ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານທະຫານ ອິສຣາແອລ ດຳເນີນຄະດີ ເດັກຍິງ ປາແລສໄຕນ໌ ທີ່ຕີທະຫານ ອິສຣາແອລ


ນາງອາເຮັດ ທາມີມີ ຜົມສີທອງ ອາຍຸ 17 ປີ ຈາກໝູ່ບ້ານເນຍີ ຊາເລ ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດັນ ກຳລັງຖືກນຳໂຕມາຂຶ້ນສານທະຫານ.
ນາງອາເຮັດ ທາມີມີ ຜົມສີທອງ ອາຍຸ 17 ປີ ຈາກໝູ່ບ້ານເນຍີ ຊາເລ ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດັນ ກຳລັງຖືກນຳໂຕມາຂຶ້ນສານທະຫານ.

ເດັກຍິງຊາວ​ປາ​ແລ​ສ​ໄຕ​ນ໌ ​ອາຍຸ 17 ປີ ​ໄດ້ຖືກດຳເນີນຄະດີໂດຍສານ​ທະຫານ​ອິສຣາ​
ແອ​ລ ໃນ​ອັງຄານ​ມື້​ນີ້ ​ໃນ​ຖານ​ຕົບ ​ແລະ​ຕີ​ທະຫານ​ອິສຣາ​ແອ​ລສອງ​ຄົນ.

ພາ​ບວີ​ດີ​ໂອ​ໃນການຕໍ່ສູ້ກັນ ເມື່ອເດືອນ​ທັນ​ວາທີ່​ຜ່ານ​ມາ ສ​ະ​ແດງ​ໃຫ້​ເຫັນ​ ນາງອາເຮັດ
ທາ​ມີ​ມີ ປະ​ເຊີນ​ໜ້າ​ກັບ​ພວກ​ທະຫານ​ຢູ່​ໃກ້ກັບ​ເຮືອ​ນຄອບຄົວຂອງ​ລາ​ວ​ໃນ​ເຂດ​ແຄມ​
ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດັນ ​ໂດຍໄດ້ເຕະ​ທະຫານ​ຄົນ​ນຶ່ງ​ຢູ່​ຂາ ​ແລະ​ຕົບ​ໜ້າ​ຂອງ
ລາວ ກ່ອນ​ຕີ​ໜ້າທະຫານ​ອີກ​ຄົນ​ນຶ່ງ​ຢູ່ທີ່ໜ້າຂອງຜູ້ກ່ຽວ.

ຊາວປະແລສໄຕນ໌ທ່ີ່ຮ່ວມປະທ້ວງຄົນນຶ່ງໄດ້ຮັບບາດເຈັບ ລະຫວ່າງການປະທະກັນກັບ ອິສຣາແອລ ທີ່ປະທ້ວງຕ້ານປະທານາທິບໍດີ ດໍໂນລ ທຣໍາ ໃນການຮັບຮູ້ເອົາ ເຈຣູຊາແລັມເປັນເມືອງເອກຂອງ ອິສຣາແອລ.
ຊາວປະແລສໄຕນ໌ທ່ີ່ຮ່ວມປະທ້ວງຄົນນຶ່ງໄດ້ຮັບບາດເຈັບ ລະຫວ່າງການປະທະກັນກັບ ອິສຣາແອລ ທີ່ປະທ້ວງຕ້ານປະທານາທິບໍດີ ດໍໂນລ ທຣໍາ ໃນການຮັບຮູ້ເອົາ ເຈຣູຊາແລັມເປັນເມືອງເອກຂອງ ອິສຣາແອລ.

ພວກ​ທະຫາ​ນ​ເຫຼົ່ານີ້ໄດ້ຖືກ​ສົ່ງ​ໄປ​ເຂດ​ດັ່ງ​ກ່າວລະຫວ່າງ​ການ​ປະ​ທ້ວງ​ຕໍ່ຕ້ານການ ຕັ້ງ
ຖິ່ນ​ຖານ​ຊາວຂອງອິສຣາ​ແອລ.

ຫລາຍ​ມື້​ຕໍ່​ມາ​ພວກ​ເຈົ້າ​ໜ້າ​ທີ່ ​ໄດ້​ຈັບ​ນາງ​ທາ​ມີ​ມີ. ນາງ​ໄດ້​ຖືກ​ກັກ​ຂັງ​ແຕ່​ນັ້ນ​ມາ ເພື່ອລໍ
ຖ້າ​ການ​ດຳ​ເນີນ​ຄະດີ ​ໃນ​ຂໍ້​ຫາ​ຕ່າງໆ ຮວມທັງ​ໂຈມ​ຕີ ​ແລະ​ຍຸຍົງໃຫ້ເກີດຄວາມວຸ້ນວາຍ.

ພວກປະທ້ວງປາແລສໄຕນ໌ ພາກັນຢືນຢູທ່າມກາງຄວັນຂອງແກັສນໍ້າຕາທີ່ຍິງມາໃສ່ໂດຍ ກຳລັງອິສຣາແອລ.
ພວກປະທ້ວງປາແລສໄຕນ໌ ພາກັນຢືນຢູທ່າມກາງຄວັນຂອງແກັສນໍ້າຕາທີ່ຍິງມາໃສ່ໂດຍ ກຳລັງອິສຣາແອລ.

ນາງ​ທາ​ມີ​ມີ​ໄດ້​ກາຍ​ມາ​ເປັນ​ສັນຍາ​ລັກ​ອັນຫລ້າສຸດ ​ໃນ​ການ​ຕໍ່ສູ້ກັນມາເປັນເວລາຍາວ
​ນານ ລະຫວ່າ​ງຊາວປາ​ແລສ​ໄຕ​ນ໌​ແລະ​ອິສຣາ​ແອ​ລ ກ່ຽວ​ກັບ​ການຍາດເອົາຫາງສຽງ
ນິຍົມ ​ຂອງ​ສາທາລະນະ​ຊົນ​ຢູ່ໃນ​ທົ່ວ​ໂລກ. ຄະດີ​ຂອງ​ນາງ​ໄດ້ເນັ້ນໃຫ້ເຫັນເຖິງບັນຫາ​
ໃນອັນທີ່ປະກອບການ​ຄັດຄ້ານການຢ່າງຖືກຕ້ອງຕາມກົດໝາຍໃນການ​ປົກຄອງ​ຂອງ​
ອິສຣາ​ແອ​ລ ຕໍ່​ຊາວ​ປາ​ແລສ​ໄຕນ໌ຫລາຍ​ລ້ານ​ຄົນ ນັບ​ແຕ່​ໄດ້ເຂົ້າຍຶດ​ເອົາ​ເຂດ​ແຄມ​ຝັ່ງ​
ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດັນ ກາຊາ ​ແລະ​ເຂດເຈ​ຣູຊາ​ແລັມຕາ​ເວັນ​ອອກ​ໃນປີ 1967.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Israel Palestinians
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG