ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມພາຍຸເຂດຮ້ອນປະທະ ອະເມຣິກາກາງ


ນ້ຳ​ຖ້ວມ​ແລະ​ດິນ​ເຈື່ອນ​ທ່ີ​ເກີດ​ຈາກ​ລົມພາຍຸ​ hurricane ​ໃນລະດູ​ຮ້ອນ​ໃນ​ພາກ​ຕາ​ເວັນ​ອອກຂອງ

ມະຫາສມຸດ​ປາຊີ​ຟິກ ​ໄດ້​ເອົາ​ຊີວິດ​ປະຊາຊົນໄປ​ແລ້ວ​ຢ່າງ​ນ້ອຍ 96 ຄົນ​ໃນ​ທະວີບ​ອະ​ເມຣິກາ​ກາງ.

ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ປະຊາຊົນ​ຈຳນວນ​ຫລາຍ​ກວ່າ 80 ຄົນ​ເສຍຊີວິດ​ໃນປະ​ເທດ Guatemala

ແຫ່ງ​ດຽວ ຮວມທັງ​ເດັກນ້ອຍ 4 ຄົນຖືກໄຫລ​ໜີ​ໄປ​ນຳດິນ​ເຈື່ອນ​ທັບ​.

ໄດ້​ມີ​ລາຍ​ງານເຊ່ນ​ກັນວ່າ ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ໃນ​ປະ​ເທດ El Salvador ​ແລະ​ຮອງ​ດູຣັສ. ປະ​ເທດ

ເມັກ​ຊິ​ໂກ​ກໍ​ຖືກ​ປະ​ທະ​ເຊັ່ນ​ກັນຈາກ​ລົມພາຍຸ​ລະດູ​ຮ້ອນ Agatha ຄັ້ງ​ນີ້.

ປະຊາຊົນ​ຈຳນວນ​ຫລາຍ​ກວ່າ 74 ພັນ​ຄົນໃນ​ຂົງ​ເຂດ​ໄດ້​ຖືກ​ບັງຄັບໃຫ້​ຍົກຍ້າຍ​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ລົມພາຍຸ​ລູກ​ນີ້​ໄດ້​ປະ​ທະ​ຢ່າງ​ໜັກ​ໃນ​ອະ​ເມຣິກາ​ກາງ ​ແລະ​ເມັກ​ຊິ​ໂກ​ໃນ​ວັນ​ເສົາ​ແລະ​ວັນ​ອາທິດ​ວານ​ນີ້. ລົມພາຍຸ

Agatha ​ໄດ້​ເຮັດ​ໃຫ້​ດິນ​ເຈື່ອນ​ຢູ່​ໃກ້ໆ​ກັບຊາຍ​ແດນ​ລະຫວ່າງ Guatemala ​ແລະ​ເມັກ​ຊິ​ໂກ​ໃນວັນ​ເສົາ​ຜ່ານ​ມາ​ນີ້

ຊຶ່ງ​ມີ​ລົມ​ພັດແຮງ​ເຖິງ 75 ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.ສູນ​ກາງ​ລົມພາຍຸ hurricane ​ແຫ່ງ​ຊາດ​ຂອງ​ສະຫະລັດ​ທ່ີ

ນະຄອນ Miami ​ແຈ້ງ​ໃຫ້​ຊາບ​ວ່າ ລູກ​ພາຍຸ​ລູກ​ນີ້​ກຳລັງ​ເຄື່ອນ​ໄປ​ສູ່​ທາງ​ທິດຕາ​ເວັນ​ຕົກ​ຂອງ​ທະ​ເລ Caribbean.
ຝົນຕົກ​ໜັກ​ຍັງ​ດຳ​ເນີນ​ຕໍ່​ມາ​ໃນ​ພາກສ່ວນ​ຕ່າງໆ​ຂອງ Guatemala, El Salvador ​ແລະ​ຮົງດູຣັສນັ້ນ.

XS
SM
MD
LG