ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສິງຫາປີນີ້ ເປັນເດືອນ ແຫ່ງການສູນເສຍ ໜັກທີ່ສຸດຂອງສະຫະລັດ ໃນອັຟການິສຖານ


ຄວາມວຸ້ນວາຍໃນອັຟການິສຖານ (27 ສິງຫາ 2011)
ຄວາມວຸ້ນວາຍໃນອັຟການິສຖານ (27 ສິງຫາ 2011)

ສິງຫາແມ່ນເດືອນທີ່ປະສົບກັບຄວາມເສຍຫາຍຮ້າຍແຮງສຸດສຳລັບກອງທັບສະຫະລັດນັບແຕ່
ໄດ້ເລີ່ມເຮັດສົງຄາມທີ່ຍືດເຍື້ອມາເປັນເວລານຶ່ງທົດຢູ່ໃນອັຟການິສຖານ.

ມີທະຫານສະຫະລັດເສຍຊີວິດ 66 ຄົນໃນເດືອນແລ້ວກາຍຈຳນວນຜູ້ເສຍຊີວິດໃນເດືອນກໍ
ລະກົດປີ 2010 ຊຶ່ງກ່ອນໜ້ານີ້ເປັນເດືອນທີ່ປະສົບຄວາມເສຍຫາຍຮ້າຍແຮງສຸດສຳລັບສະ
ຫະລັດໃນອັຟການິສຖານນັບແຕ່ປີ 2001 ເປັນຕົ້ນມາ.

ໂຕເລກພວກທີ່ເສຍຊີວິດໃນເດືອນສິງຫາ ແມ່ນຮວມທັງທະຫານອະເມຣິກັນ 30 ຄົນທີ່ຕາຍ
ຍ້ອນເຮືອບິນເຮຣີຄອບເຕີ້ Chinook ຖືກພວກກະບົດຍິງຕົກໃນພາກຕາເວັນອອກອັຟກາ
ນິສຖານ.

ພວກທີ່ເສຍຊີວິດແມ່ນຮວມທັງສະມາຊິກຂອງກຳລັງພິເສດ Navy SEALs ຂອງສະຫະລັດ
ແລະກໍເປັນການເສຍຊີວິດ ທີ່ຮ້າຍແຮງສຸດ ໃນອຸບັດຕິເຫດຄັ້ງດຽວ ສຳລັບສະຫະລັດ ໃນລະ
ຫວ່າງສົງຄາມອັຟກາ ນິສຖານ.

ຂະນະດຽວກັນ ອົງການເນໂຕ້ກ່າວວ່າ ສະມາຊິກຄົນນຶ່ງຂອງຕົນໄດ້ເສຍຊີວິດໃນມື້ວັນພຸດ
ວານນີ້ ໃນເຫດລະເບີດຢູ່ໃນພາກຕາເວັນອອກອັຟການິສຖານ. ກຳລັງປະສົມບໍ່ໄດ້ແຈ້ງໃຫ້ ຊາບກ່ຽວກັບລາຍລະອຽດເພີ່ມຕື່ມໃດໆ.

ມາຮອດເວລານີ້ມີກຳລັງນາໆຊາດຫຼາຍກວ່າ 390 ຄົນແລ້ວໄດ້ເສຍຊີວິດຢູ່ໃນອັຟການິສຖານ
ພາຍໃນປີນີ້.

XS
SM
MD
LG