ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານຂອງທ່ານ ທຣຳ ຈະຕັດກົດລະບຽບ ສິ່ງແວດລ້ອມຂອງທ່ານ ໂອບາມາ


ືທ່ານ Scott Pruitt ໃຫ້ການ ໃນການພິຈາລະນາ ຢືນຢັນມອບຕຳແໜ່ງໃຫ້ ເປັນຜູ້ບໍລິຫານອົງການປົກປ້ອງ
ສິ່ງແວດລ້ອມ ຢູ່ລັດຖະສະພາ Capitol Hill ໃນນະຄອນ
ຫຼວງວໍຊິງຕັນ. 18 ມັງກອນ, 2017.
ືທ່ານ Scott Pruitt ໃຫ້ການ ໃນການພິຈາລະນາ ຢືນຢັນມອບຕຳແໜ່ງໃຫ້ ເປັນຜູ້ບໍລິຫານອົງການປົກປ້ອງ ສິ່ງແວດລ້ອມ ຢູ່ລັດຖະສະພາ Capitol Hill ໃນນະຄອນ ຫຼວງວໍຊິງຕັນ. 18 ມັງກອນ, 2017.

ລັດຖະບານຂອງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະເລີ່ມຕັດກົດລະບຽບ ສິ່ງແວດລ້ອມສະໄໝທ່ານ ໂອບາມາ ໃນ “ທາງທີ່ຮຸນແຮງ” ໃນສັບປະດາໜ້າທີ່ຈະມາ ເຖິງນີ້, ຫົວໜ້າຂອງອົງການປົກປ້ອງສິ່ງແວດລ້ອມ ຫຼື EPA ໄດ້ກ່າວໃນວັນເສົາວານ ນີ້ ແລະ ໄດ້ກ່າວເພີ່ມເຕີມວ່າ ທ່ານເຂົ້າໃຈວ່າ ເປັນຫຍັງຄົນ ອາເມຣິກັນ ບາງຄົນຈຶ່ງຢາກ ເຫັນອົງການຂອງທ່ານຖືກກຳຈັດໄປໂດຍຊິ້ນເຊີງ.

ທ່ານ Scott Pruitt ຜູ້ປົກຄອງອົງການ EPA ໄດ້ກ່າວຕໍ່ກອງປະຊຸມຫຼວງການປະຕິບັດ ການ ການເມືອງອະນຸລັກນິຍົມ ໃນນະຄອນຫຼວງ ວໍຊິງຕັນວ່າ “ຂ້າພະເຈົ້າຄິດວ່າມັນມີ ກົດລະບຽບບາງອັນ ທີ່ໃນອະນາຄົດອັນໃກ້ໆນີ້ ຕ້ອງຖືກຕັດອອກໄປໃນທາງທີ່ຮຸນ ແຮງຫຼາຍ. ແລະ ຂ້າພະເຈົ້າກໍຄິດວ່າ ບາງເທື່ອສັບປະດາໜ້າ ທ່ານອາດຈະໄດ້ ຍິນ ກ່ຽວກັບ ບາງກົດລະບຽບພວກນັ້ນ.”

ທ່ານ Pruitt ໄດ້ກ່າວເພີ່ມເຕີມວ່າ ອົງການ EPA ເພັ່ງເລັງໃສ່ການຕໍ່ສູ້ສະພາບອາກາດ ປ່ຽນແປງພາຍໃຕ້ອະດີດປະທານາທິບໍດີ ບາຣັກ ໂອບາມາ ທີ່ໄດ້ເຮັດໃຫ້ມີການສູນເສຍ ວຽກງານ ແລະ ປ້ອງກັນການຂະຫຍາຍຕົວທາງເສດຖະກິດ, ເຊິ່ງນຳໄປສູ່ການເຮັດໃຫ້ ຊາວ ອາເມຣິກັນ ບາງຄົນຢາກໃຫ້ອົງການ EPA ຖືກລົບລ້າງໄປໂດຍຊິ້ນເຊີງ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມັນມີເຫດຜົນພໍສົມຄວນ. ຂ້າພະເຈົ້າຄິດວ່າ ປະ ຊາຊົນໃນທົ່ວປະເທດນີ້ ເບິ່ງອົງການ EPA ວ່າເປັນຄືກັນກັບອົງການ IRS. ຂ້າພະ ເຈົ້າຫວັງວ່າຈະສາມາດປ່ຽນມັນໄດ້.”

ທ່ານ Pruitt ໄດ້ຖືກຮັບຮອງໃຫ້ເປັນຫົວໜ້າອົງການ EPA ໃນສັບປະດາທີ່ຜ່ານມາ. ການແຕ່ງຕັ້ງທ່ານໄດ້ກະຕຸ້ນໃຫ້ມີຄວາມສັບສົນວຸ້ນວາຍ ໃນບັນດາສະມາຊິກສະພາ ພັກເດໂມແຄຣັດ ແລະ ບັນດາຜູ້ສະໜັບສະໜູນສິ່ງແວດລ້ອມໄດ້ເປັນຫ່ວງວ່າ ທ່ານຈະ ທຳລາຍອົງການດັ່ງກ່າວ ແລະ ເປີດປະຕູໃຫ້ຄວັນພິດຈາກອຸດສາຫະກຳໜັກ. ທ່ານໄດ້ ຟ້ອງຮ້ອງອົງການ EPA ຫຼາຍກວ່າສິບຄັ້ງ ໃນຖານະໄອຍະການລະດັບສູງຂອງລັດຂອງ ທ່ານ ແລະ ໄດ້ສະແດງຄວາມສົງໄສ ກ່ຽວກັບວິທະຍາສາດຂອງສະພາບອາກາດປ່ຽນ ແປງ ຢ່າງຊ້ຳແລ້ວຊ້ຳອີກ.

ແຕ່ການທີ່ໄດ້ຂຶ້ນມາເປັນຫົວໜ້າຂອງອົງການ EPA ຂອງທ່ານນີ້ ກໍໄດ້ເຮັດໃຫ້ສະມາ ຊິກພັກຣີພັບບລີກັນ ແລະ ຜູ້ມີຜົນປະໂຫຍດທາງທຸລະກິດ ຫວັງວ່າທ່ານຈະຕັດຖິ້ມ ອຸບ ປະສັກການເມືອງ ທີ່ພວກເຂົາເຈົ້າເຊື່ອວ່າໄດ້ຂັດຂວາງເສດຖະກິດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG