ຈະບໍ່ມີຊຸດການຊ່ອຍເຫຼືອບັນເທົາດ້ານເສດຖະກິດໃໝ່ຍ້ອນໄວຣັສໂຄໂຣນາ ຢູ່ໃນສະຫະລັດ ກ່ອນການເລືອກຕັ້ງປະທານາທິບໍດີ ແລະການເລືອກຕັ້ງລັດຖະສະພາ ໃນວັນອັງຄານໜ້າ.
ເຖິງແມ່ນຈະມີການເຈລະຈາກັນມາໄດ້ຫຼາຍເດືອນແລ້ວ ທຳນຽບຂາວ ແລະກຸ່ມບັນດາສະມາຊິກທີ່ແຕກແຍກຈາກພັກຣີພັບບລີກັນ ແລະພັກເດໂມແຄຣັດ ກໍບໍ່ສາມາດທີ່ຈະບັນລຸຂໍ້ຕົກລົງອັນໃດອັນນຶ່ງໄດ້ ເພື່ອສະໜອງເງິນໃຫ້ແກ່ຄອບຄົວຊາວອາເມຣິກັນ ພວກທຸລະກິດ ແລະພວກພະນັກງານທີ່ຫວ່າງງານ ແມ່ນກະທັງໃນຂະນະທີ່ຈຳນວນກໍລະນີຕິດເຊື່ອໄວຣັສໃໝ່ ພຸ່ງສູງຂຶ້ນເຖິງ 60,000 ຫາ 70,000 ຄົນຕໍ່ມື້ ຢູ່ນັ້ນ.
ລັດຖະສະພາ ໃນຂໍ້ຕົກລົງທີ່ທັງສອງພັກເຫັນພ້ອມຮັບຮອງເອົາ ການຊ່ອຍບັນ ເທົາທຸກ ມູນຄ່າ 3 ພັນຕື້ໂດລາ ໃຫ້ແກ່ບັນດາຄອບຄົວ ທຸລະກິດ ພວກຄົນງານທີ່ຂາດວຽກເຮັດໃນຕົ້ນເດືອນ ຫຼັງຈາກທີ່ໄວຣັສໄດ້ແຜ່ລະບາດເຂົ້າມາໃນສະຫະລັດ ຈາກຈີນ ແລະຢູໂຣບ ເມື່ອເດືອນມີນາ ແລະເມສາ. ແຕ່ເງິນອັນນັ້ນ ໄດ້ຖືກໃຊ້ຈ່າຍໄປແລ້ວເປັນສ່ວນໃຫຍ່ ໃນຂະນະທີ່ກໍລະນີຕິດໄວຣັສໂຄໂຣນາ ໄດ້ມີເພີ້ມຫຼາຍຂຶ້ນເລື້ອຍໆ ແລະຈຳນວນການເສຍຊີວິດຂອງປະເທດ ໄດ້ນຳໜ້າໂລກ ໂດຍມີເກືອບ 227,000 ຄົນ ແມ່ນຍັງສືບຕໍ່ສູງຂຶ້ນ.
ພວກຄົນງານຂອງສະຫະລັດ ຫຼາຍກວ່າ 8 ລ້ານຄົນ ຍັງຄົງຫວ່າງງານ ແລະການໃຫ້ເງິນຊ່ອຍເຫຼືອແກ່ພວກຄົນຫວ່າງງານ 600 ໂດລາຕໍ່ນຶ່ງອາທິດ ຂອງລັດຖະບານແຫ່ງຊາດ ພ້ອມກັນກັບການຊົດເຊີຍຄ່າຂາດວຽກເຮັດຂອງລັດທີ່ບໍ່ຫຼາຍປານໃດນັ້ນ ໄດ້ໝົດອາຍຸໄປແລ້ວໃນທ້າຍເດືອນກໍລະກົດຜ່ານມາ. ຫຼາຍລ້ານໜ້າວຽກ ກໍໄດ້ສູນເສຍໄປໃນຊ່ວງໂຣລະບາດ ແລະພວກຜູ້ວ່າຈ້າງຄົນງານທີ່ສຳຄັນໆ ແມ່ນຍັງປະກາດການຕັດງານຫຼາຍພັນໜ້າວຽກຍ້ອນຄວາມບໍ່ແນ່ນອນໃນການຟື້ນຟູເສດຖະກິດຂອງປະເທດ.
ເກືອບນຶ່ງໃນສາມ ຄອບຄົວທຸກຍາກຂອງສະຫະລັດທີ່ມີລູກເຕົ້າ ເປັນຊົນຊັ້ນທີ່ຢູ່ພາຍໃນກຸ່ມນ້ອຍທີ່ບໍ່ສົມເຫດສົມຜົນ ຊຶ່ງຕາມລາຍງານແລ້ວ ພວກເຂົາບໍ່ມີພຽງ ພໍທີ່ຈະກິນ ແມ່ນກະທັງກ່ອນໜ້າການຊ່ອຍເຫຼືອຂອງລັດຖະບານກາງຈະສິ້ນສຸດລົງ. ລັດຖະບານກາງ ແລະບາງລັດ ໄດ້ເອົາມາດຕະການ ເພື່ອປ້ອງກັນພວກຄອບຄົວດັ່ງກ່າວ ຜູ້ທີ່ໄດ້ຕົກຢູ່ໃນສະພາບບໍ່ສາມາດຈ່າຍຄ່າເຊົ່າ ເພື່ອບໍ່ໃຫ້ຖືກຂັບໄລ່ອອກຈາກທີ່ຢູ່ ແຕ່ການບໍ່ຈ່າຍຄ່າເຊົ່າທັງຫຼາຍ ແມ່ນກຳລັງກອງຂຶ້ນເລື້ອຍໆໃນທົ່ວປະເທດ.
ການການເລືອກຕັ້ງແມ່ນກຳລັງໃກ້ເຂົ້າມາ ເຮັດໃຫ້ຊະຕາກຳຂອງການຊ່ອຍເຫຼືອຕື່ມອີກຍ້ອນໄວຣັສໂຄໂຣນາໃນລັດນັ້ນ ຢຸດສະຫງັກ.
ການຖິ້ມໂທດໃສ່ກັນແລະກັນແມ່ນມີຫຼາຍໂພດຢູ່ທົ່ວວໍຊິງຕັນ ສຳລັບຊ່ອງຫວ່າງ ຫຼັງຈາກການເຈລະຈາມາໄດ້ຫຼາຍເດືອນ ແລະການປະກາດໂດຍປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ຫົວໜ້ານັກເຈລະຈາຂອງທ່ານ ລັດຖະ ມົນຕີກະຊວງການເງິນ ທ່ານສຕີບ ມນູຈິນ ແລະປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ຜູ້ນຳພັກເດໂມແຄຣັດ ທີ່ຄວບຄຸມສະພາຕ່ຳສະຫະລັດ.