ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສີສົ້ມ ບໍ່ພຽງແຕ່ເຮັດໃຫ້ໃບໄມ້ຫລົ່ນ ມັນຍັງມີຜົນກະທົບ ຕໍ່ສຸຂະພາບ ຂອງຄົນ ແລະສັດ ໃນທັນທີທັນໃດ ທີ່ມັນຕົກລົງໃສ່ນັ້ນໂລດ


ເດັກຍິງທີ່ເກີດມາປາກແຫວ່ງຢູ່ໃນເຂດທີ່ຖືກສານສີສົ້ມພົ່ນໃສ່ ໄດ້ຮັບການປິ່ນປົວໂດຍໄດ້ຮັບການຊ່ວຍເຫລືອຂອງໂຄງການສິ່ງຕົກຄ້າງຈາກສົງຄາມ ຫລື War Legacies Project
ເດັກຍິງທີ່ເກີດມາປາກແຫວ່ງຢູ່ໃນເຂດທີ່ຖືກສານສີສົ້ມພົ່ນໃສ່ ໄດ້ຮັບການປິ່ນປົວໂດຍໄດ້ຮັບການຊ່ວຍເຫລືອຂອງໂຄງການສິ່ງຕົກຄ້າງຈາກສົງຄາມ ຫລື War Legacies Project

ສານສີສົ້ມທີ່ເປັນຢາຂ້າພືດທີ່ເອົາປົນໃສ່ກັບນໍ້າມັນກາຊວນແລ້ວພົ່ນລົງໄປຈາກເຮືອບິນໃສ່ 15 ເມືອງທີ່ນອນຢູ່ໃນເສັ້ນລໍາລຽງອາວຸດໂຮຈີມີນຫລື Ho Chi Minh Trail ໃນ 5 ແຂວງຢູ່ໃນພາກກາງແລະພາກໃຕ້ຂອງລາວນັ້ນ ບໍ່ພຽງແຕ່ເຮັດໃຫ້ໃບໄມ້ຫລົ່ນຈາກຕົ້ນເທົ່ານັ້ນແຕ່ມັນຍັງມີຜົນກະທົບຕໍ່ສຸຂະພາບຂອງສັດແລະຂອງຄົນໃນທັນທີທັນໃດທີ່ມັນຕົກລົງໄປນັ້ນໂລດ ອີງຕາມການບອກເລົ່າຂອງຊາວບ້ານຜູ້ທີ່ເກີດກ່ອນສົງຄາມໃນລາວທີ່ຮູ້ເຫັນເຫດການເຫລົ່ານັ້ນຕໍ່ທີມງານສໍາຫລວດຂອງທ່ານນາງ ຊູແຊນ ແຮມມອນ, (Susan Ham-mond) ຫົວໜ້າບໍລິຫານ ແລະຜູ້ສ້າງຕັ້ງໂຄງການສິ່ງຕົກທອດຈາກສົງຄາມ ຫລື War Lega- cies ທີ່ທໍາການສໍາຫລວດເລື້ອງນີ້ ເປັນເວລາ 3 ປີກວ່າ. ທ່ານນາງເວົ້າວ່າ ພວກຊາວບ້ານເຫລົ່ານີ້ພັນລະນາກ່ຽວກັບສານນີ້ວ່າ:
“ມັນມີຜົນກະທົບຕໍ່ຕົ້ນໄມ້, ມີຜົນກະທົບແມ່ນແຕ່ຕໍ່ສັດອີກດ້ວຍ. ສັດຈະຕາຍຫຼັງ ຈາກມີການພົ່ນສານນີ້ແລ້ວ. ເຂົາເຈົ້າຈື່ໄດ້ວ່າ ເຂົາເຈົ້າໄອ ແລະບໍ່ສະບາຍເປັນເວລາຫລາຍມື້. ເຂົາເຈົ້າຈະຮູ້ສຶກບໍ່ສະບາຍໃນທ້ອງໃນໄສ້ ແລະເຂົາເຈົ້າຈະໄອຖ້າຖືກສານນີ້ຕົກໃສ່, ຈະເວົ້າແລ້ວມັນສາມາດ ມີຜົນກະທົບຕໍ່ເຂົາເຈົ້າໃນທັນທີທັນໃດຫັ້ນໂລດ.”

ຊາຍໜຸ່ມທີ່ພິການຂາມາແຕ່ເກີດຢູ່ເມືອງນອງ, ຂ. ສະຫວັນນະເຂດທີ່ເຄີຍຖືກສານສີສົ້ມພົ່ນໃສ່ໃນປາງສົງຄາມ
ຊາຍໜຸ່ມທີ່ພິການຂາມາແຕ່ເກີດຢູ່ເມືອງນອງ, ຂ. ສະຫວັນນະເຂດທີ່ເຄີຍຖືກສານສີສົ້ມພົ່ນໃສ່ໃນປາງສົງຄາມ


ນອກນັ້ນ ແລ້ວສານພິດໄດອອກຊິນທີ່ເຈືອປົນຢູ່ນໍາຢາຂ້າພືດທີ່ເປັນສານສີສົ້ມ ທີ່ວ່ານີ້ ຍັງມີຜົນກະທົບອັນຍາວນານຕໍ່ສຸຂະພາບຂອງຄົນລຸ້ນໃໝ່ ທີ່ເກີດຫລັງ ສົງຄາມອີກດ້ວຍ ອີງຕາມໃນບົດລາຍງານການສໍາຫລວດສານສີສົ້ມ ຕໍ່ສະພາບການດ້ານສຸຂະພາບ ແລະການດໍາລົງ ຊີວິດໃນລາວ ປີ 2021 ທີ່ຫາກໍ່ພິມເຜີຍ ແຜ່ອອກມາໃນວັນຈັນຜ່ານມານີ້. ທ່ານນາງແຮມມອນ ໃຫ້ຄໍາເຫັນວ່າ ໂດຍສະ ເລ່ຍແລ້ວ ມີ 5 ຄົນຕໍ່ບ້ານໃນຈໍານວນ 126 ບ້ານທີ່ຖືກສານສີສົ້ມພົ່ນໃສ່ແລະ ຢູ່ໃນການສໍາຫລວດຄັ້ງນີ້ ທີ່ເກີດມາມີສະພາບຜິດປົກກະຕິເຊັ່ນກະໂພກຂ້າງນຶ່ງ ລີບ, ມີຕາ ແລະ ຫູຂ້າງດຽວ ຊຶ່ງພໍຈະສະຫລຸບໄດ້ວ່າເປັນໄປໄດ້ສູງທີ່ວ່າ ເຂົາເຈົ້າໄດ້ຮັບຜົນກະທົບຈາກສານໄດອອກຊິນ ທີ່ປົນຢູ່ກັບຢາຂ້າພືດນັ້ນ ເມື່ອສົມທຽບປະເພດຂອງຄວາມຜິດປົກກະຕິ ໃນເວລາເກີດມາຂອງເຂົາເຈົ້າ ໃສ່ລາຍການທີ່ລະບຸໄວ້ໂດຍເຈົ້າໜ້າທີ່ສະຫະລັດ ແລະນັກວິທະຍາສາດກ່ຽວກັບຜົນກະທົບອັນຍາວນານຂອງສານນີ້ຕໍ່ສຸຂະພາບຂອງຄົນ ແລະສະພາບຮ່າງກາຍຜິດປົກກະຕິທີ່ມີມາແຕ່ເກີດຂອງຄົນຈໍານວນນຶ່ງທີ່ຢູ່ໃນເຂດທີ່ຖືກສານສີສົ້ມຜົ່ນໃສ່ ຢູ່ພາກກາງຂອງຫວຽດນາມທີ່ເຊື່ອກັນວ່າແມ່ນສືບເນື່ອງມາຈາກການຖືກສານໄດອອກຊິນທີ່ເຈືອປົນຢູ່ໃນຢາຂ້າພືດທີ່ອັນຕະລາຍນີ້.

XS
SM
MD
LG