ສຸດຍອດ ຂອງຜູ້ນຳ ເຂດເອເຊຍ-ປາຊີຟິກ ດ້ານການຮ່ວມມື
ເສດຖະກິດ ຫຼື Asia-Pacific Economic Cooperationໄດ້ສຳເລັດການຈຳລອງຄວາມປອດໄພ ແລະ ໄດ້ຈັດຕັ້ງໃຫ້
ທົ່ວປະເທດ ຢູ່ໃນ “ສະພາວະລະມັດລະວັງຢ່າງຮອບດ້ານ”
ໃນສັບປະດານີ້ ມື້ນຶ່ງກ່ອນໜ້າ ກຳນົດເວລາ.
ພວກເພິ່ນກ່າວວ່າ ການໂຈມຕີທີ່ຮ້າຍແຮງເຖິງແກ່ຊີວິດ ໃນ
ນະຄອນ ປາຣີ ໄດ້ເຮັດໃຫ້ພວກເພິ່ນ ເລີ້ມຕົ້ນການເຝິກຊ້ອມ
ດັ່ງກ່າວນັ້ນ ໃນວັນເສົາວານນີ້ ແທນທີ່ຈະເປັນວັນອາທິດມື້ນີ້.
ເກືອບຮອດ 130 ຄົນ ເສຍຊີວິດ ໃນການໂຈມຕີ 6 ບັ້ນພ້ອມ
ກັນ ຢູ່ທີ່ງານແອອັດ ດ້ວຍບັນດາຜູ້ຊົມ ເມື່ອຄ່ຳຄືນວັນສຸກ
ຜ່ານມາ. ພວກລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ຕໍ່ການຍິງສັງຫານໝູ່ ແລະ
ການວາງລະເບີດສະລະຊີບ.
ໂຄສົກຕຳຫລວດແຫ່ງຊາດ ຟີລິບປິນ ຫຼື PNP ທ່ານ Wilben Mayor ກ່າວວ່າ PNP
ເປັນອົງການທີ່ຮັບຜິດຊອບ ໃນດ້ານການຮັກສາຄວາມປອດໄພ ໃຫ້ແກ່ 20 ກະຊວງ ແລະ
ໄດ້ເພີ້ມມາຕການຄວາມປອດໄພຫຼາຍຂຶ້ນ ໃຫ້ແກ່ ທ່າກຳປັ່ນ ສະໜາມບິນແລະລະບົບ
ການເດີນລົດໄຟຕ່າງໆ ຂອງປະເທດ.
ນະຄອນຫຼວງມານີລາ ຈະເປັນເຈົ້າພາບ ຕ້ອນຮັບ ບັນດາຜູ້ນຳຈຳນວນ 21 ທ່ານ ຈາກ
ເສດຖະກິດ ຢູ່ຕາມເອເຊຍ-ປາຊີຟິກ ແລະ ຫົວໜ້າຂອງລັດ ຈາກ 18 ປະເທດ ທີ່ປະກອບ
ດ້ວຍ ສະຫະລັດ ຈີນ ແລະ ຍີ່ປຸ່ນ ທີ່ຈະເຂົ້າຮ່ວມນຳດ້ວຍ. ກອງປະຊຸມບັນດາຜູ້ນຳ ຈະ
ເລີ້ມຂຶ້ນ ໃນລະຫວ່າງ ວັນທີ 18 ແລະ 19 ເດືອພະຈິກ ທີ່ຈະມາເຖິງນີ້. ແຕ່ອາທິດນີ້ ບັນດາ
ຜູ້ນຳ ນັກທຸລະກິດ ນາໆຊາດ ໄດ້ເລີ້ມຕົ້ນ ເຂົ້າຮ່ວມກອງປະຊຸມ ທີ່ຈະກາຍໄປເປັນການ
ນຳສະເໜີ ໃນດ້ານເສດຖະກິດ ກັບບັນດາຜູ້ນຳຂອງປະເທດຕ່າງໆ ຢູ່ທີ່ຕ້ອນທ້າຍຂອງ
ອາທິດດັ່ງກ່າວນັ້ນ.