ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານເຕືອນວ່າ ປະຊາກອນທີ່ມີອາຍຸສູງຂຶ້ນ ຈະເປັນສິ່ງທ້າທາຍ ທາງດ້ານການເງິນຕໍ່ ອອສເຕຣເລຍ ໃນຫຼາຍທົດສະວັດຂ້າງໜ້າ


ຜູ້ຊາຍອາຍຸສູງຄົນນຶ່ງ ຍ່າງຜ່ານອານຸສາວະລີ ໃນລະຫວ່າງວັນລະນຶກເຖິງຜູ້ເສຍສະຫຼະ ໃນສົງຄາມ ໃນນະຄອນ ຊິດນີ ປະເທດ ອອສເຕຣເລຍ. 11 ພະຈິກ, 2020. (Saeed Khan/Pool Photo via AP)
ຜູ້ຊາຍອາຍຸສູງຄົນນຶ່ງ ຍ່າງຜ່ານອານຸສາວະລີ ໃນລະຫວ່າງວັນລະນຶກເຖິງຜູ້ເສຍສະຫຼະ ໃນສົງຄາມ ໃນນະຄອນ ຊິດນີ ປະເທດ ອອສເຕຣເລຍ. 11 ພະຈິກ, 2020. (Saeed Khan/Pool Photo via AP)

ປະເທດ ອອສເຕຣເລຍ ກຳລັງປະເຊີນກັບບັນຫາປະຊາກອນທີ່ນ້ອຍລົງ ແລະ ສູງອາຍຸຍ້ອນຜົນຂອງໄວຣັສໂຄໂຣນາ, ອີງຕາມການສຶກສາທີ່ສຳຄັນຂອງລັດຖະບານທີ່ຖືກເປີດເຜີຍທຸກໆ 5 ປີ. ນັກຂ່າວວີໂອເອ ຟິລ ເມີເຊີ, ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລາຍງານລະຫວ່າງລຸ້ນຄົນທີ 5 ແມ່ນກຳລັງພະຍາກອນ ກ່ຽວກັບ ການເຕີບໂຕຂອງປະຊາກອນທີ່ຊ້າກວ່າເກົ່າໃນ ອອສເຕຣເລຍ ຍ້ອນລະດັບການຍົກຍ້າຍຖິ່ນຖານທີ່ຫຼຸດລົງ ແລະ ອັດຕາການຈະ ເລີນພັນທີ່ຕົກລົງຢ່າງຫຼວງຫຼາຍ.

ລາຍງານດັ່ງກ່າວຈະຖືກເປີດເຜີຍທຸກໆຫ້າປີ. ເຂົາເຈົ້າພະຍາກອນອະນາຄົດສຳລັບເສດຖະກິດ ແລະ ງົບປະມານໃນສີ່ທົດສະວັດຂ້າງໜ້າ.

ລາຍງານໄດ້ສະເໜີວ່າ ສະຖານະການດ້ານເສດຖະກິດຂອງໂຣກລະບາດ COVID-19 ແມ່ນຈະຮູ້ສຶກໄປໄດ້ອີກຫຼາຍປີຂ້າງໜ້າ. ມັນໄດ້ເນັ້ນໃຫ້ເຫັນເຖິງຄ່າປະກັນສຸຂະພາບທີ່ສູງຂຶ້ນ ໃນຂະນະທີ່ປະຊາກອນມີອາຍຸແກ່ຂຶ້ນ.

ພາຍໃນປີ 2060, ມັນຈະມີປະຊາຊົນອາຍຸເຮັດວຽກພຽງ 2.7 ຄົນໃນທຸກໆຄົນທີ່ມີອາຍຸສູງກວ່າ 65 ປີໃນ ອອສເຕຣເລຍ,​ ທຽບໃສ່ລະດັບ 4 ຄົນໃນປັດຈຸບັນ, ເຊິ່ງໄດ້ສ້າງຄວາມຕຶງຄຽດຕໍ່ການເງິນສາທາລະນະຕ່າງໆ. ພາສີຂອງປະຊາຊົນອາຍຸເຮັດວຽກຈະຊ່ວຍເຫຼືອເພື່ອສະໜັບສະໜູນການບໍລິ ການທີ່ຈຳເປັນສຳລັບກຸ່ມຄົນ ອອສເຕຣເລຍ ທີ່ສູງອາຍຸເພີ່ມຂຶ້ນ.

ລັດຖະບານໄດ້ກ່າວວ່າ ສິ່ງທ້າທາຍຂອງເຂົາເຈົ້າແມ່ນການໃຫ້ເງິນທຶນສຳລັບການບໍລິການຄົນສູງອາຍຸ ໃນຂະນະດຽວກັນ “ຮັກສາພາລະພາສີແບບຍືນຍົງ” ຕໍ່ກຳມະກອນ.

ທ່ານ ຈອຊ໌ ຟຣາຍເດັນເບີກ ລັດຖະມົນຕີກະຊວງການເງິນ ອອສເຕຣເລຍ ໄດ້ກ່າວວ່າ “ສິ່ງທີ່ລາຍ ງານລະຫວ່າງລຸ້ນຄົນທີ 5 ນີ້ໄດ້ເຮັດສະແດງໃຫ້ເຫັນວ່າເສດຖະກິດ ອອສເຕຣເລຍ ຈະສືບຕໍ່ເຕີບ ໂຕ, ວ່າພວກເຮົາມີໜີ້ສິນເພີ່ມຂຶ້ນ ແຕ່ມັນຍັງຄົງຈະຍືນຍົງ ແລະ ຕໍ່າຕາມມາດຕະຖານສາກົນ, ແຕ່ພວກເຮົາຈະບໍ່ມີສິ່ງທ້າທາຍທີ່ໃຫຍ່ຢູ່ຕໍ່ໜ້າເຮົາ, ເຊັ່ນປະຊາກອນທີ່ສູງອາຍຸ, ຜົນກະທົບໄລຍະຍາວຂອງ COVID-19 ແລະ ຄວາມຕ້ອງການຂອງ ອອສເຕຣເລຍ ທີ່ຈະຂະຫຍາຍອັດຕາການຜະລິດ.”

ມີປະຊາຊົນ 25 ລ້ານຄົນອາໄສຢູ່ໃນ ອອສເຕຣເລຍ. ລາຍງານລະຫວ່າງ ລຸ້ນຄົນທີ 5 ໄດ້ຄາດການວ່າຕົວເລກດັ່ງກ່າວຈະເພີ່ມຂຶ້ນປະມານ 38 ລ້ານຄົນພາຍໃນປີ 2060, ເຊິ່ງແມ່ນຕຳກວ່າການຄາດການກ່ອນໜ້ານີ້.

ມັນເປັນຄັ້ງທຳອິດທີ່ການຄາດຄະເນປະຊາກອນໄລຍະຍາວໄດ້ຖືກທົບທວນໃນທາງທີ່ຫຼຸດຕໍ່າລົງ. ມັນໝາຍຄວາມວ່າ ເສດຖະກິດຂອງ ອອສເຕຣເລຍ ຈະນ້ອຍລົງ ແລະ ຊຸມຊົນໃນປະເທດກໍຈະແກ່ກວ່າທີ່ໄດ້ຄາດຫວັງໄວ້ກ່ອນໜ້ານີ້.

ການຍົກຍ້າຍຖິ່ນຖານໄດ້ຂະຫຍາຍການເຕີບໂຕຂອງເສດຖະກິດ ແລະ ສາມາດຫຼຸດຜ່ອນຜົນກະ ທົບຂອງປະຊາກອນທີ່ມີອາຍຸສູງຂຶ້ນ, ແຕ່ ອອສເຕຣເລຍ ໄດ້ປິດເຂດຊາຍແດນສາກົນຂອງເຂົາເຈົ້າໃນເດືອນມີນາ 2020 ເພື່ອຫຼຸດຜ່ອນການແຜ່ລາມຂອງ COVID-19 ແລະ ການຍົກຍ້າຍຖິ່ນຖານ ແມ່ນໄດ້ຢຸດທັງໝົດເລີຍ.

ແມ່ນກະທັ້ງເວລາທີ່ການຫ້າມເດີນທາງໄດ້ບັນເທົາລົງ, ລັດຖະບານໄດ້ກ່າວວ່າລະດັບການຍົກຍ້າຍຖິ່ນຖານແມ່ນຈະໃຊ້ເວລາຟື້ນຕົວອີກຫຼາຍປີ.

ເດັກຍິງທີ່ເກີດໃນ ອອສເຕຣເລຍ ລະຫວ່າງປີ 2017 ແລະ 2019 ແມ່ນສາມາດຄາດໄດ້ວ່າຈະມີຊີວິດໄປຮອດ 85 ປີ ຫຼືຍືນກວ່າເດັກຊາຍປະມານ 4 ປີ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG