ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​HRW ຮຽກຮ້ອງ ຫ້າມບໍ່ໃຫ້​​ຂາຍ​ອາວຸດ ​ແກ່ລັດຖະບານ​ ຊີ​ເຣຍ


ຮູບພາບທີ່ນຳອອກເຜີຍແຜ່ ໂດຍຕາໜ່າງຂ່າວ Shaam ສະແດງໃຫ້ເຫັນ ກຸ່ມທີ່ຕໍ່ຕ້ານທ່ານ Bashar Assad, 16 ສິງຫາ 2015,
ຮູບພາບທີ່ນຳອອກເຜີຍແຜ່ ໂດຍຕາໜ່າງຂ່າວ Shaam ສະແດງໃຫ້ເຫັນ ກຸ່ມທີ່ຕໍ່ຕ້ານທ່ານ Bashar Assad, 16 ສິງຫາ 2015,

ກຸ່ມ​ປົກປ້ອງ​ສິດ​ທີ່​ມະນຸດ​ທີ່​ສຳຄັນ​ກຸ່ມ​ນຶ່ງ ​ໄດ້​ຮຽກຮ້ອງ​ໃຫ້​ສະພາ
​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ອອກຄຳສັ່ງຫ້າມບໍ່ໃຫ້
ຂາຍ​ອາວຸດ​ ແກ່ລັດຖະບານ​ຊີ​ເຣຍ ຫລັງຈາກການ​ໂຈມ​ຕີ​ທາງ​
ອາກາດ ​ໃນ​ສັບປະດາ​ແລ້ວ​ນີ້ ທີ່​ໄດ້​ສັງຫານ ພົນລະ​ເຮືອນ​ສິບ
​ກວ່າຄົນ​ ​ໃກ້ໆ​ກັບ​ນະຄອນຫຼວງ Damascus.

​ໃນ​ຖະແຫຼງການ​ສະບັບ​ນຶ່ງ​ ທີ່ອອກໃນວັນ​ພະຫັດ​ມື້​ນີ້ ກຸ່ມ​ປົກ
ປ້ອງສິດ​ທີ່​ມະນຸດ Human Rights Watch ຫຼື HRW ກ່າວ​ວ່າ
​ຕົນ​ໄດ້​ໂອ້​ລົມ​ກັບ​ພວກ​ທີ່​ເຫັນ​ເຫ​ດການ 4 ຄົນ ທີ່ໄດ້​ກ່າວ​ວ່າ
ບໍ່​ມີເປົ້າ​ໝາຍທາງ​ທະຫານໃດໆ ​ໃກ້ໆເມືອງ Douma ທີ່ພວກ
ຕໍ່ຕ້ານລັດຖະ ບານຄວບຄຸມຢູ່ບ່ອນ​ທີ່​ການ​ໂຈມ​ຕີ​ທາງ​ອາກາດ ໃນວັນ​ທີ 16 ສິງຫາ ຜ່າ​ນ
ມາ​ນີ້ ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 112 ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອນ. ກຸ່ມ​ດັ່ງກ່າວ​ຍັງ​ກ່າວ​ວ່າ ຄ້າຍ​ທະຫານ​ ຫຼື ​ເຂດ ແນວ​ໜ້າທີ່​ໃກ້​ສຸດ ​ແມ່ນ​ຢູ່​ໄກອອກ​ໄປ ​ຢ່າງ​ນ້ອຍ 2 ກິໂລ​ແມັດ.

ຮອງ​ຜູ້ອຳນວຍການຂອງກຸ່ມ​ HRW ປະຈຳພາກ​ຕາ​ເວັນ​ອອກ​ກາງ ທ່ານ Nadim Houry ກ່າວວ່າ “ການຖິ້ມລະ​ເບີດ​ໃສ່​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ຈັບ​ຈ່າຍ​ໃຊ້​ສອຍ ​ແລະ​ພໍ່ຄ້າ​ຊາວ​ຂາຍ ​ໃນ​ຕອນ​ກາງ​ວັນ​ແສກໆ​ນີ້ ​ແມ່ນ​ສະ​ແດງ​ໃຫ້ເຫັນເຖິງ​ການ​ທີ່​ລັດຖະບານ​ຊີ​ເຣຍ ບໍ່​ໄດ້​ເອົາ​ຫົວຊາ​ທີ່ໜ້າຕື່ນຕົກໃຈຕໍ່​ປະຊາຊົນ. ການສັງຫາ​ນ​ຄັ້ງ​ຫຼ້າ​ສຸດນີ້ ​ແມ່ນ​ເປັນ​ການ​ຍ້ຳ​ເຕືອນ​ອີກ​ຄັ້ງ​ນຶ່ງ ຖ້າວ່າ ​ຄັ້ງ​ໃດ​ຄັ້ງ​ນຶ່ງ​ນັ້ນ​ແມ່ນຍັງ​ມີ​ຄວາມ​ຈຳ​ເປັນ​ອີກ ກ່ຽວກັບຄວາມຈຳເປັນ
ຢ່າງ ຮີບດ່ວນຂອງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ຈະ​ເອົາ​ບາດກ້າວ​ຢ່າງ​ແຂງ​ຂັນ ຕໍ່ມະຕິສະບັບ​ກ່ອນໆ ​ແລະເອົາ​ບາດກ້າວ ​ເພື່ອຍຸຕິການ​ໂຈມ​ຕີ​ ທີ່​ບໍ່​ຈຳ​ແນ​ກນັ້ນ.”

ພວກ​ທີ່​ເຫັນ ​ເຫດການ​ກ່າວ​ວ່າ ລັດຖະບານໄດ້​ຖິ້ມ​ລະ​ເບີດ ​ໃສ່ຕະຫຼາດ​ທີ່​ແອ​ອັດ​ໄປ​ດ້ວຍ​ຜູ້​ຄົນແລະ​ຄຸ້ມ​ທີ່ປະຊາຊົນອາໄສຢູ່ໃນ​ເມືອງ Douma ບ່ອນ​ທີ່​ພວກ​ນັກລົບຕໍ່ຕ້ານລັດຖະ
ບານໄດ້ຍິງ​ຕໍ່ສູ້​ກັນ​ເປັນ​ປະຈຳ ກັບ​ກອງ​ກຳລັງທະຫານລັດຖະບານ​ຊີ​ເຣຍ ​ທ່າມກາງ​ສົງຄາມ​ກາງ​ເມືອງ ຊຶ່ງ​ຍ່າງ​ເຂົ້າ​ປີ​ທີ 5 ​ແລ້ວ.

ທ່ານ Stephen O’Brien ຫົວໜ້າ​ດ້ານມະນຸດ​ສະທຳ ຂອງ​ອົງການ​ສະຫະ​ປະຊາ​ຊາດ
​ຊຶ່ງ​ຫາກໍ​ສິ້ນ​ສຸດ​ການ​ຢ້ຽມຢາມ​ຊີ​ເຣຍ ​ເປັນ​ເວລາ 3 ມື້​ ໃນຕົ້ນອາທິດນີ້ ​ເອີ້ນ​ເຫດລະ​ເບີດ
​ຄັ້ງ​ນີ້​ວ່າ “ໜ້າ​ຕື່ນຕົກໃຈ” ​ແລະ “ຮັບ​ເອົາ​ບໍ່​ໄດ້.” ທ່ານ Jeffrey Feltman ຫົວ​ໜ້າດ້ານ
ການ​ເມືອງ ຂອງສະຫະປະຊາຊາດ ກ່າວ​ເຖິງ​ເຫດການ​ນີ້​ວ່າ “​ແມ່ນການກໍ່​ອາຊະຍາກຳ​ສົງຄາມ.”

ຊີ​ເຣຍ ຍັງ​ບໍ່​ໄດ້​ໃຫ້ຄວາມ​ເຫັນໃດໆ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ຍົກ​ເວັ້ນ​ການ​ຕຳ​ນິຕິ​ຕຽນ​ເຈົ້າ​ໜ້າ​ທີ່​ຂອງ​ອົງການສະຫະ​ປະຊາ​ຊາດ ທີ່​ອອກ​ຄວາ​ມ​ເຫັນ​ກ່ຽວ​ກັບເຫດການ​ດັ່ງກ່າວ.

XS
SM
MD
LG