ບັນດາຜູ້ນໍາສະຫະພາບຢູໂຣບ ຫຼື EU ມ້ວນທ້າຍກອງປະຊຸມສຸດຍອດເປັນເວລາສອງມື້ໃນມື້ວັນອັງຄານວານນີ້ ດ້ວຍການປຶກສາຫາລືກ່ຽວກັບພະລັງ ງານ, ການປ້ອງກັນປະເທດແລະຄວາມໝັ້ນຄົງທາງດ້ານອາຫານ, ປະເດັນສໍາຄັນຕ່າງໆກ່ຽວກັບສົງຄາມຢູ່ໃນຢູເຄຣນ ຫຼັງຈາກບັນລຸຂໍ້ຕົກລົງຄັ້ງສໍາຄັນໃນການຫ້າມນໍາເຂົ້ານໍ້າມັນຈາກຣັດເຊຍ. ຢູໂຣບ ຍັງຈະສົ່ງເງິນໃນຈໍານວນປະມານ 10 ພັນລ້ານໂດລາທີ່ ຈໍາເປັນໃນການຊ່ວຍເຫຼືອ ໃຫ້ແກ່ຢູເຄຣນ. ລິຊາ ໄບຣອັນຕ໌ (Lisa Bryant) ນັກຂ່າວ VOA ມີລາຍງານຈາກປາຣີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ນະເວລານີ້ ແມ່ນຂຶ້ນຢູ່ກັບເອກອັກຄະລັດຖະທູດຂອງສະຫະພາບຢູໂຣບຫຼື EU ທີ່ຈະເປີດເຜີຍລາຍລະອຽດກ່ຽວກັບມາດຕະການລົງໂທດທາງເສດຖະກິດຫຼ້າສຸດຂອງຕົນ. ໃນໄລຍະສັ້ນ, ຈະມີການຕັດການນໍາເຂົ້ານໍ້າມັນເຖິງນຶ່ງສ່ວນສາມໃນການນໍາເຂົ້ານໍ້າມັນ ຂອງຢູໂຣບ ຈາກຣັດເຊຍ, ເຊິ່ງການນຳເຂົ້າເຫຼົ່ານັ້ນ ແມ່ນຜ່ານທາງທະເລ ແລະ 90 ເປີເຊັນຂອງການນໍາເຂົ້າທັງໝົດ ແມ່ນພາຍໃນທ້າຍປີນີ້, ລຸນຫຼັງທີ່ເຢຍຣະມັນແລະໂປແລນ ຕົກລົງເຫັນດີທີ່ຈະຍຸຕິການນໍາເຂົ້າໂດຍ ຜ່ານທໍ່ສົ່ງນໍ້າມັນຂອງພວກເຂົາເຈົ້າ.
ຫົວໜ້າຄະນະກໍາມາທິການແຫ່ງຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢັນ (Ursula Von Der Leyen) ກ່າວວ່າ:
“ນີ້ແມ່ນບາດກ້າວນຶ່ງທີ່ສໍາຄັນ, ອີກ 10 ເປີເຊັນທີ່ຍັງເຫຼືອນັ້ນ ອີກບໍ່ດົນພວກເຮົາຈະກັບມາຫາລືກັນອີກ ກ່ຽວກັບບັນຫາທໍ່ສົ່ງນໍ້າມັນໃນຈໍານວນ 10 ເປີເຊັນທີ່ຍັງເຫຼືອຢູ່.”
ນະເວລານີ້, ໃນຂໍ້ຕົກລົງຕ່າງໆ ຍົກເວັ້ນ ຮັງກາຣີ, ສະໂລວາເກຍ ແລະສາທາ ລະນະລັດເຊັກ ແມ່ນເພິ່ງພາພະລັງງານຂອງຣັດເຊຍ ຢ່າງຫຼວງຫຼາຍ. ມາດຕະ ການລົງໂທດທາງດ້ານເສດຖະກິດຫຼ້າສຸດນີ້ໄດ້ກະກຽມມາເປັນເວລາຫຼາຍອາທິດແລ້ວໂດຍຜູ້ນໍາຂອງປະເທດຮັງກາຣີ ທ່ານວິກເຕີ ອໍບານ (Victor Orban), ເຊິ່ງເປັນທີ່ຮັບຮູ້ໂດຍກວ້າງຂວາງວ່າ ເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງປູຕິນ ໃນສະຫະພາບຢູໂຣບ.
ບັນດາຜູ້ນໍາຂອງສະຫະພາບຢູໂຣບກ່າວວ່າ ຂໍ້ຕົກລົງດັ່ງກ່າວນີ້ບໍ່ສາມາດເອົາຊະ ນະຕໍ່ ທ່ານອໍບານ ໄດ້.
ທ່ານນາງຄາຈາ ຄາລລາສ (Kaja Kallas) ນາຍົກລັດຖະມົນຕີຂອງແອັສໂທເນຍ ກ່າວວ່າ:
“ມັນເປັນການປະນີປະນອມກັນ, ດັ່ງນັ້ນ ຖ້າຂ້າພະເຈົ້າຕ້ອງເລືອກ ລະຫວ່າງການປະນີປະນອມ ຫຼື ບໍ່ມີການລົງໂທດທາງເສດຖະກິດໃດໆເລີຍ, ຂ້າພະເຈົ້າຄິດວ່າ ມັນເປັນການປະນີປະນອມທີ່ຍຸຕິທໍາແລ້ວ.”
ເຈົ້າໜ້າທີ່ກ່າວວ່າ ປະເທດໂຄຣເອເຊຍ ຄາດວ່າຈະປ່ຽນຈາກການນໍາເຂົ້ານໍ້າມັນຂອງຣັດເຊຍ ມາເປັນຮັງກາຣີ, ແຕ່ ຈະໃຊ້ເວລາ ທັງໃນການປັບປຸງໂຮງກັ່ນນໍ້າມັນ ແລະເພີ້ມຂະໜາດການຜະລິດຂອງປະເທດໂຄຣເອເຊຍ.
ການລົງໂທດທາງເສດຖະກິດໃໝ່ນີ້ ຍັງໄດ້ແນເປົ້າໝາຍໃສ່ຂົງເຂດອື່ນໆນໍາອີກດ້ວຍ, ເຊິ່ງອາດຈະໄດ້ຕັດການປະສານງານຂອງທະນາຄານ Sberbank ທີ່ໃຫຍ່ທີ່ສຸດຂອງຣັດເຊຍຈາກລະບົບການຊໍາລະເງິນລະຫວ່າງປະເທດ SWIFT, ແລະມຸ້ງເປົ້າໝາຍໄປໃສ່ດ້ານສື່ສານມວນຊົນ ແລະພາກສ່ວນບຸກຄົນຂອງ ຣັດເຊຍ ຫຼາຍຂຶ້ນ.
ກຸ່ມປະເທດດັ່ງກ່າວນີ້ ຍັງໄດ້ສົ່ງເງິນຫຼາຍລ້ານໂດລາ ໃນການໃຫ້ຄວາມຊ່ວຍ ເຫຼືອເພີ້ມເຕີມແກ່ປະເທດຢູເຄຣນ.
ປະທານສະພາຢູໂຣບ ທ່ານຊາລສ໌ ມີແຊລ (Charles Michel) ກ່າວເປັນພາສາອັງກິດວ່າ:
“ພວກເຮົາຮູ້ວ່າ ຢູເຄຣນຕ້ອງການການສະໜັບສະໜຸນທາງການເງິນ ເພື່ອໃຫ້ປະເທດສາມາດດໍາເນີນງານຕໍ່ໄປໄດ້. ນັ້ນໝາຍຄວາມວ່າ ພວກເຂົາເຈົ້າຕ້ອງ ການການຊ່ວຍເຫຼືອທາງການເງິນ ຈາກຫຼາຍໆບ່ອນປະກອບເຂົ້າກັນ. 9 ພັນລ້ານຢູໂຣ ໄດ້ຮັບການຢືນຢັນຈາກສະພາຢູໂຣບແລ້ວ, ແລະຍັງເປັນການເລີ້ມຕົ້ນໂຄງການທີ່ຈໍາເປັນໃນການບູລະນະສ້າງສາປະເທດຄືນໃໝ່.”
ໃນລະຫວ່າງການປຶກສາຫາລື ກ່ຽວກັບຂອບເຂດຕ່າງໆໃນມື້ວັນອັງຄານວານນີ້, ຄະນະຜູ້ນໍາຂອງສະຫະພາບຢູໂຣບ ໄດ້ມອງຫາການຂະຫຍາຍການຮ່ວມມືທາງທະຫານຂອງພວກເຂົາເຈົ້າ. ກຸ່ມປະເທດຕ່າງໆເຫຼົ່ານີ້ ແມ່ນກຸ່ມທີ່ມີອໍານາດທາງເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ, ແຕ່ດັ່ງທີ່ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານໂຈເຊັບ ບໍເຣລ (Josep Borrell) ຕັ້ງຂໍ້ສັງເກດວ່າ ການປ້ອງກັນປະເທດ ແມ່ນສິ່ງສໍາຄັນອີກອັນນຶ່ງ, ເຊິ່ງທ່ານໄດ້ກ່າວວ່າ:
“ສິ່ງທີ່ພວກເຮົາໄດ້ຮຽນຮູ້ຈາກສົງຄາມຢູ່ໃນຢູເຄຣນນັ້ນແມ່ນຍັງບໍ່ທັນພຽງພໍເທື່ອ, ຂໍ້ບັງຄັບທາງກົດໝາຍ ຍັງບໍ່ແມ່ນອໍານາດພົນລະເຮືອນທີ່ດີພໍ, ພວກເຮົາຕ້ອງໃຊ້ອໍານາດທາງທະຫານນໍາອີກດ້ວຍ.”
ເຖິງແມ່ນຈະມີການຫ້າມ ນຳເຂົ້ານໍ້າມັນຂອງ EU, ນັກຊ່ຽວຊານໄດ້ເຕືອນວ່າ ຣັດເຊຍກໍາລັງໄດ້ກໍາໄລຈາກນໍ້າມັນດິບລະຫວ່າງປະເທດທີ່ມີລາຄາສູງ ແລະອາດຈະຫາລູກຄ້າໃໝ່ໆສໍາລັບການນໍາສົ່ງນໍ້າມັນຂອງພວກເຂົາ.