ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຜ່ນດິນໄຫວ ຂະໜາດນ້ອຍ ສືບຕໍ່ຕິດຕາມມາ ໃນລັດຄາລິຟໍເນຍ ພາຍຫຼັງ ເກີດແຜ່ນດິນໄຫວ ຂະໜາດໃຫຍ່ 2 ເທື່ອ


ຊິ້ນສ່ວນຂອງທາດຂຸມຝັງສົບ ເຫັນໄດ້ວ່າ ພັງລົງໃສ່ພື້ນທີ່ ຂຸມຝັງສົບ ຫຼັງຈາກ ເກີດແຜ່ນດິນໄຫວ ຂະໜາດໃຫຍ່ ຢູ່ ປ່າຊ້າ Searles Valley, ໃນເມືອງໂທຣນາ ຂອງລັດຄາລິຟໍເນຍ, ວັນທີ 7 ກໍລະກົດ 2019.
ຊິ້ນສ່ວນຂອງທາດຂຸມຝັງສົບ ເຫັນໄດ້ວ່າ ພັງລົງໃສ່ພື້ນທີ່ ຂຸມຝັງສົບ ຫຼັງຈາກ ເກີດແຜ່ນດິນໄຫວ ຂະໜາດໃຫຍ່ ຢູ່ ປ່າຊ້າ Searles Valley, ໃນເມືອງໂທຣນາ ຂອງລັດຄາລິຟໍເນຍ, ວັນທີ 7 ກໍລະກົດ 2019.

ບັນດາຊຸມຊົນຕ່າງໆຢູ່ໃນເຂດທຸລະກັນດານຫ່າງໄກສອກຫລີກ 2 ແຫ່ງ ຂອງລັດຄາລິ-
ຟໍເນຍ ໄດ້ທຳການປະເມີນຄວາມເສຍຫາຍ ຫຼັງຈາກເກີດແຜ່ນດິນໄຫວຂະໜາດໃຫຍ່
ສອງເທື່ອ ທີ່ປະທະພື້ນທີ່ ເມື່ອທ້າຍສັບປະດາແລ້ວນີ້ ຊຶ່ງຕິດຕາມມາດ້ວຍ ແຜ່ນດິນໄຫວຂະໜາດນ້ອຍກວ່າ ຫຼາຍພັນເທື່ອ.

ເມືອງຣິຈແຄຣັສ ແລະເມືອງໂທຣນາ ທີ່ຢູ່ໃກ້ຄຽງ ກໍໄດ້ຖືກກະທົບຢ່າງໜັກ ໂດຍແຜ່ນ
ດິນໄຫວຄວາມແຮງ 7.1 ທີ່ໄດ້ສັ່ນສະເທືອນເມືອງຕ່າງໆ ຢູ່ເຂດທະເລຊາຍ ໂມຮາວີ
ໃນວັນສຸກທີ່ຜ່ານມານີ້. ໃນມື້ກ່ອນ ໄດ້ເກີດແຜ່ນດິນໄຫວ ຄວາມແຮງ 6.4 ກະທົບພື້ນທີ່
ເຂດທະເລຊາຍດຽວກັນນີ້.

ເນື້ອທີ່ກວ້າງປະມານ 240 ກິໂລແມັດ ຢູ່ທາງທິດຕາເວັນອອກສຽງເໜືອ ຂອງນະຄອນ
ລອສແອນເຈີເລັສ ແມ່ນກຳລັງຢູ່ໃນສະພາບຂອງການຟື້ນຟູ ພາຍຫຼັງຈາກແຜ່ນດິນ
ໄຫວ ທີ່ໄດ້ເຮັດໃຫ້ຕຶກອາຄານຕ່າງໆພັງລົງ ກໍ່ໃຫ້ເກີດໄຟໄໝ້ ແລະໄດ້ຕັດໄຟຟ້າ
ສຳລັບເຮືອນຊານຫຼາຍພັນຫຼັງ ແລະສະຖານທີ່ທຸລະກິດຕ່າງໆນຳດ້ວຍ.

ອົງການສຳຫຼວດທໍລະນີຂອງສະຫະລັດ ໄດ້ກ່າວໃນວັນອາທິດວານນີ້ ວ່າ ມີ ໂອກາດ
ພຽງ 1 ເປີເຊັນເທົ່ານັ້ນ ທີ່ຈະມີແຜ່ນດິນໄຫວຂະໜາດຄວາມແຮງ 7.0 ຫຼື ສູງກວ່ານັ້ນ
ເກີດຂຶ້ນໃນສັບປະດາໜ້າ ແລະ ເປັນໄປໄດ້ສູງ ທີ່ຈະບໍ່ມີແຜ່ນດິນໄຫວຂະໜາດ 6.0
ເລີຍ.

ຜູ້ປົກຄອງລັດຄາລິຟໍເນຍ ທ່ານແກວິນ ນິວຊຳ ໄດ້ປະກາດພາວະສຸກເສີນ ສຳລັບພື້ນທີ່
ດັ່ງກ່າວ ແລະໄດ້ເຕືອນລັດຖະບານທ້ອງຖິ່ນ ໃຫ້ຍົກລະດັບລະບົບເຕືອນໄພ ແລະກົດ
ລະບຽບຂອງຕຶກອາຄານ ໃຫ້ດີຂຶ້ນກວ່າເກົ່າ. ທ່ານໄດ້ກ່າວຕໍ່ບັນດານັກຂ່າວ ວ່າ “ມັນ
ເປັນການປຸກໃຫ້ພວກເຮົາຕື່ນຂຶ້ນ ເພື່ອໃຫ້ລັດອື່ນໆທັງຫຼາຍ ແລະພາກສ່ວນຕ່າງໆ
ຂອງປະເທດ ກຽມພ້ອມ.”

ຄວາມເສຍຫາຍທີີ່ເກີດຂຶ້ນນັ້ນ ບໍ່ຮ້າຍແຮງປານໃດ ສ່ວນໃຫຍ່ແລ້ວ ກໍຍ້ອນວ່າ ບໍລິເວນ
ເກີດເຫດ ແມ່ນຢູ່ຫ່າງໄກສອກຫລີກ ແຕ່ທ່ານນິວຊຳ ໄດ້ເຕືອນ ຫຼັງຈາກໄດ້ສຳຫຼວດເບິ່ງ
ພື້ນທີ່ເມືອງຣິຈແຄຣັສ ແລ້ວ ວ່າ “ມັນເປັນສິ່ງທີ່ບໍ່ໜ້າເຊື່ອເລີຍວ່າ ແຜ່ນດິນໄຫວ ໄດ້ສ້າງ
ຄວາມເສຍຫາຍຢູ່ທີ່ນີ້. ເຈົ້າບໍ່ສັງເກດເຫັນມັນເລີຍ ໃນຕອນທຳອິດ.”

ຜູ້ປົກຄອງລັດສັງກັດພັກເດໂມແຄຣັດ ທ່ານນີ້ ໄດ້ກະປະມານຄວາມເສຍຫາຍວ່າ ມີມູນ
ຄ່າຫຼາຍກວ່າ 100 ລ້ານໂດລາ ແລະ ໄດ້ກ່າວວ່າ ປະທານາທິບໍດີສະຫະລັດ ທ່ານດໍໂນລ
ທຣຳ ໄດ້ໂທລະສັບຫາເພິ່ນ ເພື່ອສະເໜີໃຫ້ທຶນສະໜັບສະໜຸນ ໃນການບູລະນະສ້າງສາ
ຄືນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG