ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫຼັງຈາກເກີດການເສຍຊີວິດ ຍ້ອນຝຸງຄົນບຽດກັນຫຼາຍ ປະ​ຊາ​ຊົນ​ໃນໂຊລ ຈົ່ມວ່າ ລັດຖະບານ ປ່ອຍປະລະເລີຍ


ທ້າວ ມັງ ກຶນ-ຍອງ ຜູ້ທີ່ເຮັດວຽກ ເປັນຍາມຮັກສາຄວາມປອດໄພ ໃນເຂດ ອີເຕວອນ (Itaewon), ວາງພວກດອກໄມ້ ຢູ່ອານຸສອນສະຖານ ທີ່ຈັດຕັ້ງຂຶ້ນ ເພື່ອພວກຜູ້ເຄາະຮ້າຍຈາກຝຸງຄົນບຽດກັນຕາຍໃນນະຄອນຫຼວງໂຊລ, ວັນທີ 31 ຕຸລາ 2022. (Lee Juhyun/VOA)
ທ້າວ ມັງ ກຶນ-ຍອງ ຜູ້ທີ່ເຮັດວຽກ ເປັນຍາມຮັກສາຄວາມປອດໄພ ໃນເຂດ ອີເຕວອນ (Itaewon), ວາງພວກດອກໄມ້ ຢູ່ອານຸສອນສະຖານ ທີ່ຈັດຕັ້ງຂຶ້ນ ເພື່ອພວກຜູ້ເຄາະຮ້າຍຈາກຝຸງຄົນບຽດກັນຕາຍໃນນະຄອນຫຼວງໂຊລ, ວັນທີ 31 ຕຸລາ 2022. (Lee Juhyun/VOA)

ຫຼາຍຊົ່ວໂມງກ່ອນໜ້າຫຼາຍສິບກວ່າຄົນທີ່ໄປທ່ຽວງານບຸນຮາໂລວີນ ໄດ້ຖືກບຽດ​ກັນແໜ້ນຈົນເສຍຊີວິດ ໃນໄພຫາຍະນະຍາມສະຫງົບ ທີ່ຮ້າຍແຮງທີ່ສຸດຄັ້ງນຶ່ງຂອງເກົາຫຼີໃຕ້, ທ້າວ ມັງ ກຶນ-ຍອງ ຜູ້ຮັກສາຄວາມປອດໄພເອກະຊົນຢູ່ທີ່ຮ້ານກິນດື່ມຢູ່ໃກ້ ກ່າວວ່າ ລາວ ຮູ້ສຶກມີບາງສິ່ງບາງຢ່າງຜິດປົກກະຕິ.

ທ້າວມັງ ຜູ້ທີ່ໄດ້ເຜີຍແຜ່ເຫດການລົງໃນສື່ສັງຄົມໂດຍກົງ ຢູ່ຊັ້ນເທິງດ້ານນອກຮ້ານ Prost Pub & Grill ຂອງຮ່ອມນ້ອຍບ່ອນທີ່ເກີດການຢຽບກັນເກີດຂຶ້ນຢູ່ນັ້ນ ກໍບໍ່ໄດ້ແປກໃຈເລີຍ ຍ້ອນຂະໜາດຂອງຝຸງຄົນ-ປະມານ 100,000 ຄົນທີ່ໄດ້ພາກັນໄປໂຮມຊຸມນຸມ ຢູ່ໃນເຂດອີເຕວອນ (Itaewon) ອີງຕາມການກະປະ ມານຂອງສື່ມວນຊົນ.

ມັນເປັນທ້າຍສັບປະດາຂອງບຸນຮາໂລວີນ ຊຶ່ງເປັນຄ່ຳຄືນຂອງງານປາຕີທີ່ມ່ວນ ຊື່ນທີ່ສຸດແຫ່ງປີ ໃນເຂດບັນເທີງທີ່ໃຫຍ່ທີ່ສຸດຂອງນະຄອນຫຼວງໂຊລ ແລະພວກຊາວໜຸ່ມໃນແລງວັນເສົາ ປາກົດວ່າ ຮູ້ສຶກຢາກຈະມ່ວນຊື່ນສຸດໆ ຫຼັງຈາກທີ່ໄດ້ຢູ່ຫ່າງກັນໃນສັງຄົມມາໄດ້ຫຼາຍກວ່າສອງປີແລ້ວ.

ສິ່ງທີ່ດຶງຄວາມສົນໃຈຂອງທ້າວມັງ ກໍຄືບໍ່ມີການຄວບຄຸມຝຸງຄົນຢູ່ໃນຮ່ອມນອກຮ້ານຂອງລາວເລີຍ ທີ່ເຕັມໄປດ້ວຍຮ້ານກິນດື່ມ ຮ້ານອາຫານ ແລະຮ້ານຄາຣາໂອເກະຢູ່ທັງສອງຟາກ. ອີງຕາມວີດີໂອທີ່ໄດ້ລົງໃນສື່ສັງຄົມ ບາງບ່ອນແມ່ນແອ​ອັດ​ກັນຫຼາຍ ມັນປາກົົດວ່າ ຍາກທີ່ຈະເຄື່ອນຍ້າຍ ຫຼາຍຊົ່ວໂມງກ່ອນໜ້າການບຽດກັນແໜ້ນຈະເລີ້ມຂຶ້ນ.

ສະຖານະການດັ່ງກ່າວ ໄດ້ເກີດຄວາມວຸ້ນວາຍຫຼາຍ ຊຶ່ງຜູ້ຮັກສາຄວາມປອດໄພ ໄດ້ກ່າວວ່າ ລາວ ໄດ້ເຕືອນພວກໝູ່ຄູ່ຂອງລາວ ໃຫ້ຫລີກເວັ້ນບໍລິເວນນີ້. ນອກ ຈາກທີ່ລາວບໍ່ໄດ້ເຫັນເຈົ້າໜ້າທີ່ຕຳຫຼວດລາດຕະເວນ ຢູ່ດ້ານນອກຮ້ານຂອງລາວເລີຍ ພວກເຈົ້າໜ້າທີ່ຕຳຫຼວດ ກໍບໍ່ເຄີຍຕອບສາຍໂທລະສັບເມື່ອແມ່ຍິງສອງຄົນໃນຮ້ານກິນດື່ມໄດ້ຮັບບາດເຈັບເລັກນ້ອຍຢູ່ຂາ ໃນເຫດການດັ່ງກ່າວ ປະມານສອງຊົ່ວໂມງກ່ອນໜ້າທີ່ພວກຝຸງຄົນເພີ້ມສູງຂຶ້ນ ຕາມທີ່ລາວໄດ້ກາວ.

ທ້າວມັງ ຮຸ່ນກ້າມໃຫຍ່ ອາຍຸ 24 ປີ ຊຶ່ງສຽງເວົ້າຂອງລາວ ໄດ້ສັ່ນຄອນຂະນະທີ່ລາວມີອາລົມໃຈຮ້າຍ ແລະສະເທືອນໃຈໂດຍມີນ້ຳຕາໄຫລອອກມາ ເມື່ອລາວເລົ່າເຫດການກ່ອນທີ່ຝຸງຄົນຫຼາຍຂຶ້ນເລື້ອຍໆທີ່ໄດ້ສັງຫານຢ່າງໜ້ອຍ 154 ຄົນ.

ທ້າວມັງ ໄດ້ກ່າວຕໍ່ວີໂອເອ ໃນວັນຈັນວານນີ້ ຫຼັງຈາກທີ່ໄດ້ວາງພວງດອກໄມ້ສີຂາວ ຢູ່ບ່ອນອະນຸສອນສະຖານທີ່ໄດ້ຈັດຕັ້ງຂຶ້ນຢູ່ແຄມທາງຍ່າງ ໃກ້ບ່ອນທີ່ລາວເຮັດວຽກ. ລາວໄດ້ກ່າວວ່າ “ຖ້າຕຳຫຼວດ ໄດ້ໄປຢູ່ບ່ອນເກີດເຫດລ່ວງໜ້າ ເຫດການນີ້ອາດຈະບໍ່ເກີດຂຶ້ນ.” ລາວກ່າວຕໍ່ໄປວ່າ “ອັນນີ້ໄດ້ເກີດຂຶ້ນ ຍ້ອນຕຳຫຼວດບໍ່ໄດ້ຖືກສົ່ງໄປປະຈຳການ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG