ອະດີດເຈົ້າຄອງນະຄອນຫລວງຈາກາຕາ ຂອງອິນໂດເນເຊຍ ໄດ້ຖືກປ່ອຍຕົວ ພາຍຫລັງທີ່ໄດ້ຖືກຂັງຄຸກເປັນເວລານານເກືອບຮອດ 2 ປີ ຍ້ອນຖືກຕັດສິນວ່າ ໄດ້ໝິ່ນປະໝາດສາດສະໜາ.
ທ່ານ ບາຊູກິ ຕຈາຮາຈາ ເປີນາມາ (Basuki Tjahaja Purnama) ຊຶ່ງຄົນເອີ້ນຊື່ນ້ອຍຂອງເພິ່ນວ່າ “ອາໂຮກ” (Ahok) ນັ້ນ ໄດ້ຖືກຕ້ອນຮັບໂດຍຄອບຄົວຂອງທ່ານ ແລະພວກທີ່ສະໜັບສະໜຸນທ່ານທີ່ຮ້ອງເຊຍທ່ານຢ່າງຄັບຄາໜາແໜ້ນ ເມື່ອທ່ານຍ່າງອອກຈາກຄຸກ ທີ່ຕັ້ງຢູ່ຊານເມືອງ ຂອງນະຄອນຈາກາຕາ ໃນຕອນເຊົ້າໆ ຂອງວັນພະຫັດມື້ນີ້.
ທ່ານ ອາໂຮກ, ຊຶ່ງເປັນຄົນຈີນນັບຖືສາດສະໜາຄຣິສຕຽນ ໄດ້ລົງສະໝັກແຂ່ງຂັນ ເພື່ອໃຫ້ຖືກເລືອກຕັ້ງຄືນໃນປີ 2016 ເມື່ອທ່ານໄດ້ຖືກຈັບໄດ້ວ່າ ກ່າວຄຳເວົ້າ ຢູ່ໃນພະຄຳພີກູຣານ (Quran) ເພື່ອເປັນການພິສູດໃຫ້ແກ່ພວກສະໜັບສະໜຸນທ່ານຮູ້ວ່າ ບໍ່ມີຂໍ້ຈຳກັດຕໍ່ຊາວມຸສລິມໃນການປ່ອນບັດເອົານັກການເມືອງທີ່ບໍ່ແມ່ນຊາວມຸສລິມ.
ຄຳເວົ້າຂອງທ່ານໄດ້ຖືກດັດແກ້ ແລະໄດ້ນຳອອກເຜີຍແຜ່ ໄປທົ່ວສື່ສັງຄົມອອນລາຍ ຊຶ່ງພາໃຫ້ເກີດການເດີນຂະບວນຢ່າງໂກດແຄ້ນຂອງຊາວມຸສລິມທີ່ເຄັ່ງຄັດ ທີ່ຮຽກຮ້ອງໃຫ້ຈັບກຸມທ່ານ ຫລືບໍ່ດັ່ງນັ້ນ ກໍໃຫ້ປະຫານຊີວິດທ່ານ ຍ້ອນວ່າ ໄດ້ໝິ່ນປະໝາດສາດສະໜາອິສລາມ. ທ່ານອາໂຮກ ໄດ້ເສຍໄຊ ໃນການເລືອກຕັ້ງໃນເດືອນເມສາ ປີ 2017 ໃຫ້ແກ່ຄູ່ແຂ່ງທີ່ເປັນຊາວມຸສລິມຄົນນຶ່ງ ທີ່ດຶງດູດເອົາການປ່ອນບັດຂອງພວກອະນຸລັກນິຍົມມຸສລິມ ແລະຕໍ່ມາບໍ່ພໍຮອດນຶ່ງເດືອນທ່ານ ກໍຖືກພົບເຫັນວ່າ ມີຄວາມຜິດໃນການໝິ່ນປະໝາດສາດສະໜາ.
ການຕັດສິນລົງໂທດດັ່ງກ່າວ ໄດ້ເຮັດໃຫ້ມີຄວາມຢ້ານກົວວ່າ ຊື່ສຽງຂອງອິນໂດເນເຊຍ ໃນຖານະເປັນປະເທດທີ່ຄອບງຳດ້ວຍຊາວມຸສລິມທີ່ນິຍົມແນວທາງປານກາງ ແລະມີການໂຍະຍານຜ່ອນຜັນ ກຳລັງຖືກພວກອະນຸລັກນິຍົມ ທີ່ມີຫົວຮຸນແຮງ ທ້າທາຍ ໂດຍການຫາທາງ ທີ່ຈະນຳໃຊ້ກົດໝາຍສາດສະໜາ ທີ່ເອີ້ນວ່າ ຊາເຣຍ ໃນຮູບແບບທີ່ເຄັ່ງຄັດ.
ປະມານ 88 ເປີເຊັນຂອງອິນໂດເນເຊຍ ທີ່ມີພົນລະເມືອງ 260 ລ້ານຄົນນັ້ນ ແມ່ນຊາວມຸສລິມ ໃນຂະນະທີ່ ລັດຖະບານໄດ້ຮັບຮູ້ ສາດສະໜາອື່ນທີ່ເປັນທາງການອີກ 5 ສາດສະໜາ ຊຶ່ງລວມມີ ສາດສະໜາ ໂປຣແຕັສຕັງ, ກາໂຕລິກ, ຮິນດູ, ພຸດ ແລະຂົງຈື້.