ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນດິນໄຫວໃນຍີ່ປຸ່ນ ມີຜູ້ເສຍຊີວິດ 9 ຄົນ


ໜ່ວຍກູ້ໄພກຳລັງ ຊອກຫາຢູ່ຕາມບ້ານເຮືອນບ່ອນເພພັງທັບຄົນ ຢູ່ເມືອງ Mashiki ແລະ Kumamoto ພາກໃຕ້ຂອງຍີ່ປຸ່ນ.
ໜ່ວຍກູ້ໄພກຳລັງ ຊອກຫາຢູ່ຕາມບ້ານເຮືອນບ່ອນເພພັງທັບຄົນ ຢູ່ເມືອງ Mashiki ແລະ Kumamoto ພາກໃຕ້ຂອງຍີ່ປຸ່ນ.

ແຜ່ນດິນ​ໄຫວທີ່ຮ້າຍ​ແຮງ​ຂະໜາດ 6.2 ເຣັກ​ເຕີ ​ໄດ້​ກະທົບ​ຕໍ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ​ຍີ່ປຸ່ນ​ໃນ​ວັນ​ພະຫັດ​ວານ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 9 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ຮ້ອຍ​ຄົນ.

​ສູນ​ກາງແຜ່ນດິນ​ໄຫວແມ່ນ​ຢູ່​ກາງ​ເຂດ Kumamoto ປະມານ 1,300 ກິ​ໂລ​ແມັດ​ທາງ​ ພາກໃຕ້​ຂອງ​ນະຄອນ​ Tokyo. ​ແຜ່ນດິນ​ໄຫວ​ໄດ້​ສັ່ນສະ​ເທື່ອນ​ໃນ​ຕອນຄໍ່າ​ ​ໃນເວລາ​ຜູ້ ​ຄົນ​ພາກັນຢູ່​ບ້ານ​ເຮືອນ​ກິນເຂົ້າ​ແລງ ​ເບິ່ງ​ໂທລະພາ​ບ ​ຫຼື ຫລັບ​ນອນຫຼັຍ​ໄຫຼ​ຢູ່.

ຕຳຫລວດ​ກ່າວ​ວ່າ ມີຢ່າງ​ໜ້ອຍ​ເຮືອນ 19 ຫລັງໄດ້​ຫັກ​ພັງລົງ ​ແລະ​ຢ້ານ​ກົວ​ວ່າມີ​ຜູ້​ຄົນ ​ຈຳນວນ​ຫຼວງ​ຫລາຍ​ ​ອາດ​ຕິດ​ຄ້າງ​ຢູ່​ໃຕ້​ສາກ​ຫັກພັງນັ້ນ. ​ໄດ້ມີ​ຄວາມ​ສັ່ນ​ສະ​ເທື່ອ​ນຕິດ ຕາ​ມາ​ຫລາຍ​ເທື່ອ​ ທີ່​ເອີ້ນ​ວ່າ aftershocks ໃນ​ຕອນ​ກາງ​ເດິກ​ ຊຶ່ງ​ຍິ່ງເຮັດໃຫ້ຄວາມ ພະຍາຍາມຊ່ອຍກູ້​ໄພ​ຍາກ​ຍິ່ງ​ຂຶ້ນ.

ທ່ານ Takahiko Morita ຊາວບ້ານ​ທ້ອງ​ຖິ່ນ​ກ່າວ​ຕໍ່ ນັກ​ຂ່າວ NHK ຜ່ານ​ການສຳພາດ ​ທາງໂທລະສັບ​ວ່າ "​ໄດ້​ເກີດ​ການ​ສັ່ນ​ສະ​ເທື່ອ​ນ​ໂດຍທັນທີ ​ແລະ​ເຮືອນ​ທັງ​ໝົດ​ສັ່ນ​ຢ່າງ ​ຮ້າຍ​ແຮງລົ້ມ​ລົງ​ໄປ​ທາງ​ຂ້າງ. ເຄື່ອງ​ເຮືອນ ແລະ​ຮ້ານ​ໄວ້​ປື້​ມຕົກລົງ​ມາ ປື້​ມ​ຢາຍ​ກະ​ຈັດ ກະ​ຈາ​ຍຢູ່​ຕາມ​ພື້ນ​.” ທ່ານ​ຍັງ​ກ່າວ​ວ່າ ​ຝາ​ເຮືອນ​ຈຳນວນ​ນຶ່ງ​ໄດ້​ຫັກ​ພັງ​ລົງ​ມາ ​ແລະ​ນໍ້າ​ ໃຊ້​ໄດ້​ຖືກ​ຕັດ​ຢູ່່​ຄູ້​ມບ້ານ​ຂອງ​ທ່ານ ​ໃນ​ເມືອງ Mashiki.

​ລັດຖະມົນຕີ​ຂັ້ນສູງ​ຍີ່ປຸ່ນ ທ່ານ Yoshihide Suga ກ່າວ​ວ່າ ຂ້າພະ​ເຈົ້າ​ໄດ້​ຮຽກຮ້ອງ​ໃຫ້​ ຜູ້​ຄົນ​ຢູ່​ເຂດ​ເສຍ​ຫາຍໃຫ້​ຢູ່​ໃນ​ຄວາມສະຫງົບ ​ແລະ​ຊ່ວຍ​ເຫລືອ​ຊຶ່ງກັນ​ແລະ​ກັນ ພວກ​ເຮົາ ​ກຳລັງ​ປະຕິບັດ​ງານ​ຢ່າງ​ສຸດ​ຂີດ ​ແລະ​ຈັດ​ໃຫ້​ເອົາມາດ​ຕະການ​ຢ່າງສຸກ​ເສີນກ່ຽວ​ກັບ​ຄວາມ​ ຫາ​ຍະ​ນະ​ນີ້ ​ຈັດ​ໃຫ້​ເປັນ​ບຖລິ​ມະ​ສິດ​ໃນ​ຄວາມ​ພະຍາ​ຍາມ​ເພື່ອ​ຊ່ວຍຊີວິດ​ແລ​ະກູ້​ໄພ​ ບັນດາ​ພວກເຄາະ​ຮ້າຍ ດັ່ງກ່າວ​ນີ້.”

Japan Eathquake
please wait
Embed

No media source currently available

0:00 0:00:50 0:00

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG