ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເນ​ຕັນ​ຢາ​ຮູ ກ່າວ​ວ່າ ກຸ່ມ​ຮາ​ມາ​ສ ກີດ​ກັ້ນ​ການ​ເຄື່ອນ​ຍ້າຍ​ຄົນ​ໄຂ້ ​ອອກ​ຈາກ​ໂຮງ​ໝໍ ກາ​ຊາ


ຊ​າວ​ປາ​ແລັ​ສ​ໄຕ​ນ໌ ຫຼົບ​ໜີ​ອອກ​ຈາກ​ກາ​ຊາ​ເໜືອ ໄປ​ທິດ​ໃຕ້, ໃນ​ຂະ​ນະ​ທີ່​ລົດ​ຖັງ ອິ​ສ​ຣາ​ແອ​ລ ເຄື່ອນ​ເລິກ​ເຂົ້າ​ໄປ​ໃນ​ດິນ​ແດນ​ທີ່​ຖືກ​ປິດ​ລ້ອມ​ນັ້ນ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ກັບ ກຸ່ມ​ຮາ​ມາ​ສ, ໃຈ​ກາງ​ເຂດ​ກາ​ຊາ, 12 ພະ​ຈິກ 2023.
ຊ​າວ​ປາ​ແລັ​ສ​ໄຕ​ນ໌ ຫຼົບ​ໜີ​ອອກ​ຈາກ​ກາ​ຊາ​ເໜືອ ໄປ​ທິດ​ໃຕ້, ໃນ​ຂະ​ນະ​ທີ່​ລົດ​ຖັງ ອິ​ສ​ຣາ​ແອ​ລ ເຄື່ອນ​ເລິກ​ເຂົ້າ​ໄປ​ໃນ​ດິນ​ແດນ​ທີ່​ຖືກ​ປິດ​ລ້ອມ​ນັ້ນ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ກັບ ກຸ່ມ​ຮາ​ມາ​ສ, ໃຈ​ກາງ​ເຂດ​ກາ​ຊາ, 12 ພະ​ຈິກ 2023.

ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ມັນ​ບໍ່​ມີ​ເຫດ​ຜົນ” ວ່າ​ເປັ​ນ​ຫຍັງ​ຄົນ​ໄຂ້​ຢູ່​ໂຮງ​ໝໍ ຊີ​ຟາ ທີ່​ຖືກ​ປິດ​ລ້ອມ​ຂອງ​ເຂດ​ກາ​ຊາ ຈຶ່ງບໍ່​ສາ​ມາດ​ອົບ​ພະ​ຍົບ​ອອກ​ຈາກ​ພື້ນ​ທີ່​ຢ່າງ​ປອດ​ໄພ ແຕ່​ໄດ້​ໂຕ້​ຖຽງ​ວ່າກຸ່ມ ຮາ​ມາ​ສ ແມ່ນ​ “ກຳ​ລັງ​ເຮັດ​ທຸກ​ຢ່າງ​ເພື່ອໃຫ້​ເຂົາ​ເຈົ້າ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.”

ຜູ້​ນຳ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ລາຍ​ການ State of the Union ຂອງ​ໂທ​ລະ​ພາບ CNN ວ່າ​ຄົນ​ໄຂ້ 100 ຄົນ​ແມ່ນ​ຖືກ​ນຳ​ຕົວ​ອອກ​ຈາກ​ໂຮງ​ໝໍ ແລະ ວ່າ​ຊາວ​ປາ​ແລັ​ສ​ໄຕ​ນຫຼາຍ​ສິບ​ພັນ​ຄົນ​ໃນ​ບໍ​ລິ​ເວນ​ທີ່​ຢູ່​ໃກ້​ຄຽງ​ກໍ​ຖືກ​ຍ້າຍ​ອອກ​ໄປ​ຢ່າງ​ປອດ​ໄພ​ຕາມ “ເສັ້ນ​ທາງ​ທີ່​ປອດ​ໄພ” ມຸ່ງ​ໜ້າ​ໄປ​ທາງ​ທິດ​ໃຕ້ ອອກ​ໄປ​ຈາກ​ເມືອງ​ກາ​ຊາ.

ແຕ່​ການ​ຕໍ່​ສູ້​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ກັບ ກຸ່ມ​ຮາມ​າ​ສ ໄດ້​ສືບ​ຕໍ່​ໄປ​ໃກ້​ກັບ​ໂຮງ​ໝໍ​ດັ່ງ​ກ່າວ, ເຊິ່ງ​ແມ່ນ​ໃຫຍ່​ທີ່​ສຸດ​ຂອງ​ກາ​ຊາ, ແລະ ຜູ້​ອຳ​ນວຍ​ການ​ຂອງ​ໂຮງ​ໝໍ ທ່ານ ໂມ​ຮຳ​ມັດ ອາ​ບູ ຊາ​ລ​ມີ​ຢາ ໄດ້​ກ່າວ​ວ່າ​ ສະ​ຖານ​ທີ່​ດັ່ງ​ກ່າວ​ແມ່ນຖືກອ້ອມ​ຮອບ​ໂດຍ​ຄວາມ​ຂັດ​ແຍ້ງ.

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ງ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ​ ທ່ານ ເຈກ ຊຸ​ລ​ລີ​ວານ ໄດ້​ກ່າວ​ຕໍ່​ລາຍ​ການ Face the Nation ຂອງ​ໂທ​ລະ​ພາບ CBS ວ່າສະ​ຫະ​ລັດ “ບໍ່​ຢາກ​ເຫັນ​ການ​ຍິງ​ຕໍ່​ສູ້​ກັນ​ໃນໂຮງ​ໝໍ ບ່ອນ​ທີ່​ຄົນ​ຜູ້​ບໍ​ລິ​ສຸດ, ຄົນ​ໄຂ້​ທີ່​ກຳ​ລັງ​ຮັບ​ການ​ປິ່ນ​ປົວ, ແມ່ນ​ຕິດ​ຢູ່​ໃນ​ການ​ຍິງ​ຕໍ່​ສູ້​ກັນ ແລະ ພວກ​ເຮົາ​ໄດ້​ທຳ​ກາ​ນ​ປຶກ​ສາ​ຫາ​ລືຢ່າງກະ​ຕື​ລື​ລົ້ນ​ກັບ​ກອງ​ກຳ​ລັງ​ ອິ​ສ​ຣາ​ແອ​ລ ກ່ຽວ​ກັບ ບັນ​ຫານີ້.”

ການ​ປິ່ນ​ປົວ​ຄົນ​ໄຂ້​ບາງ​ຢ່າງ​ຢູ່​ໂຮງ​ໝໍ​ນັ້ນ​ແມ່ນ​ໄດ້​ຢຸດ​ຊົ່ວ​ຄາວ​ຍ້ອນ​ການ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ໄດ້​ໜ້ອຍ​ລົງ, ດ້ວຍ​ແອ​ນ້ອຍ​ສອງ​ຄົນ​ແມ່ນ​ກຳ​ລັງ​ຕາຍຍ້ອນ​ຜົນ​ຂອງ​ມັນ ແລະ ຄົນ​ໄຂ້​ອີກຫຼາຍ​ສິບ​ຄົນ​ແມ່ນ​ມີ​ຄວາມ​ສ່ຽງ.

ທ່ານ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ໂດຍບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ວ່າ ອິ​ສ​ຣາ​ແອ​ລ “ຫາ​ກໍ່ໄດ້​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ ​ໃຫ້​ໂຮງ​ໝໍ ຊີ​ຟາ,” ແຕ່​ວ່າ “ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ມັນ.”

ໃນ​ຂະ​ນະ​ດຽວ​ກັນ, ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວຕໍ່​ລາຍ​ການ​ສົນ​ທະ​ນາ​ຂອງ​ໂທ​ລະ​ພາບ ສະ​ຫະ​ລັດ​ ວ່າ ສະ​ຫະ​ລັດ ແມ່ນ “ໄດ້​ພົວ​ພັນ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ” ກັບບັນ​ດາ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ, ກາ​ຕ້າ ແລະ ອີ​ຈິບ ເພື່ອ​ປ່ອຍ​ຕົວ​ປະ​ກັນເກືອບ 240 ຄົນ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ ຮາ​ມາ​ສ ໃນ​ກາ​ຊາ, ລວມ​ທັງ​ຄົນ ອາ​ເມ​ຣິ​ກັນ 9 ຄົນ ແລະ ຄົນ​ຕ່າງ​ປະ​ເທດ​ທີ່​ມີ​ສິດ​ເຮັດ​ວຽກ ​ໃນ ສະ​ຫະ​ລັດ.

ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ວ່າປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແມ່ນ “ຈະ​ບໍ່​ຢູ່​ເສີຍໆ​ຈົນ​ກວ່າ​ພວກ​ເຮົາ​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ນັ້ນ ສະ​ນັ້ນ​ທຸກ​ຄົນ​ທີ່​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ຈຶ່ງ​ສາ​ມາດ​ກັບ​ບ້ານ​ຢ່າງ​ປອດ​ໄພ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG