ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ສະຫະລັດ ຍົກຍ້ອງ ກອງກຳລັງປະຊາທິປະໄຕ ຊີເຣຍ ສຳລັບການລົ້ມລະລາຍ ຂອງເມືອງ ຣັກກາ


ນັກຮົບຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຖ່າຍຮູບຕົນເອງ ທີ່ວົງວຽນ ນາອິມ ໃນເມືອງ ຣັກກາ, ປະເທດ ຊີເຣຍ. 18 ຕຸລາ, 2017.
ນັກຮົບຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຖ່າຍຮູບຕົນເອງ ທີ່ວົງວຽນ ນາອິມ ໃນເມືອງ ຣັກກາ, ປະເທດ ຊີເຣຍ. 18 ຕຸລາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ອອກຖະແຫຼງການສະບັບນຶ່ງ ຍົກ
ຍ້ອງກອງກຳລັງປະຊາທິປະໄຕ ຊີເຣຍ ສຳລັບການເຂົ້າຍຶດຄືນ ເມືອງ ຣັກກາ ຈາກ
ພວກ ISIS.

ທ່ານ ທຣຳ ໄດ້ຂຽນໃນຖະແຫຼງການ ໃນວັນເສົາວານນີ້ວ່າ ການຕີຊະນະພວກ ISIS ຫຼື
ລັດອິສລາມ, ໃນນະຄອນຫຼວງທີ່ຖືກຕັ້ງຂຶ້ນມາເອງ ໂດຍກຸ່ມດັ່ງກ່າວນັ້ນ ເປັນຕົວແທນ
ໃຫ້ “ຜົນສຳເລັດທີ່ມີຄວາມສຳຄັນ” ໃນການຕໍ່ສູ້ ເພື່ອລົບລ້າງອົງການກໍ່ການຮ້າຍທົ່ວ
ໂລກ.

ຖະແຫຼງການອ່ານວ່າ “ດ້ວຍການປົດປ່ອຍນະຄອນຫຼວງຂອງພວກ ISIS ແລະ ພື້ນທີ່
ຢ່າງກວ້າງໃນເຂດແດນຂອງພວກເຂົານັ້ນ, ຈຸດຈົບຂອງດິນແດນພວກ ISIS ແມ່ນໃກ້
ເຂົ້າມາເຖິງແລ້ວ.”

ທ່ານ ທຣຳ ໄດ້ກ່າວໃນຖະແຫຼງການວ່າ ການເຄື່ອນໄຫວຄັ້ງຕໍ່ໄປແມ່ນ “ການຫັນປ່ຽນ
ໄປດຳເນີນການໃໝ່ ເຊິ່ງພວກເຮົາ ຈະສະໜັບສະໜູນກອງກຳລັງຮັກສາຄວາມປອດ
ໄພໃນທ້ອງຖິ່ນ, ຫຼຸດຜ່ອນຄວາມຮຸນແຮງທົ່ວປະເທດ ຊີເຣຍ ລົງ, ແລະ ພັດທະນາສະ
ພາບການ ເພື່ອສັນຕິພາບທີ່ຍືນຍົງ.”

ໃນຂະນະທີ່ການຍຶດຄືນ ເມືອງ ຣັກກາ ໃນວັນອັງຄານທີ່ຜ່ານມາ ແມ່ນການໂຈມຕີທີ່
ສຳຄັນ ຕໍ່ກຸ່ມກໍ່ການຮ້າຍລັດອິສລາມນັ້ນ, ຮູບພາບຕ່າງໆ ທີ່ປາກົດອອກມາຈາກເມືອງ
ໄດ້ສະແດງໃຫ້ເຫັນຄວາມເສຍຫາຍຢ່າງຫຼວງຫຼາຍ ຫຼັງຈາກການຕໍ່ສູ້ທີ່ໂຫດຮ້າຍ 4
ເດືອນເພື່ອຂັບໄລ່ພວກຫົວຮຸນແຮງ IS ອອກໄປ, ດ້ວຍຕຶກອາຄານສ່ວນໃຫຍ່ຖືກທຳ
ລາຍເປັນຊາກຫີນ, ແລະ ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນບໍ່ມີທີ່ຢູ່ອາໄສ.

ອົງການສິ້ງຊອມສິດທິມະນຸດໃນ ຊີເຣຍ ໄດ້ລາຍງານວ່າ ພົນລະເຮືອນຫຼາຍກວ່າ 3,200
ຄົນໄດ້ເສຍຊີວິດໃນລະຫວ່າງການຕໍ່ສູ້ ເພື່ອຍາດເອົາເມືອງ ຣັກກາ ຄືນມາ.

ໃນການໃຫ້ຄຳເຫັນຕໍ່ບັນດານັກຂ່າວ ໃນນະຄອນຫຼວງ ວໍຊິງຕັນ ໃນລະຫວ່າງ ກອງປະ
ຊຸມລາຍງານທາງໂທລະສັບ ຈາກນະຄອນຫຼວງ ແບັກແດັດ ໃນສັບປະດານີ້, ນາຍພົນ
ຣາຍແອນ ດິລລອນ ໂຄສົກສຳລັບພັນທະມິດ ນຳໜ້າໂດຍ ສະຫະລັດ ໄດ້ກ່າວວ່າ ກອງ
ກຳລັງຕ່າງໆຢູ່ພື້ນດິນ ແມ່ນໄດ້ເອົາທຸກໆມາດຕະການທີ່ຈຳເປັນ ເພື່ອປົກປ້ອງພວກພົນ
ລະເຮືອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG