ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຖືກກ່າວຫາວ່າ ສອດແນມເກົາຫຼີໃຕ້ ກ່ອນການພົບປະກັນ ຂອງ ທ່ານໄບເດັນ ແລະ ທ່ານຢຸນ


ແຟ້ມຮູບພາບ-ພະນັກງານຄົນນຶ່ງ ດຶງຜ້າປົກປືນໃຫຍ່ Thunder K9 ອອກ ຢູ່ທ່າກໍາປັ່ນກອງທັບເຮືອ Gdynia ຂອງໂປແລນ, ປະເທດໂປແລນ, ວັນທີ 6 ທັນວາ 2022.
ແຟ້ມຮູບພາບ-ພະນັກງານຄົນນຶ່ງ ດຶງຜ້າປົກປືນໃຫຍ່ Thunder K9 ອອກ ຢູ່ທ່າກໍາປັ່ນກອງທັບເຮືອ Gdynia ຂອງໂປແລນ, ປະເທດໂປແລນ, ວັນທີ 6 ທັນວາ 2022.

ລັດຖະບານຂອງເກົາຫຼີໃຕ້ ກໍາລັງພະຍາຍາມຄວບຄຸມຜົນກະທົບທາງດ້ານການ ເມືອງແລະດ້ານ​ການ​ທູດ ລຸນຫຼັງອົງການສື່ມວນຊົນຂອງສະຫະລັດລາຍງານວ່າ ສະຫະລັດ ເຊິ່ງເປັນປະເທດພັນທະມິດທີ່ຍາວນານຂອງພວກເຂົາເຈົ້າ ໄດ້ສອດ ແນມເບິ່ງເຈົ້າໜ້າທີ່ອະວຸໂສ ດ້ານຄວາມໝັ້ນຄົງ ຂອງເກົາຫຼີໃຕ້.

ຂໍ້ກ່າວຫາດັ່ງກ່າວ ເປີດເຜີຍອອກມາໃນວັນອາທິດແລ້ວນີ້ ເມື່ອໜັງສືພິມ New York Time ພິມເຜີຍແຜ່ລາຍລະອຽດທີ່ຮົ່ວໄຫຼຈາກການບັນທຶກຂໍ້ມູນ ຂອງສະ ຫະລັດ ໂດຍກ່າວ​ເຖິງການປຶກສາຫາລືພາຍໃນທຳ​ນຽບປະທານາທິບໍດີຂອງເກົາ ຫຼີໃຕ້ ກ່ຽວກັບວ່າ ຈະມີການຈັດສົ່ງອາວຸດໄປໃຫ້ຢູເຄຣນ ຫຼືບໍ່.

ບັນທຶກດັ່ງກ່າວ ເປັນສ່ວນນຶ່ງກ່ຽວກັບແຟ້ມເອກະສານລັບ ຂອງກອງທັບສະຫະ ລັດ ແລະ​ຂໍ້​ມູນສືບລັບ ທີ່ເປີດເຜີຍອອກມາຢູ່ໃນສື່ສັງຄົມອອນລາຍຢ່າງລຶກລັບ ເຊິ່ງໄດ້ສ້າງຄວາມເຈັບຫົວ ແລະຄວາມ​ຫຼໍ່​ແຫຼມດ້ານຄວາມໝັ້ນຄົງແຫ່ງຊາດ ​ໃຫ້​ແກ່ວໍຊິງຕັນ ແລະບັນດາປະເທດພັນທະມິດຂອງພວກເຂົາເຈົ້າ.

ເຖິງແມ່ນວ່າ ລາຍງານສືບລັບ ທີ່ເພັ່ງເລັງໃສ່ເກົາຫຼີໃຕ້ ​ເບິ່ງຄືວ່າຈະມີການເປີດ ເຜີຍອອກມາພຽງເລັກໜ້ອຍ ຖ້າມີເລື້ອງເຮັດໃຫ້ປະຫຼາດໃຈ ຫຼື ຂໍ້ມູນຂ່າວສານມີຄວາມເສຍຫາຍ, ແຕ່ລາຍງານດັ່ງກ່າວນັ້ນ ແມ່ນມີພື້ນຖານມາຈາກສິ່ງທີ່ຮ້ອງວ່າ “ສັນຍານການສືບລັບ,” ເຊິ່ງເປັນແນວທາງທີ່ເຮັດໃຫ້ຮູ້ວ່າ ວໍຊິງຕັນ ກໍາລັງສອດແນມເບິ່ງ ນຶ່ງໃນພັນທະມິດທີ່ສໍາຄັນທີ່ສຸດຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG