ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຍຸ ບໍ່ແມ່ນບັນຫາສໍາລັບທຸກຄົນ ທີ່ຈະຫຼິ້ນກິລາ ເພື່ອສຸຂະພາບທີ່ດີຂອງຕົນ


ອາຍຸ ບໍ່ແມ່ນບັນຫາສໍາລັບທຸກຄົນ ທີ່ຈະຫຼິ້ນກິລາ ເພື່ອສຸຂະພາບທີ່ດີຂອງຕົນ

ຫຼາຍຄົນ ມີຄວາມເປັນຫວ່າງກ່ຽວກັບບັນຫາສຸຂະພາບ ໂດຍສະເພາະໃນຍາມທີ່ພວກເຮົາມີອາຍຸຫຼາຍຂຶ້ນ, ແຕ່ຄວາມເປັນຈິງທີ່ຫຼີກລ່ຽງບໍ່ໄດ້ ແມ່ນສາມາດແກ້ໄຂ ແລະຊ່ວຍໄດ້ ດ້ວຍການຕັດສິນໃຈທີ່ເດັດຂາດຂອງຕົນເອງ ໃນການອອກກໍາລັງກາຍ, ທິບສຸດາ ມີລາຍງານການສໍາພາດກັບຍານາງສິນທີ ກຸນຣາຊາ ນັກກິລາແລ່ນມາຣາທອນ ເພີ້ມເຕີມກ່ຽວກັບເລື້ອງນີ້.

ຍານາງສິນທີ ເປັນຄົນບ້ານປາກກະຍຸງ ທີ່ຕັ້ງໃກ້ກັບບ້ານເກີນ, ແຂວງວຽງຈັນ ໂດຍກໍາເນີດ, ເນື່ອງຈາກສະພາບຄອບຄົວເປັນຄົນທີ່ບໍ່ຄ່ອຍມີຖານະ ຈຶ່ງເຮັດໃຫ້ຍານາງເຮັດວຽກໜັກ ແລະມີຄວາມຕັ້ງໃຈ ພ້ອມທັງມີຄວາມອົດທົນມາແຕ່ຍັງນ້ອຍ, ເມື່ອຈົບການສຶກສາ ຍານາງຈຶ່ງໄດ້ເຮັດວຽກນໍາສະຖານທູດມາເລເຊຍປະຈໍານະຄອນຫຼວງວຽງຈັນ ຈຶ່ງເປັນຂົວໃຫ້ຍານາງມີພື້ນຖານພາສາອັງກິດທີ່ດີໃນການມາຕັ້ງຖິ່ນຖານໃໝ່ໃນສະຫະລັດເມື່ອປີ 1982 ແລະອາໄສຢູ່ທີ່ເມືອງ ໂດເວີ (Dover), ລັດນິວແຮມເຊຍ ຕັ້ງແຕ່ນັ້ນມາ.

ອາຍຸ, ບໍ່ແມ່ນບັນຫາສໍາລັບໃຜຜູ້ນຶ່ງທີ່ຈະມາເອົາໃຈໃສ່ຕໍ່ສຸຂະພາບຂອງຕົນ ໂດຍສະເພາະ ໃນເວລາທີ່ພວກເຮົາມີອາຍຸເພີ້ມສູງຂຶ້ນ, ດັ່ງນັ້ນ ຍານາງສິນທີ ກຸນຣາຊາ ນັກກິລາແລ່ນມາຣາທອນ ອາຍຸ 68 ປີ, ຜູ້ທີ່ກິນບໍານານ ແລະມີເວລາໃຫ້ຕົນເອງຫຼາຍຂຶ້ນ ໄດ້ມາເອົາໃຈໃສ່ການແລ່ນມາຣາທອນ ຕັ້ງແຕ່ທີ່ຍານາງມີອາຍຸ 41 ປີ ກ່າວວ່າ ເຫັນຫຼາຍຄົນເຂົາກໍພາກັນຫຼິ້ນກິລາ, ຜູ້ທີ່ມີອາຍຸບໍ່ຫຼຸດ 90 ເຂົາກໍຍັງມາແລ່ນ, ສະນັ້ນເຮົາກໍຕ້ອງແລ່ນໄດ້ຄືກັນ, ໂດຍຍານາງກ່າວວ່າ:

“ຄຸນແມ່ຢູ່ສູນລ້ຽງເດັກກໍາພ້າ ແລ້ວເຂົາວ່າພວກຄຸນແມ່ພາເດັກນ້ອຍມາແລ່ນ 5 ກິໂລແມັດ, ບາດນີ້ຕົນເອງກະສົນໃຈ ເລີຍໄປເບິ່ງ, ບາດນີ້ເລີຍວ່າ ຄັນວ່າຄຸນແມ່ກັບເດັກນ້ອຍແລ່ນໄດ້ ເຮົາກະແລ່ນໄດ້ຄືກັນຕົວ ເຮົາກະໄປລອງເບິ່ງຕົວ ວ່າຊັ້ນຫັ້ນນະ, ຕອນນັ້ນປີ 1998 ແລ້ວ ອາຍຸກະປະມານ 41 ປີເຄິ່ງລະເດ ກະເລີຍຊັ້ນນະ ໄປທໍາອິດກັບພວກອາຈານຢູ່ນັ້ນລະ ສອງຜົວເມຍເຂົາກະພາໄປແລ່ນ 5 ກິໂລແມັດນັ້ນ, ທໍາອິດເຮົາອ່ານຜົນອອກມາຂອງການແລ່ນ ກໍຍັງອ່ານບໍ່ເປັນຊໍ້າ.”

ຍານາງ ສິນທີ ກຸນຣາຊາ, ຖ່າຍຮູບກັບ ໂພສຄາດທີ່ສະແດງໃຫ້ເຫັນວ່າ ທ່ານນາງກໍາລັງແລ່ນ.
ຍານາງ ສິນທີ ກຸນຣາຊາ, ຖ່າຍຮູບກັບ ໂພສຄາດທີ່ສະແດງໃຫ້ເຫັນວ່າ ທ່ານນາງກໍາລັງແລ່ນ.

ການແລ່ນມາຣາທອນ, ຫຼັກການໂດຍທົ່ວແລ້ວແມ່ນມີໄລຍະທາງຍາວ 26.2 ໄມລ໌ ຫຼືເທົ່າກັບປະມານ 46 ກິໂລແມັດ, ເຊິ່ງໃນການແລ່ນມາຣາທອນ ຜູ້ທີ່ຈະສະໝັກແລ່ນ ຕ້ອງປະຕິບັດຕາມເງື່ອນໄຂຂອງສະມາຄົມກິລາແລ່ນມາຣາທອນໃຫ້ໄດ້ ຕາມຂະໜາດຄວາມໄວທີ່ຂຶ້ນກັບຊ່ວງອາຍຸທີ່ແຕກຕ່າງກັນລະຫວ່າງ ຍິງ ແລະຊາຍ, ຕົວຢ່າງ: ມາດຕະຖານຂອງຜູ້ແລ່ນອາຍຸລະຫວ່າງ 65 ຫາ 69 ປີ ປະຈໍາປີ 2025 ສໍາລັບຜູ້ຊາຍແມ່ນບໍ່ຫຼຸດ 3 ຊົ່ວໂມງ 26 ນາທີ ຕໍ່ການແລ່ນມາຣາທອນນຶ່ງ, ສ່ວນແມ່ນຍິງ ແມ່ນບໍ່ຫຼຸດ 4 ຊົ່ວໂມງ 12 ນາທີ ຕໍ່ການແລ່ນນຶ່ງຄັ້ງ, ອີງຕາມຂໍ້ມູນຈາກ World Marathon Majors.

ແນວໃດກໍຕາມ, ນັກແລ່ນມາຣາທອນ ຈະເຂົ້າໃຈກ່ຽວກັບເປົ້າໝາຍ Abbott World Marathon Majors, ເຊິ່ງແມ່ນການແລ່ນມາຣາທອນໃຫ້ຄົບທັງຫົກສະໜາມທີ່ຈັດຂຶ້ນໃນ 4 ປະເທດແຕກຕ່າງກັນເຊັ່ນ: Tokyo Marathon (ຍີ່ປຸ່ນ, ຈັດຂຶ້ນປະຈໍາເດືອນມີນາ), The Boston Marathon (ສະຫະລັດ, ຈັດຂຶ້ນປະຈໍາເດືອນມີນາ ໃນໄລຍະຫ່າງກັນ 1 ອາທິດກັບ Tokyo Marathon), The London Marathon (ອັງກິດ, ຈັດຂຶ້ນໃນທຸກໆເດືອນກຸມພາ), Berlin Marathon (ເຢຍຣະມັນ, ຈັດຂຶ້ນໃນທຸກໆເດືອນກັນຍາ), Chicago Marathon (ສະຫະລັດ, ຈັດຂຶ້ນໃນທຸກໆເດືອນຕຸລາ), New York City Marathon (ສະຫະລັດ, ຈັດຂຶ້ນໃນທຸກໆເດືອນພະຈິກ), ໂດຍ ຍານາງສິນທີ ໄດ້ສໍາເລັດ Abbott World Marathon Majors ແລ້ວ, ເຊິ່ງຍານາງໄດ້ກ່າວເຖິງຈຸດປະສົງ ແລະການວາງເປົ້າໝາຍຂອງຕົນວ່າ:

“ເຮົາກະໄດ້ແບ່ງເວລາ ເພາະວ່າເຮົາຮູ້ວ່າຕົນເອງເຮົາຫັ້ນນະ ຕ້ອງການແມ່ນຫຍັງສໍາລັບໂຕເຮົາເອງຫັ້ນນະ ເພາະວ່າເຮົາເຮັດວຽກມາຕະຫຼອດຊີວິດເພື່ອລ້ຽງຄອບຄົວ ເຮົາກະເຮັດຫຼາຍແລ້ວວ່າຊັ້ນຊະ, ບາດນີ້ເຮົາຕ້ອງແບ່ງເວລາຮັກສາໂຕເຮົາເອງ ເພື່ອວ່າເຮົາຈະໄດ້ເບິ່ງແຍງລູກເຕົ້າຕໍ່ໄປ, ຖ້າວ່າເຮົາບໍ່ມີສຸຂະພາບແຂງແຮງ ແລ້ວເຮົາກະຊິຊ່ວຍໃຜໄດ້ ແມ່ນຕົວ, ກ່ອນທີ່ເຮົາຊິຊ່ວຍຜູ້ອື່ນໄດ້ ເຮົາກໍຕ້ອງໄດ້ຊ່ວຍໂຕເຮົາເອງກ່ອນ ກໍໄດ້ຕ້ອງແບ່ງເວລາ.”

ຍານາງສິນທີ ກຸນຣາຊາ, ຖ່າຍຮູບ ລຸນຫຼັງທີ່ຍານາງສໍາເລັດການແລ່ນມາແລ້ວ.
ຍານາງສິນທີ ກຸນຣາຊາ, ຖ່າຍຮູບ ລຸນຫຼັງທີ່ຍານາງສໍາເລັດການແລ່ນມາແລ້ວ.

ເນື່ອງຈາກປະສົບການໃນການແລ່ນມາຣາທອນມາຍາວນານ ຍານາງສິນທີ ກ່າວວ່າ ການຫຼິ້ນກິລາ ມັນຊ່ວຍໃຫ້ຈິດແຈ່ມໃສ ຊ່ວຍໃຫ້ສຸຂະພາບແຂງແຮງຂຶ້ນ ໂດຍຍານາງກ່າວວ່າ:

“ຍາມເຮັດວຽກ ຍາມເຮັດການ ເຮົາກໍໄດ້ແບ່ງເວລາໄປອອກກໍາລັງກາຍ, ຄືສົມມຸດວ່າ ເວລາຜັກທ່ຽງເຂົາໃຫ້ເຮົາຊົ່ວໂມງນຶ່ງ ເຮົາກໍອອກໄປ, ໄປແລ້ວເຮົາກໍໄປອອກກໍາລັງກາຍ ໄປແລ່ນ ໄປລອຍນໍ້າ, ບາດເຮົາກັບມາເຮັດວຽກຫັ້ນນະ ແບບວ່າເຮົາແທນທີ່ຊິ...ຄັນເຮົາບໍ່ໄປໃສຫັ້ນນະ ເຮົາກິນເຂົ້າແລ້ວກະນັ່ງຢູ່ນັ້ນ ມັນກໍເຫງົານອນ ວຽກກະເຮັດວຽກບໍ່ໄດ້ຫຼາຍໃດບາດນິ, ບາດນີ້ເຮົາຈະມີກໍາລັງວັງຊາຫຼາຍຄັນເຮົາກັບມາຈາກການອອກກໍາລັງກາຍ ຈະມີຄວາມຮູ້ສຶກຄືກັບຄົນໃໝ່ຫັ້ນນະ ບາດນີ້ເຮົາກະມີກິລິຍາມາລະຍາດດີ ເວົ້ານໍາຄົນເຮົາກະເວົ້າດີ ເພາະວ່າເຮົາໄດ້ອອກກໍາລັງກາຍແລ້ວເດ, ເຮົາກໍມີກໍາລັງວັງຊາເພື່ອຈະເຮັດວຽກໃນ 4 ຊົ່ວໂມງສຸດທ້າຍແບບຊັ້ນຫັ້ນໜາ.”

ໃນການແລ່ນມາຣາທອນລະດັບໂລກແຕ່ລະຄັ້ງ ມີຜູ້ເຂົ້າມາແຂ່ງຂັນຈາກທົ່ວໂລກຫຼາຍໝື່ນຄົນ ໃນໄວອາຍຸທີ່ຫຼາກຫຼາຍ, ແລະຍານາງສິນທີເອງ ກໍກ່າວວ່າ ການຫຼິ້ນກິລາ ໂດຍສະເພາະແມ່ນການແລ່ນແບບຍານາງນີ້ ບໍ່ຊ້າ ຫຼື ມີອາຍຸຫຼາຍເກີນໄປເລີຍ ສໍາລັບໃຜຜູ້ນຶ່ງ, ດັ່ງທີ່ຍານາງກ່າວວ່າ:

“ບໍ່ມີຊ້າຈັກເທື່ອ, ອັນນີ້ນະໄປແລ່ນຫຼາຍລັດຫຼາຍປະເທດ ກະໄປພົບກັບຄົນພວກທີ່ເລີ້ມແລ່ນ, ອາຍຸ 50 ປີເຂົາຫາກໍເລີ້ມແລ່ນກະມີ, ອາຍຸ 60 ປີເຂົາກໍເລີ້ມ ເຂົາກໍວ່າໂອອັນນີ້ມາແລ່ນ 5 ກິໂລແມັດທໍາອິດໃດນິນະ ອາຍຸ 60 ແລ້ວເຫັນບໍ ເຮົາກະວ່າໄອດີແລ້ວເດຂ້ອຍກະອາຍຸ 40 ປາຍຂ້ອນຈຶ່ງໄດ້ມາແລ່ນແບບຊັ້ນຫັ້ນນະ ແລະພວກນີ້ແຫຼະທີ່ເປັນແຮງບັນດານໃຈໃຫ້ຂ້ອຍໃນການປະຕິບັດຫຼາຍຂຶ້ນກວ່າເກົ່າ ເພາະວ່າເຂົາກະອາຍຸຫຼາຍຊໍ່ານັ້ນ ເຂົາຫາກໍເລີ້ມ, ເຮົາກະຍັງນ້ອຍໄດ້ເລີ້ມກ່ອນເຂົາລະ ແບບຊັ້ນຫັ້ນນະ. ບໍ່ມີຄໍາວ່າຊ້າຈັກເທື່ອດອກ, ບາງເທື່ອເຂົາ 70 ປີ ກະຫາກໍເລີ້ມອອກໄປແລ່ນ.”

ຍານາງ ສິນທີ ກໍາລັງອວດກ້າມແຂນຂອງນາງ ຫຼັງຈາກອອກກໍາລັງກາຍດ້ວຍການລອຍນໍ້າ ແລະໂຢຄະ ກ່ອນມາໃຫ້ສໍາພາດທາງທີມ.
ຍານາງ ສິນທີ ກໍາລັງອວດກ້າມແຂນຂອງນາງ ຫຼັງຈາກອອກກໍາລັງກາຍດ້ວຍການລອຍນໍ້າ ແລະໂຢຄະ ກ່ອນມາໃຫ້ສໍາພາດທາງທີມ.

ແນວໃດກໍຕາມ, ດັ່ງທີ່ຍານາງສິນທີກ່າວມາ ຖ້າພວກເຮົາຕັດສິນໃຈທີ່ຈະຫຼິ້ນກິລາແລ້ວ ພວກເຮົາກໍຕ້ອງຕັດສິນໃຈ ແລະລົງມືປະຕິບັດ ພ້ອມທັງສ້າງແຮງບັນດານໃຈໃຫ້ຕົນເອງ, ແຕ່ການຝຶກຊ້ອມຕາມຄວາມເໝາະສົມຕໍ່ຮ່າງກາຍຂອງເຮົາເອງ ແລະການຝຶກຊ້ອມເປັນປະຈໍາແບບບໍ່ຂາດ ແລະຕໍ່ເນື່ອງ ຄືສິ່ງສໍາຄັນທີ່ສຸດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG