ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກ່ອນການໂຮມຊູຸມນຸມ ຫາສຽງ ຂອງ ປ. ທຣໍາ ທ່ານຟາວຈີ ໄດ້ຮ້ອງຂໍ ບໍ່ໃຫ້ມີການເຕົ້າໂຮມ ຂະໜາດໃຫຍ່


ດຣ. ແອນໂທນີ ຟາວຈີ ຫົວໜ້າສະຖາບັນພູມແພ້ ແລະພະຍາດຕິດແປດ ຂອງ ສະຫະລັດ.
ດຣ. ແອນໂທນີ ຟາວຈີ ຫົວໜ້າສະຖາບັນພູມແພ້ ແລະພະຍາດຕິດແປດ ຂອງ ສະຫະລັດ.

ໃນຂະນະທີ່ຝູງຊົນໄປໂຮມຊຸມນຸມກັນຢ່າງໜາແໜ້ນ ເຂົ້າຮ່ວມການໂຄສະນາຫາສຽງ ຂອງປະທານາທິບໍດີດໍໂນລ ທຣໍາ ທີ່ນະຄອນຟິນິກສ໌ ລັດອາຣິໂຊນາ ຫົວ ໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງປະເທດ ໄດ້ຮ້ອງການໂຮມຊຸມນຸມກັນ ນັ້ນວ່າ ເປັນແນວຄິດທີ່ບໍ່ດີ.

ດຣ. ແອນໂທນີ ຟາວຈີ ຫົວໜ້າສະຖາບັນພູມແພ້ ແລະພະຍາດຕິດແປດ ຂອງ ສະຫະລັດ ກ່າວໃນວັນອັງຄານວານນີ້ວ່າ “ຂ້າພະເຈົ້າ ຈະເວົ້າອີກເທື່ອນຶ່ງວ່າ ທ່ານບໍ່ຄວນຈະໄປເຕົ້າໂຮມກັນຢູ່ບ່ອນທີ່ມີຄົນແອອັດ.”

ນັບແຕ່ການເລີ້ມຕົ້ນໃນການແຜ່ລະບາດຂອງ COVID-19 ບັນດາເຈົ້າໜ້າທີ່ ສາທາລະນະສຸກໄດ້ແນະນຳໃຫ້ຄົນຫລີກລ່ຽງ ການເຕົ້າໂຮມກັນເປັນຈຳນວນ ຫຼວງຫຼາຍ ເພື່ອຫລຸດຜ່ອນການແຜ່ລະບາດ ຂອງໄວຣັສໂຄໂຣນາ ທີ່ເປັນສາເຫດພາໃຫ້ເກີດພະຍາດນີ້.

ດຣ. ຟາວຈີ ກ່າວໃນການໃຫ້ການຕໍ່ຄະນະກຳມະການພະລັງງານ ແລະການຄ້າ ຂອງສະພາຕ່ຳ ວ່າ “ເຖິງແມ່ນວ່າ ຫຼາຍໆຄົນ ມີເຫດຜົນແຕກຕ່າງກັນ ບໍ່ໄດ້ຟັງ ບໍ່ແມ່ນຄໍາແນະນຳ ແຕ່ເປັນຄຳຮ້ອງຂໍບໍ່ໃຫ້ເຕົ້າໂຮມກັນຢູ່ບ່ອນທີ່ມີຝູງຊົນແອອັດ ຊຶ່ງມີຄົນຈຳນວນນຶ່ງຈະພາກັນເຮັດຢ່າງນັ້ນຢູ່ແລ້ວ.”

ທ່ານກ່າວວ່າ “ຖ້າຫາກທ່ານເຮັດ ກະລຸນາໃຫ້ໃສ່ໜ້າກາກ.”

ເຖິງແມ່ນວ່າພວກນັກວິທະຍາສາດ ບໍ່ຮູ້ຈັກເປີເຊັນ “ທີ່ຄັກແນ່” ໃນການປ້ອງກັນ ຈາກການໃສ່ໜ້າກາກກໍຕາມ ແຕ່ “ພວກເຮົາສາມາດເວົ້າໄດ້ ຢ່າງຈະແຈ້ງວ່າ

ການໃສ່ໜ້າກາກແນ່ນອນຊ່ອຍໄດ້ຫຼາຍ” ເພື່ອປ້ອງກັນ ທັງຈາກການຕິດ ແລະ ການແຜ່ໄວຣັສ ນັ້ນຄືຄຳເວົ້າຂອງ ດຣ. ຟາວຈີ ທີ່ໄດ້ກ່າວໄດ້.

ປະທານາທິບໍດີດໍໂນລ ທຣໍາ ໄດ້ກ່າວຕໍ່ໜັງສືພິມ The Wall Street Journal ເມື່ອ ມໍ່ໆມານີ້ວ່າ ((https://www.wsj.com/articles/trump-talks-juneteenth-john-bolton-economy-in-wsj-interview-11592493771?mod=breakingnews )) ຄົນຈຳນວນນຶ່ງ ທີ່ພາ ກັນໃສ່ໜ້າກາກນັ້ນ “ໃຫ້ສັນຍານວ່າ” ບໍ່ເຫັນພ້ອມກັບທ່ານ.

ດຣ. ຟາວຈີ ກ່າວວ່າ ຄວາມຄືບໜ້າໃນການຕໍ່ຕ້ານ COVID-19 ນັ້ນ ແມ່ນ “ປະສົມປະສານກັນ” ຢູ່ໃນທົ່ວປະເທດ. ໃນຂະນະທີ່ກໍລະນີໃໝ່ຫລຸດລົງ ຢູ່ໃນ ແລະອ້ອມແອ້ມນະຄອນນິວຢອກ ທີ່ເປັນຈຸດສູນກາງ ໃນຕອນເລີ້ມມຕົ້ນຂອງ ການແຜ່ລະບາດ ຊຶ່ງ ດຣ. ຟາວຈີ ໄດ້ໃຫ້ຂໍ້ສັງເກດວ່າ “ເປັນການເພີ້ມຂຶ້ນທີ່ ໜ້າລົບກວນ” ຢູ່ໃນລັດຕ່າງໆ ຮວມທັງ ເທັກຊັສ ຟລໍຣິດາ ແລະອາຣີໂຊນາ ບ່ອນທີ່ການໂຮມກັນ ຂອງປະທານາທິບໍດີ ມີຂື້ນນັ້ນ.

ການໂຮມຊຸມນຸມນີ້ ແມ່ນການໂຮມຊຸມນຸມເທື່ອທີສອງ ຂອງປະທານາທິບໍດີທຣໍາ ທີ່ມີຂຶ້ນໃນໄລຍະສີ່ມື້. ຢູ່ບ່ອນໂຮມຊຸມນຸມກັນ ໃນນະຄອນທູລຊາ ລັດໂອກລາ-ໂຮມາເມື່ອວັນເສົາແລ້ວນີ້ ປະທານາທິບໍດີກ່າວວ່າ ທ່ານໄດ້ບອກໃຫ້ລັດຖະບານ ຂອງທ່ານ ກວດຫາໄວຣັສໂຄໂຣນາຊ້າລົງ ເພາະວ່າການກວດ ຈະເປີດເຜີຍໃຫ້ ເຫັນກໍລະນີຕິດເຊື້ອຫຼາຍຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG