ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງ​ຈາ​ກ​ຄວາມ​ວຸ້ນ​ວາຍ ​ໃນ​ລະ​ດູ​ຮ້ອນ, ຊາວ ຣັດ​ເຊຍ ມອບ​ການ​ເລືອກ​ຕັ້ງ ​ທີ່​ປະ​ສົບ​ຄວາມ​ລົ້ມ​ແຫຼວ ໃຫ້​ວັງ ເຄ​ຣັມ​ລິນ


ຜູ້​ສະ​ໜັບ​ສະ​ໜູນ​ນັກ​ສຶກ​ສາ ແລະ ນັກ​ຂຽນ​ຂໍ້​ຄວາມ​ໃນ​ອິນ​ເຕ​ແນັດ ທ່ານ ເຢ​ກໍ ຊູ​ຄອ​ຟ, ຖື​ປ້າຍ​ອັນ​ນຶ່ງ​ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ເພື່ອ​ຮຽກ​ຮ້ອງບັນ​ດາ​ເຈົ້າ​ໜ້າ​ທີ່ ໃຫ້​ອະ​ນຸ​ຍາດ​ຜູ້​ລົງ​ແຂ່ງ​ຂັນ​ຝ່າຍຄ້ານ ລົງ​ແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງ​ໃນ​ທ້ອງ​ຖິ່ນ. ຣັດ​ເຊຍ.
ຜູ້​ສະ​ໜັບ​ສະ​ໜູນ​ນັກ​ສຶກ​ສາ ແລະ ນັກ​ຂຽນ​ຂໍ້​ຄວາມ​ໃນ​ອິນ​ເຕ​ແນັດ ທ່ານ ເຢ​ກໍ ຊູ​ຄອ​ຟ, ຖື​ປ້າຍ​ອັນ​ນຶ່ງ​ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ເພື່ອ​ຮຽກ​ຮ້ອງບັນ​ດາ​ເຈົ້າ​ໜ້າ​ທີ່ ໃຫ້​ອະ​ນຸ​ຍາດ​ຜູ້​ລົງ​ແຂ່ງ​ຂັນ​ຝ່າຍຄ້ານ ລົງ​ແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງ​ໃນ​ທ້ອງ​ຖິ່ນ. ຣັດ​ເຊຍ.

ຊາວ ຣັດເຊຍ ຜູ້ມີສິດລົງຄະແນນສຽງ ໄດ້ມອບຄວາມຜ່າຍແພ້ໃຫ້ແກ່ບັນດາຜູ້ສະໝັກ
ທີ່ຜູກພັນກັບວັງ ເຄຣັມລິນ ໃນການເລືອກຕັ້ງທີ່ນະຄອນຫຼວງ ມົສກູ ແລະ ໃນທ້ອງຖິ່ນ
ຕ່າງໆທົ່ວປະເທດ ຊຶ່ງເປັນການສູນເສຍທີ່ໄດ້ເກີດຂຶ້ນ ເຖິງແມ່ນວ່າ ໄດ້ມີການຫ້າມ
ບັນດາຜູ້ສະໝັກຈາກຝ່າຍຄ້ານ ໄປແລ້ວທັງໝົດກໍຕາມ ທີ່ໄດ້ກໍ່ໃຫ້ເກີດການປະທ້ວງຢູ່
ຕາມທ້ອງຖະຫນົນໃນຍາມລະດູຮ້ອນ ແລະມີການຈັບກຸມຂະໜາດໃຫຍ່ ໃນນະຄອນ
ຫຼວງຂອງຣັດເຊຍ.

ໂດຍການນັບຄະແນນສຽງໄປແລ້ວເກືອບໝົດ ແລະໄດ້ຈຳນວນຕົວເລກ ທີ່ສະແດງໃຫ້
ເຫັນວ່າ ພວກຜູ້ສະໝັກທີ່ສະໜັບສະໜຸນວັງ ເຄຣັມລິນ ໄດ້ເສຍບ່ອນນັ່ງ ຫຼາຍເຖິງ 1
ສ່ວນ 3 ໃນການແຂ່ງຂັນ ສຳລັບສະພາຂອງນະຄອນຫຼວງ ມົສກູ ຊຶ່ງເປັນການບົ່ງບອກ
ວ່າ ແຜນການຂອງກຸ່ມຝ່າຍຄ້ານ ທີ່ຈະຮວບຮວມເອົາຄະແນນສຽງ ຈາກບໍລິເວນເປົ້າ
ໝາຍຂອງພວກຝ່າຍກົງກັນຂ້າມຂອງວັງ ເຄຣັມລິນ ນັ້ນ ແມ່ນໄດ້ຮັບຄວາມສຳເລັດ
ເປັນຢ່າງດີ.

ໃນຂະນະດຽວກັນ ບັນດາຜູ້ສະໝັກທີ່ໄດ້ຮັບການໜູນຫຼັງໂດຍວັງ ເຄຣັມລິນ ກໍປາກົດ
ວ່າ ພ້ອມທີ່ຈະຄອງຕຳແໜ່ງຜູ້ປົກຄອງ ໃນ 16 ເຂດ ຢູ່ຄືເກົ່າ ທີ່ລວມມີເມືອງເອກແຫ່ງ
ທີສອງຂອງ ຣັດເຊຍ ຄື ເຊັ້ນ ປີເຕີສເບີກ (Saint Petersburg).

ອົງການ ໂກໂລສ໌ ທີ່ເປັນອົງການອິດສະຫລະເພື່ອຕິດຕາມເບິ່ງການເລືອກຕັ້ງ ໄດ້ລາຍ
ງານວ່າ ມີການ “ໃຊ້ເງິນຢ່າງກວ້າງຂວາງ” ເປັນແຮງຈູງໃຈ ແລະການຂົນສົ່ງດ້ວຍລົດ
ເມ ພວກຜູ້ມີສິດປ່ອນບັດ ໄປເຂດເລືອກຕັ້ງຕ່າງໆ ໃນໄຊເບີເຣຍ ແລະ ເຂດຕາເວັນ
ອອກສຸດ. ອົງການນີ້ ຍັງໄດ້ຈົ່ມວ່າ ຂາດການເຂົ້າເຖິງໄດ້ ໂດຍບັນດາຜູ້ຕິດຕາມເບິ່ງ
ການລົງຄະແນນສຽງ ແລະບັນດານັກຂ່າວ ໃນເຂດເລືອກຕັ້ງທັງຫຼາຍ.

ທ່ານນາງ ແອລລາ ປາມຟີໂລວາ ຫົວໜ້າຄະນະກຳມາທິການເລືອກຕັ້ງຂອງຣັດເຊຍ
ຜູ້ທີ່ໄດ້ຕົກເປັນເລື້ອງຂອງການໂຈມຕີຢ່າງລຶກລັບ ຕໍ່ແມ່ນກະທັງຄະແນນສຽງ ຊຶ່ງທ່ານ
ນາງ ໄດ້ກ່າວຫາ ອົງການ ໂກໂລສ໌ ວ່າ ເສກສັນປັ້ນແຕ່ງ ຂໍ້ອ້າງທີ່ວ່າ ມີການສໍ້ໂກງໃນ
ການເລືອກຕັ້ງໃນຊຸດກ່ອນໆ.

ການເລືອກຕັ້ງຂອງມົສກູ້ ທີ່ໄດ້ຮັບການສິ້ງຊອມເບິ່ງຢ່າງໃກ້ຊິດ ຊຶ່ງໄດ້ເກີດຄວາມຫຍຸ້ງ
ຍາກ ຍ້ອນການສໍ້ໂກງການເລືອກຕັ້ງທີີ່ຜ່ານມານັ້ນ ໄດ້ດຳເນີນໄປ ໂດຍປາດສະຈາກ
ເຫດການໃດໆເກີດຂຶ້ນ. ພາບວີດີໂອຈຳນວນນຶ່ງ ໄດ້ຖືກນຳອອກເຜີຍແຜ່ ໃນສື່ສັງຄົມ
ສະແດງໃຫ້ເຫັນວ່າ ມີການປ່ອນບັດເລືອກຕັ້ງຫຼາຍຄັ້ງໂດຍຄົນຜູ້ດຽວ ຢູ່ທີ່ໜ່ວຍເລືອກ
ຕັ້ງພຽງເລັກນ້ອຍ.

ສຳລັບຫຼາຍໆຄົນແລ້ວ ການລົງຄະແນນສຽງ ມີລັກສະນະ ໂດຍທີ່ວ່າ ຜູ້ສະໝັກຄົນໃດ
ທີ່ບໍ່ໄດ້ລົງແຂ່ງຂັນ.

ຄະນະກຳມາທິການເລືອກຕັ້ງ ຂອງຣັດເຊຍ ໄດ້ຫ້າມບັນດາຜູ້ສະໝັກຝ່າຍຄ້ານ ໂດຍ
ສ່ວນໃຫຍ່ ໂດຍການກ່າວຫາພວກເຂົາເຈົ້າວ່າ ບໍ່ໄດ້ຮັບຈຳນວນລາຍເຊັນເພື່ອເຂົ້າ
ຮ່ວມທີ່ຕ້ອງການ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG