ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາເມຣິກາກາງເສຍຫາຍໜັກ ຍ້ອນພາຍຸເຂດຮ້ອນ Agatha


ພວກກູ້ໄພແລະອາສາສະມັກ ພວມທຳການຂຸດຄົ້ນເອົາ
ຊາກສົບແລະຊອກ ຫາພວກທີ່ລອດຊີວິດມາໄດ້ ໃນເຂດ
ອະເມຣິກາກາງ ບ່ອນທີ່ເຮືອນຊານຈຳນວນ ຫຼາຍພັນຫຼັງ
ໄດ້ຖືກດິນເຈື່ອນທັບແລະປະສົບກັບໄພນໍ້າຖ້ວມ ຈາກລົມ
ພາຍຸເຂດ ຮ້ອນ AGATHA.

ເຈົ້າໜ້າທີ່ກ່າວ ໃນວັນອັງຄານມື້ນີ້ວ່າ ການຊ່ອຍເຫຼືອຂອງ
ນາໆຊາດພວມ ທະຍອຍກັນໄປເຖິງ ຂະນະທີ່ບັນດາ
ປະເທດແລະອົງການຕ່າງໆ ໄດ້ໃຫ້ຄວາມ ຊ່ອຍເຫລືອ
ທາງດ້ານການເງິນ ແລະເຮືອບິນເຮຣີຄອບເຕີ້ ສຳລັບ
ນຳໃຊ້ໃນການປະຕິບັດງານກູ້ໄພແລະບັນເທົາທຸກ. AGATHA ເປັນພາຍຸເຂດຮ້ອນຫົວ
ທຳອິດ ໃນປີ 2010 ສຳລັບລະດູລົມພາຍຸເຮີຣິເຄນໃນເຂດມະຫາສະມຸດປາຊີຟິກ ຕາເວັນອອກ
ທີ່ເຮັດໃຫ້ມີຜູ້ເສຍຊີວິດບໍ່ຕໍ່າກວ່າ 150 ຄົນ.

ເຂດທີ່ປະສົບຄວາມເສຍຫາຍຮ້າຍແຮງສຸດ ກໍແມ່ນປະເທດກວາເຕມາລາ ບ່ອນທີ່ໂຕເລກ
ພວກເສຍຊີວິດເພີ້ມຂຶ້ນເປັນ 123 ຄົນແລະມີຢ່າງນ້ອຍ 90 ຄົນ ຍັງຫາຍສາບສູນ.
ມີປະຊາຊົນປະມານ 110 ພັນຄົນ ໄດ້ພາກັນຍ້າຍເຂົ້າໄປຢູ່ ໃສບ່ອນຫຼົບໄພ. ເຈົ້າໜ້າທີ່
ກ່າວວ່າໂຕເລກເຫຼົ່ານີ້ອາດຈະມີການປ່ຽນແປງຂະນະ ທີ່ລາຍງານຕ່າງໆ ພວມຫຼັ່ງໄຫຼ
ເຂົ້າມາແຕ່ເຂດຊົນນະບົດ. ການປະຕິບັດງານກູ້ ໄພທີ່ປະເທດກວາເຕມາລາໄດ້ປະສົບ
ກັບອຸບປະສັກ ຍ້ອນການລະເບີດຂອງພູໄຟ PACAYA ໃນສັບປະດາແລ້ວ ທີ່ເຮັດໃຫ້
ນະຄອນຫຼວງກວາເຕມາລາຊີຕີ້ ປົກຄຸມໄປດ້ວຍຂີ້ເທົ່າ ແລະປິດສະໜາມບິນນາໆຊາດ.

XS
SM
MD
LG