ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ FBI ສະກັດກັ້ນ ແຜນກໍ່ການຮ້າຍ ກ່ອນສະຫຼອງ ວັນຊາດ ທີ 4 ກໍລະກົດ


ທ່ານ James Comey ຫົວໜ້າຫ້ອງການສັນຕິບານກາງ ສະຫະລັດ ຫລື FBI.
ທ່ານ James Comey ຫົວໜ້າຫ້ອງການສັນຕິບານກາງ ສະຫະລັດ ຫລື FBI.

ຫົວໜ້າ​ອົງການ​ສັນຕິບານກາງ FBI ທ່ານ James Comey
ກ່່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ບັນດາ​ເຈົ້າໜ້າທີ່ສືບລັບ ໄດ້ທັບ​
ມ້າງ​ການວາງແຜນກໍ່ການ ຮ້າຍຈຳນວນນຶ່ງ ກ່ອນ​ສະຫລອງ
​ບຸນວັນຊາດ ຊຶ່ງເປັນວັນພັກຂອງປະເທດ.

ທ່ານ Comey ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ “ຂ້າພະ​ເຈົ້າ​ເຊື່ອ​
ວ່າ ການ​ປະຕິບັດ​ງານ​ຂອງ​ພວກ​ເຮົາ ​ໄດ້​ລົບ​ກວນ​ຄວາມ​ພະ
ຍາມທີ່​ຈະ​ສັງຫານຜູ້​ຄົນ ຊຶ່ງມີທ່າທາງ ວ່າພົວພັນ​ການ​ສະ
ຫລອງ​ວັນຊາດ ທີ 4 ​ເດືອ​ກໍລະກົດ.”

ທ່ານ​ກ່າວ​ວ່າ ຫລາຍ​ກວ່າ 10 ຄົນ​ໄດ້​ຖືກ​ຈັບ. ​ແຕ່ທ່ານ​ບໍ່​ໄດ້​
ໃຫ້​ລາຍ​ລະອຽດ​ວ່າ ​ເຂົາ​ເຈົ້າວາງ​ແຜນຫຍັງ ຫລື ​ເຂົາ​ເຈົ້າວາງແຜ​ນ​ໂຈ​ມຕີ​ຢູ່​ບ່ອນໃດ.

ອົງການ FBI ​ແລະ ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພ ພາຍ​ໃນ​ຂອງສະຫະລັດ ​ໄດ້​ອອກ​ຄຳ​
ເຕືອນ ກ່ຽວກັບການ​ໂຈມ​ຕີທີ່ອາດມີຂຶ້ນ ໃນ​ວັນ​ທີ 4 ​ເດືອນ​ກໍ​ລະ​ກົດ ໂດຍພວກ​ກໍ່​ການ
​ຮ້າຍ ​ເວລາຊາວ​ອາ​ເມຣິກັນ ຫລາຍ​ລ້ານ​ຄົນ ​ພາກັນ​ສະ​ຫລອງ ວັນເອກ​ກະລາດ ພ້ອມ
​ດ້ວຍ​ການສະແດງ ຄອນ​ເສີດ ງານພາຕີ ປິ​ກນິກ ​ແລະຈູດ​ບັ້ງ​ໄຟ​ດອກ.

ທ່ານ Comey ກ່າວ​ວ່າ​ ກຸ່ມລັດ​ອິສລາມ ​ຊຸກຍູ້ໃຫ້ພວກທີ່ຖືກຊັກຊວນເປັນ​ຜູ້ກໍ່​ການ​ຮ້າຍ
ຢູ່ຕາມເຂດຕ່າງໆ ​ອອກປະຕິ​ບັດ​ງານ ​ແລະພວກທີ່ຖືກຈັບ​ກຸມ​ຈຳນວນ​ນຶ່ງ ​ໄດ້​ຕິດ​ຕໍ່ສົນ
ທະນາ​ກັບ​ພວກ​ຫົວ​ຮຸນ​ແຮງ ຜ່ານການ​ສົ່ງ​ສານ​ໃຊ້​ລະຫັດລັບ.

ທ່ານ ກ່າວ​ວ່າ ອົງການ ​FBI ​ໂດຍ​ສະ​ເພາະແລ້ວ ​ກຳລັງ​ໄດ້ຮັບການທ້າ​ທາຍ ​ເພາະວ່າ
ພວກກໍ່ການຮ້າຍທີ່ໄດ້ຮັບແຮງດົນໃຈຈາກກຸ່ມລັດ​ອິສລາມ ແມ່ນຄາດ ການໄດ້ຍາກ ​
ແລະ​ກໍປະຕິບັດງານ​ຢ່າງ​ກະທັນຫັນ.

XS
SM
MD
LG