ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ເຢຍລະມັນ ບອກກຣີສວ່າ ການຕັດ ການໃຊ້ຈ່າຍລົງ ຈະມີຜົນດີ ໃນອານາຄົດ (ສະໄລດ໌/ວີດີໂອ)


ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ ພົບປະກັບ ທ່ານ Antonis Samaras ນາຍົກລັດຖະມົນຕີຫົວອານຸລັກນິຍົມຂອງ​ກຣີສ
ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ ພົບປະກັບ ທ່ານ Antonis Samaras ນາຍົກລັດຖະມົນຕີຫົວອານຸລັກນິຍົມຂອງ​ກຣີສ
ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ
ບອກກຣີສວ່າ ຄວາມເສຍ ສະລະຂອງກຣີສ ​ໃນການຕັດການ
ໃຊ້ຈ່າຍຂອງລັດຖະບານລົງ​ນັ້ນ ຈະໃຫ້ຜົນຢ່າງຄຸ້ມຄ່າ ຊຶ່ງເປັນ
ຖ້ອຍຄໍາທີ່ບໍ່​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ ຈາກພວກປະທ້ວງ
ຫລາຍສິບພັນຄົນ ທີ່ພວມ​ໂຮມ​ຊຸມນຸມ​ຕໍ່ຕ້ານ​ການຢ້ຽມຢາມກຣີສ
ຂອງທ່ານນາງ.

ທ່ານນາງ Merkel ໄດ້​ໃຫ້​ຄວາມ​ເຫັນດັ່ງກ່າວ ຫຼັງຈາກພົບ​ປະ
ກັບທ່ານ Antonis Samaras ນາຍົກລັດຖະມົນຕີຫົວອານຸລັກ
ນິຍົມຂອງ​ກຣີສ ທີ່ນະຄອນ Athens ​ໃນ​ວັນ​ອັງຄານ​ວານ​ນີ້. ການຢຸດແວ່ຢ້ຽມຢາມກຣີສເປັນເວລາ 5 ຊົ່ວໂມງຂອງທ່ານນາງ
Merkel ເປັນການຢ້ຽມຢາມປະເທດດັ່ງກ່າວຄັ້ງທໍາອິດ ນັບຕັ້ງແຕ່
ເລີ້ມມີວິກິດການໃນ ຂົງເຂດໃຊ້ເງິນຢູໂຣໃນຫລາຍປີກ່ອນ.

ມີ​ການ​ສົ່ງຕໍາຫລວດຫລາຍພັນຄົນ​ໄປ​ຮັກສາ​ຄວາມ​ສະຫງົບ​ໃນທົ່ວນະຄອນຫລວງຂອງ ກຣີສ ເພື່ອຄວບຄຸມພວກປະທ້ວງຫລາຍກວ່າ 25 ພັນຄົນ. ຕໍາຫລວດໄດ້ປະທະກັນກັບ ພວກເດີນຂະບວນຈໍານວນນຶ່ງ ແລະໄດ້ຈັບຢ່າງໜ້ອຍ 40 ຄົນໄປຂັງ.

ພາບຊາວກຣີສປະທ້ວງ ການຢ້ຽມຢາມຂອງ ນາຍົກເຢຍລະມັນ:

ເບິ່ງວີດີໂອການນັດຢຸດງານປະທ້ວງຂອງຊາວກຣີສ ເມື່ອວັນທີ 26 ກັນຍາ:

ຄວາມໂກດແຄ້ນຂອງພວກປະທ້ວງ ແມ່ນສືບເນື່ອງມາຈາກສະພາບການທີ່ປະເທດກຣິສ
ມີບັນຫາຫຍຸ້ງຍາກ ໃນການປະຕິບັດຕາມພັນທະ ທີ່ຕ້ອງໄດ້ເຮັດ ເພື່ອຄໍ້າປະກັນວ່າ ປະເທດດັ່ງກ່າວຈະຈ່າຍໜີ້ຕາມ​ສັນຍາ ແລະຮັກສາການເປັນສະມາຊິກຂອງເຂດໃຊ້ເງິນ ຢູໂຣ ໄລຍະຍາວໄດ້. ລັດຖະບານຂອງທ່ານ Samaras ແມ່ນໄດ້ດໍາເນີນມາດຕະການ ປະຢັດເງິນຢ່າງໃຫຍ່ຫລວງຊຸດໃໝ່ ທີ່ບໍ່​ໄດ້​ຮັບ​ຄວາມ​ນິຍົມຈາກ​ປະຊາຊົນ​ຢ່າງ​ຫລວງ ຫລວງ ໃນກຣີສ.

ທ່ານນາງ Merkel ໄດ້ຖືກ​ປະນາມ​ກ່ຽວ​ກັບບົດບາດຂອງທ່ານນາງຢູ່ໃນກຣີສ ທີ່ສົ່ງເສີມ ​ໃຫ້​ມີ​ການ​ນຳ​ໃຊ້ມາດຕະການປະຢັດເຫລົ່ານັ້ນ ໂດຍສະເພາະຢູ່ໃນໄລຍະທີ່ກຣີສພວມ​ດີ້ນ ຮົນ​ຕໍ່ສູ້​ກັບສະພາບເສດຖະກິດຊຸມໂຊມ ທີ່ກໍາລັງດຳ​ເນີນຢູ່ໃນຂະນະນີ້.
XS
SM
MD
LG