ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງຈາກການສັງຫານໝູ່ທີ່ໂຮງຮຽນປະຖົມ ຢູ່ລັດເທັກ​ຊັ​ສ ໂຮງຮຽນແຫ່ງຕ່າງໆ ໃນສະຫະລັດ ໄດ້​ເພີ້ມ​ການຮັກສາຄວາມປອດໄພຂຶ້ນ


ຊາຍ​ຄົນ​ນຶ່ງ​ກັບ​ລູກ​ຊາຍ​ໄດ້ໄປ​ໄວ້​ອາ​ໄລ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ຍິງ​ສັງ​ຫານ​ໝູ່​ຢູ່ໃນ​ໂຮງ​ຮຽນ​ປະ​ຖົມ Robb ໃນ​ເມືອງ Uvalde ລັດ​ເທັກ​ຊັ​ສ, ວັນ​ທີ 29 ພຶດ​ສະ​ພາ, 2022.
ຊາຍ​ຄົນ​ນຶ່ງ​ກັບ​ລູກ​ຊາຍ​ໄດ້ໄປ​ໄວ້​ອາ​ໄລ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ຍິງ​ສັງ​ຫານ​ໝູ່​ຢູ່ໃນ​ໂຮງ​ຮຽນ​ປະ​ຖົມ Robb ໃນ​ເມືອງ Uvalde ລັດ​ເທັກ​ຊັ​ສ, ວັນ​ທີ 29 ພຶດ​ສະ​ພາ, 2022.

ຫລັງຈາກການສັງຫານໝູ່ໃນໂຮງຮຽນປະຖົມ ຢູ່ໃນເມືອງ​ຢູ​ວາ​ລ​ເດ (Uvalde), ລັດເທັກ​ຊັ​ສ, ໂຮງຮຽນແຫ່ງຕ່າງໆໃນສະຫະລັດໄດ້ນຳເອົາພະນັກງານຮັກສາຄວາມປອດໄພມາເພີ່ມ ແລະຈຳກັດແຂກເຂົ້າໄປຢ້ຽມ​ໂຮງ​ຮຽນຂະ​ນະ​ທີ່ເຂົາເຈົ້າ ຮັບມືກັບໄພຂົ່ມຂູ່ໃໝ່ຂອງການ​ຮຽນ​ແບບກັນ.

ສຳລັບ​ບາງ​ຄອບຄົວ ​ແລະນາ​ຍ​ຄູ​ບາງ​ຄົນແລ້ວ ມັນ​ລ້ວນ​ແຕ່​ໄດ້​ເພີ່ມ​ຄວາມ​ບໍ່​ສະ ບາຍ​ໃຈ ທີ່​ມີ​ເຫດການ​ຍິງ​ສັງຫານ​ໝູ່​ໃນ​ໂຮງຮຽນ ທີ່ນອງ​ເລືອດ​ທີ່​ສຸດນັບ​ແຕ່ມີ​ການ​ໂຈມ​ຕີ​ໃນ​ປີ 2012 ທີ່​ໂຮງຮຽນ​ປະຖົມແຊນ​ດີ​ ຮຸກ ເປັນ​ຕົ້ນ​ມາ.

ທ່ານ​ເຈັກ ກ​ຣີນ (Jake Green) ອາ​ຍຸ 34 ປີ, ຈາກເມືອງ​ລອ​ສ ອາ​ລາ​ໂມ​ສ (Los Alamos), ລັດນິວເມັກຊິໂກ ຮູ້ສຶກວຸ້ນວາຍໃຈ ໃນເວລາທີ່ລາວເຫັນເຈົ້າ ຫນ້າທີ່ຕໍາຫຼວດໃສ່ເຄື່ອງນຸ່ງທໍາມະດາເປັນຄັ້ງທໍາອິດ ໃນຂະນະທີ່ພາລູກສາວ ອາຍຸ 7 ປີຂອງລາວຍ່າງໄປໂຮງຮຽນໃນຕອນເຊົ້າວັນສຸກ. ລາວເຕີບໃຫຍ່ຂຶ້ນຢູ່ ໃນລັດໂຄໂລຣາໂດ ຊຶ່ງບໍ່ໄກຈາກບ່ອນທີ່ນັກຮຽນມັດທະຍົມໂຄ​ລອມ​ບາຍ​ນ໌ (Columbine) 2 ຄົນໄດ້ຍິງໝູ່ຮ່ວມຫ້ອງຮຽນດຽ​ວ​ກັນ 12 ຄົນ ແລະນາຍຄູ ຄົນນຶ່ງຕາຍໃນປີ 1999. ທ້າວກ​ຣີນ ຈື່ໄດ້ວ່າ ລາວໄດ້ເຂົ້າຮ່ວມພິ​ທີລະນຶກເຖິງ ແລະໄວ້​ອາ​ໄລ​ເຂົາ​ເຈົ້າ ​ໃນ​ຕອນ​ເປັນນັກຮຽນຊັ້ນປໍ 5, ແຕ່ລາວຮູ້ສຶກບໍ່​ແນ່ ໃຈວ່າ ມີຕຳຫຼວດຢູ່ໂຮງຮຽນຂອງລູກສາວຂອງລາວເປັນ​ສິ່ງ​ທີ່ດີ​ທີ່​ສຸດ ຫລືບໍ່.

ທ້າວກ​ຣີນເວົ້າ​ວ່າ "ໃນທາງກົງກັນຂ້າມ, ຂ້ອຍບໍ່ຮູ້ສຶກວ່າ​ມັນ​ຈະປອດໄພຫລາຍ​ຂຶ້ນ ເມື່ອ​ມີຕໍາຫຼວດທີ່ຢູ່ອ້ອມຂ້າງ." "ການໄດ້ເຫັນຕໍາຫຼວດຢູ່ທີ່ນັ້ນ, ມັນກໍ່ຍິ່ງ ເຮັດໃຫ້ເບິ່ງຄືວ່າ ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ມີສິ່ງທີ່ຮ້າຍແຮງທີ່ສຸດ ອາດ​ຈະເກີດຂຶ້ນ​ໄດ້​ຫລາຍກວ່າເກົ່າໃນທຸກມື້ນີ້."

ໃນ​ເມືອງ​ແອ​ລ ພາ​ໂຊ (El Paso), ລັດ​ເທັກ​ຊັ​ສ ບ່ອນທີ່ມືປືນໄດ້ສັງຫານ 23 ຄົນ ໃນການໂຈມຕີຍ້ອນ​ຄວາມກຽດ​ຊັງເຊື້ອຊາດອື່ນ​ໃນ​ປີ 2019 ທີ່ແນໃສ່ຊາວ ຮິ​ສ​ປາ​ນິກ ທີ່ຮ້ານ​ຂາຍ​ເຄື່ອງ Walmart ນັ້ນ ໂຮງຮຽນແມ່ນຢູ່ໃນ​ພາ​ວະ​ສ່ຽງ ຫລາຍ. ໂຮງ​ຮຽນ​ໃຂ​ເຂດເມືອງ​ແອ​ລ ພາ​ໂຊ ປະ​ເຊີນ​ກັບການຂົ່ມຂູ່ທີ່ຖືກລາຍງານ ແຕ່ກັບກາຍມາເປັນເລື້ອງບໍ່​ຈິງ. ມັນ​ອາດ​ຈະແມ່ນ "ນັກຮຽນເວົ້າຫລິ້ນ ຫຼື ພໍ່ແມ່ທີ່ມີຄວາມຮູ້ສຶກເປັນ​ຫ່ວງ​ຈົນເກີນໄປ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານກາ​ສ​ຕະ​ໂວ ຣີ​ເວ​ລ​ເລ​ສ ອາ​ກົ​ສ​ຕາ (Gustavo Reveles Acosta), ຜູ້ຕາງຫນ້າ ຂອງເມືອງ.

ທ່ານອາ​ກົ​ສ​ຕາກ່າວອີກວ່າ “ຊຸມຊົນຂອງພວກເຮົາແມ່ນ ຍັງຮູ້​ສຶກ​ຫວາດກົວ​ຕໍ່ເຫດການນັ້ນຢູ່.” "ມັນກະ​ທົບ​ໃສ່​ພວກເຮົາໃນເລື້ອງຄວາມຮູ້ສຶກ."

ທາງ​ເມືອງ​ທີ່​ມີ​ກົມ​ຕຳຫຼວດຂອງ​ຕົນນັ້ນ ຍັງ​ໄດ້​ເລັ່ງການ​ລາດ​ຕະ​ເວນ​ຢູ່​ໃນວິທະ ຍາ​ເຂດທັງ​ໝົດ 85 ແຫ່ງ. ເຈົ້າຫນ້າທີ່ໄດ້ຖືກເອົາອອກມາຈາກການກວດ​ກາ ການຈາລະຈອນ ຫຼືຫນ້າທີ່ອື່ນໆ ມາ​ເຮັດ​ວຽກ​ນີ້. ໂຮງຮຽນໄດ້ປັບປຸງລະບົບ ກ້ອງວົງ​ຈອນ​ປິດແລ້ວ. ແຂກ​ໄປ​ຕິດ​ຕໍ່ຢ້ຽມ​ຢາມຕ້ອງໄດ້ກົດກະດິ່ງປະຕູ ແລະ ເອົາ​ບັດ​ປະ​ຈຳຕົວໃຫ້​ເບິ່ງກ່ອນຈຶ່ງເຂົ້າໄປໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG