ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກ່ອນໜ້າກອງປະຊຸມສຸດຍອດ ປ. ທຣໍາ ໄດ້ປະກາດວ່າ “ຄວາມສຳພັນ​ ສຫລ ຣັດເຊຍ ບໍ່​ເຄີ​ຍ​ໄດ້​ຂີ້ຮ້າຍໄປ​ກວ່າ​ນີ້ຈັກເທື່ອ


ປະທານາທິບໍດີດໍໂນລ ທຣໍາ ໃນລະຫວ່າງການເຮັດວຽກສົນທະນາ ແລະຮັບປະທານອາຫານເຊົ້າກັບ ປະທານາທິບໍດີຟິນແລນ ທ່ານທ່ານໂຊລີ ນີນິນໂຕ.
ປະທານາທິບໍດີດໍໂນລ ທຣໍາ ໃນລະຫວ່າງການເຮັດວຽກສົນທະນາ ແລະຮັບປະທານອາຫານເຊົ້າກັບ ປະທານາທິບໍດີຟິນແລນ ທ່ານທ່ານໂຊລີ ນີນິນໂຕ.

ບໍ່ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນຄວາ​ມຄາດໝາຍ​ສູງ ໃນການພົບປະ​ກັນ​ນຶ່ງ​ຕໍ່​ນຶ່ງ​ກັບ​ປະທາ
ນາທິບໍດີຣັດ​ເຊຍ ທ່ານ​ວລາ​ເດີ​ເມຍ ປູ​ຕິນນັ້ນ ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ກໍໄດ້​ອອກ
ຖະແຫຼງໃນສື່​ສັງຄົມ ​ຕິຕຽນສະພາບ​ຄວາມ​ສຳພັນ​ລະຫວ່າງອາ​ເມຣິກາ​ກັບມົສກູ.

ປະທານາທິບໍດີ​ທຣໍາ ​ໄດ້ຂຽນລົງ​ທາງທວິດ​ເຕີ​ວ່າ “ຄວາມສຳພັນ​ຂອງ ພວກ​ເຮົາ ບໍ່​ເຄີ​ຍ​ໄດ້​ຂີ້ຮ້າຍໄປ​ກວ່າ​ນີ້ຈັກເທື່ອ ກໍເພາະວ່າ ​ຄວາມ​ໂງ່​ຈ້າ​ ​ແລະຄວາມ​ບ້າບໍ ​ເປັນເວລາຫຼາຍໆ​ປີຂອງ ສະຫະລັດ ​ແລະມາ​ບັດ​ນີ້ ການ​ຕິດຕາມ​ລ້າງ​ແຄ້ນ ທີ່​ອ້າງ​ເຖິງ​ການ​ສືບ​ສວນໃນ​ປັດ​ຈຸ​ບັນ ໂດຍ​ໄອ​ຍະ​ການ​ພິ​ເສດ ​ວ່າມີ​ການ​ພົວພັນຂອງຣັດ​ເຊຍ ​ໃນ​ການ​ເລືອກ​ຕັ້ງ​ປີ 2016 ນັ້ນ.

ປະທານາທິບໍດີ​ທຣໍາ ຍັງ​ຖະ​ແຫຼ​ງຜ່ານ​ທາງ​ທວິດ​ເຕີ ​ຢ່າງ​ຕໍ່​ເນື່ອງ​ໃນ​ຂະນະ​ທີ່ທ່ານ ​ມຸ້ງໜ້າໄປສູ່ປະ​ເທດ​ຟິນ​ແລນ ​ໂດຍ​ກ່າວ​ວ່າ​ ບໍ່ວ່າ​ທ່ານ​ປະຕິບັດ​ດີ​ເທົ່າ​ໃດກໍຕາມ ​ຢູ່ໃນ​ກອງ​ປະຊຸມ​ສຸດ​ຍອດ​ກັບ​ທ່ານ​ປູ​ຕິນ ທ່ານກໍ​ຈະ “ກັບ​ຄືນ​ໄປສູ່​ການຕ້ງຕິຢູ່ ວ່າມັນບໍ່ດີ​ພໍ.”

ປະທານາທິບໍດີຟິນແລນ ທ່ານໂຊລີ ນີນິນໂຕ ຊ້າຍ ແລະປະທານາວິບຊດີດໍໂນລ ທຣໍາ ເຮັດວຽກໂອ້ລົມກັນລະຫວ່າງການຮັບປະທານອາຫານເຊົ່າ ທີ່ນະຄອນແຮລຊິນກີ ປະເທດຟິນແລນ ທີ 16 ກໍລະກົດ 2018.
ປະທານາທິບໍດີຟິນແລນ ທ່ານໂຊລີ ນີນິນໂຕ ຊ້າຍ ແລະປະທານາວິບຊດີດໍໂນລ ທຣໍາ ເຮັດວຽກໂອ້ລົມກັນລະຫວ່າງການຮັບປະທານອາຫານເຊົ່າ ທີ່ນະຄອນແຮລຊິນກີ ປະເທດຟິນແລນ ທີ 16 ກໍລະກົດ 2018.

ເມື່ອບັນດາ​ນັກ​ຂ່າວຂໍຄວາມເຫັນຕື່ມກ່ຽວກັບການ​ຮັບ​ປະທານ​ອາຫານ​ເຊົ້າ​ໃນ​ວັນ​ຈັນ​ມື້​ນີ້ກັບ​ປະທານາທິບໍດີ​ຟິນ​ແລນ ທ່ານ​ໂຊ​ລີ ນີນິສ​ໂຕ ຢູ່​ທີ່​ບ້ານ​ພັກ​ທາງ​ການ​ແມນ​ຕີ​ນຽມ​ມີນັ້ນ ປະທານາທິບໍດີ​ທຣໍາ​ກໍຍັງໄດ້​ເວົ້າ​ກ່ຽວ​ກັບ​ຄວາມ​ສຳພັນ​ຂອງ​ສອງ​ຝ່າຍ​ກັບ​ແຮ​ລຊິນ​ກີ ​ແລະ​ກ​ອງປະຊຸມເລື້ອງ​ສົນທິສັນຍາ ອົງການ​ອັດ​ລັນ​ຕິ​ກ​ເໜືອຢູ່ໂດຍຕອບວ່າ:

ໜວກທີ່ລະລຶກ ຂອງຜູ້ສະໜັບສະໜູນ ປະທານາທິບໍດີດໍໂນລ ທຣໍາ ແລະປະທານາທິບໍດີ ວລາເດີເມຍ ປູຕີນ ທີ່ນະຄອນແຮລຊິນກີ ປະເທດຟິນແລນ ວັນທີ 15 ກໍລະກົດ 2018.
ໜວກທີ່ລະລຶກ ຂອງຜູ້ສະໜັບສະໜູນ ປະທານາທິບໍດີດໍໂນລ ທຣໍາ ແລະປະທານາທິບໍດີ ວລາເດີເມຍ ປູຕີນ ທີ່ນະຄອນແຮລຊິນກີ ປະເທດຟິນແລນ ວັນທີ 15 ກໍລະກົດ 2018.

“ອົງການ​ເນ​ໂຕ​ມີຄວາມ​ລຳບາກ​ໜ້ອຍ​ນຶ່ງ​ໃນ​ຕອນ​ຕົ້ນໆ ​ແຕ່ແລ້ວກໍໄດ້ກາຍ​ມາ​ເປັນ​ເລື້ອງ​ທີ່ຮັກຫອມ​ກັນ​ດີ. ພວກເຂົາເຈົ້າຈະຈ່າຍ ແລະຈະຈ່າຍໂດຍໄວ ແລະຂ້າພະເຈົ້າຄິດວ່າເນໂຕບໍ່ເຄີຍມີຄວາມເຂັ້ມແຂງໄປກວ່ານິີ້ຈັກເທື່ອ ”

ປະທານາທິບໍດີ​ທຣໍາອ້າງເຖິງ​ການ​ໃຊ້​ຈ່າຍ​ປ້ອງ​ກັນທີ່​ໜັ້ນໝາຍ ​ພົວພັນ​ກັບ​ເປີ​ເຊັນ​ຢ່າ​ງຕໍ່າສຸດ​ ຂອງ​ຜົນຜະລິດພາຍໃນ​ຂອງບັນດາສະມາຊິກ​ພັນທະ​ມິດ.

ຟິນ​ແລນ ​ແມ່ນ​ພາກສ່ວນ​ນຶ່ງຂອງຢູ​ໂຣບ ​ແຕ່​ບໍ່​ເປັນ​ສະມາຊິກ​ໂດຍ​ເຕັມ​ຂອງ​ສັນຍາ​ປ້ອງ​ກັນ​ຂອງ​ອົງການ​ເນ​ໂຕ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG