ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼັງຈາກກອງປະຊຸມລະດັບສູງ, ຈີນຮຽກຮ້ອງໃຫ້ສະຫະລັດ 'ແກ້ໄຂ' ຕົນເອງ


ແຟ້ມພາບ - ລັດຖະມົນຕີຕ່າງປະເທດຂອງຈີນ ທ່ານ ຈິນ ກາງ ກ່າວປາໄສ ໃນລະຫວ່າງການປະຊຸມ ຢູ່ນະຄອນຊຽງໄຮ,​ ວັນທີ 21 ເມສາ 2023
ແຟ້ມພາບ - ລັດຖະມົນຕີຕ່າງປະເທດຂອງຈີນ ທ່ານ ຈິນ ກາງ ກ່າວປາໄສ ໃນລະຫວ່າງການປະຊຸມ ຢູ່ນະຄອນຊຽງໄຮ,​ ວັນທີ 21 ເມສາ 2023

ຫຼັງ​ຈາກ​ການ​ພົບ​ປະ​ທີ່​ປັກ​ກິ່ງ​ກັບ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ທ່ານ​ນິ​ໂກ​ລັ​ສ ເບີ​ຣ໌ນ​ສ (Nicholas Burns), ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດຈີນ ທ່ານ ຈິນ ກາງ (Qin Gang) ​ໄດ້​ຕຳ​ໜິສະຫະລັດ ​ໃນ​ອັນ​ທີ່​ທ່ານ​ອະທິບາຍ​ວ່າ ​ເປັນ​ຄວາມ​ພະຍາຍາມ​ຢ່າງຕໍ່ເນື່ອງທີີ່ຈະ "ສະກັດ​ກັ້ນ" ປະ​ເທດ​ຂອງທ່ານ, ​ໂດຍ​ກ່າວ​ວ່າ ການ​ສື່ສານທີ່ດີຂື້ນ​ລະຫວ່າງ​ສອງ​ປະ​ເທດ​ມະຫາ​ອຳນາດ​ ຈະ​ຂຶ້ນ​ກັບ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ຂອງ​ສະຫະລັດ.

ໃນ​ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້, ທ່ານ ກາງ (Qin) ກ່າວ​ວ່າ ການພົວພັນ​ລະຫວ່າງ​ສະຫະລັດ ແລະ ຈີນ​ ໄດ້​ຊຸດ​ໂຊມ​ລົງ​ນັບ​ແຕ່​ການ​ພົບ​ປະ​ລະຫວ່າງ​ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ​ແລະ​ຜູ້ນຳ​ຈີນ ທ່ານ ສີ ຈິ້ນຜິງ (Xi Jinping) ​ໃນ​ເດືອນ​ພະຈິກ​ທີ່ຜ່ານ​ມາ, ​ໂດຍ​ກ່າວ​ວ່າ "ຄຳ​ເວົ້າ​ແລະ​ການ​ກະທຳ​ທີ່​ຜິດພາດ​ຂອງ​ສະຫະລັດ ນັບ​ຕັ້ງແຕ່​ນັ້ນ​ມາ​ ໄດ້​ທຳລາຍຈັງຫວະໃນທາງບວກ ທີ່​ຍາກຈະເອົາຊະນະ ຂອງ​ການພົວພັນ​ຈີນ-ສະຫະລັດ.

ທ່ານ ກາງ ​ໄດ້​ພັນ​ລະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ວ່າ​ “ເຂົ້າຂັ້ນແຕກຫັກ,” ແລະ​ທ່ານ​ໄດ້​ຕຳ​ໜິຕິ​ຕຽນ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ​ຕໍ່​ໄຕ້​ຫວັນ, ເກາະ​ທີ່ປົກຄອງຕົນເອງທີ່​ຈີນ​ອ້າງວ່າ​ເປັນ​ຂອງ​ຕົນ.

ສ່ວນທ່ານ ເບີ​ຣ໌ນ​ສ (Burns), ແມ່ນຂ້ອນຂ້າງມິດງຽບ ກ່ຽວກັບການເຈລະຈາ, ໂດຍປະກາດຄວາມຄືບໜ້າສັ້ນໆໃນ Twitter ທາງການຂອງທ່ານ, ໂດຍກ່າວວ່າ, "ຂ້າພະເຈົ້າໄດ້ພົບກັບທີ່ປຶກສາແຫ່ງລັດແລະລັດຖະມົນຕີຕ່າງປະເທດ ຈິນ ກາງ (Qin Gang) ໃນມື້ນີ້. ​ພວກເຮົາໄດ້ຫາລື ກ່ຽວກັບຄວາມທ້າທາຍ ໃນການພົວພັນລະຫວ່າງ ສະຫະລັດ - ຈີນ ແລະ ຄວາມຈຳເປັນຂອງ​ການພົວພັນທີ່ໝັ້ນຄົງ ແລະເສີມຂະຫຍາຍການສື່ສານຂອງລະດັບສູງ.”

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG