຫຼາຍ ທີ່ຈະນຳສົ່ງນັ້ນ ອອກ
ທັງໝົດ.

ພວກເດັກນ້ອຍສາມາດເຫັນໄດ້ ຢືນຢູ່ໃກ້ໆ ກັບຊາກຫັກພັງ ຫຼັງຈາກຖືກໂຈມຕີທາງອາກາດ ຢູ່ໃນເມືອງນ້ອຍ ດູມາ ຂອງເມືອງກູຕາ ຕາເວັນອອກ ທີ່ໄດ້ຖືກປິດລ້ອມ, ຕັ້ງຢູ່ໃກ້ກັບນະຄອນຫຼວງ ດາມາກັສ ຂອງຊີເຣຍ, ວັນທີ 6 ກຸມພາ 2018.
ພວກເດັກນ້ອຍສາມາດເຫັນໄດ້ ຢືນຢູ່ໃກ້ໆ ກັບຊາກຫັກພັງ ຫຼັງຈາກຖືກໂຈມຕີທາງອາກາດ ຢູ່ໃນເມືອງນ້ອຍ ດູມາ ຂອງເມືອງກູຕາ ຕາເວັນອອກ ທີ່ໄດ້ຖືກປິດລ້ອມ, ຕັ້ງຢູ່ໃກ້ກັບນະຄອນຫຼວງ ດາມາກັສ ຂອງຊີເຣຍ, ວັນທີ 6 ກຸມພາ 2018.

ສະພາຄວາມໝັ້ນຄົງ ໄດ້ຮຽກຮ້ອງໃຫ້ຢຸດຍິງເປັນເວລາ 30 ວັນ ໃນທົ່ວຊີເຣຍ ເພື່ອຈະ
ອະນຸຍາດໃຫ້ການຊ່ວຍເຫຼືອ ເຂົ້າໄປເຖິງພວກພົນລະເຮືອນ ທີ່ປະກອບດ້ວຍ ປະຊາຊົນ
400,000 ຄົນ ຢູ່ໃນກູຕາຕາເວັນອອກ ແຕ່ຫຼາຍກວ່ານຶ່ງສັບປະດາຜ່ານມາແລ້ວ ຫຼັງຈາກ
ທີ່ຍັດຕິໄດ້ຖືກຮັບຮອງເອົາ ກໍບໍ່ມີສັນຍານເລີຍວ່າ ມັນຈະເປັນຜົນບັງຄັບໃຊ້.

ໃນເວລາດຽວກັນ ຣັດເຊຍ ເຊິ່ງເປັນຜູ້ໜູນຫຼັງປະທານາທິບໍດີ ບາຊາຣ ອາລ-ອາຊາດ
ຂອງຊີເຣຍ ກໍໄດ້ປະກາດການຢຸຸດສູ້ລົບຂອງຕົນເປັນເວລາ 5 ຊົ່ວໂມງ ໃນແຕ່ລະວັນ
ແລະ ພ້ອມກັນນັ້ນ ລັດຖະບານຂອງຊີເຣຍ ໄດ້ກ່າວຫາພວກກະບົດວ່າ ບໍ່ຍອມໃຫ້ພວກ
ພົນລະເຮືອນ ອອກໄປຈາກຊານເມືອງຂອງ ນະຄອນ ດາມາກັສ.

ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຫຼັງຈາກຖືກຍິງຖະລົ່ມ ໂດຍລັດຖະບານຂອງຊີເຣຍ ໃສ່ເມືອງນ້ອຍ ຮາມູເລຍ ໃນພາກຕາເວັນອອກ ຂອງເມືອງກູຕາ ທີ່ຄວບຄຸມໂດຍກຸ່ມຕໍ່ຕ້ານລັດຖະບານ ທີ່ໄດ້ຖືກປິດລ້ອມໂດຍກຳລັງສະໜັບສະໜູນ ລັດຖະບານ ໃນຂົງເຂດຊານເມືອງຂອງນະຄອນຫຼວງ ດາມາກັສ, ວັນທີ 3 ມີນາ 2018.

ພວກຕໍ່ຕ້ານລັດຖະບານ ໄດ້ປະຕິເສດຕໍ່ຂໍ້ກ່າວຫາເຫຼົ່ານັ້ນ ໃນຂະນະທີ່ ກ່າວວ່າ ຝ່າຍທີ່
ສະໜັບສະໜູນລັດຖະບານ ໄດ້ສືບຕໍ່ທຳການໂຈມຕີທາງອາກາດ ຕໍ່ເມືອງກູຕາຕາເວັນ
ອອກ ແລະ ວ່າ ພວກປະຊາຊົນຢູ່ທີ່ນັ້ນ ແມ່ນພາກັນຢ້ານວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່
ພວກເຂົາເຈົ້າ ຖ້າພວກເຂົາ ອອກໄປຈາກພື້ນທີ່ຂອງພວກຝ່າຍຕໍ່ຕ້ານ ທີ່ໄດ້ຄວບຄຸມ
ມາໄດ້ ສີປີແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG