ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກແຮງງານ ກຳປູເຈຍ ເດີນທາງ ກັບຄືນ ໄປເຮັດວຽກ ຢູ່ໄທອີກ


ທ່ານ Hor Namhong ລັດຖະມົນຕີຕ່າງປະເທດກຳປູເຈຍ, ຂ້າງຂວາ, ກ່າວຖ້ອຍຖະແຫຼງ ຂະນະທີ່ ຄູ່ຕຳແໜ່ງ ຈາກໄທ
ທ່ານສີຫາສັກ ພວງເກດແກ້ວ ນັ່ງຟັງ ໃນລະຫວ່າງກອງປະຊຸມ
ຕ່ໍນັກຂ່າວ ທີ່ນະຄອນຫຼວງພະນົມເປັນ ກຳປູເຈຍ, ວັນທີ 1 ກໍລະກົດ 2014.
ທ່ານ Hor Namhong ລັດຖະມົນຕີຕ່າງປະເທດກຳປູເຈຍ, ຂ້າງຂວາ, ກ່າວຖ້ອຍຖະແຫຼງ ຂະນະທີ່ ຄູ່ຕຳແໜ່ງ ຈາກໄທ ທ່ານສີຫາສັກ ພວງເກດແກ້ວ ນັ່ງຟັງ ໃນລະຫວ່າງກອງປະຊຸມ ຕ່ໍນັກຂ່າວ ທີ່ນະຄອນຫຼວງພະນົມເປັນ ກຳປູເຈຍ, ວັນທີ 1 ກໍລະກົດ 2014.

ພວກ​ແຮງ​ງານ​ກຳປູ​ເຈຍ​ກຳລັງ​ພາກັນ​ກັບ​ຄືນ​ໄປ​ຍັງ​ໄທ ຫຼັງ​ຈາກ​
ໄດ້ອົບ​ພະຍົບໜີ​ຢ່າງ​ຂະໜານ​ໃຫຍ່​ໃນ​ຮອບ 6 ສັບປະດາ​ຜ່ານ​ມາ
ຊຶ່ງ​ກະ​ປະມານ​ວ່າ​ມີ 2 ​ແສນ​ຄົນ ​ພາກັນ​ຫລັ່ງ​ໄຫລ ​ກັບ​ຄືນບ້ານ
​ເກີດ​ເມືອງນອນ​ຂອງ​ເຂົາ​ເຈົ້າ ຍ້ອນມີ​ຄວາມ​ຢ້ານ​ກົວ ​ຂ່າວ​ຊ່າ​ລື
ທີ່​ວ່າ​ ລັດຖະບານ​ໄທ ​ຈະ​ທຳ​ການ​ປາບ​ປາມ​ພວກ​ແຮງ​ງາ​ນຕ່າງ​
ດ້າວ​ນັ້ນ.

ທີ່​ນະຄອນຫຼວງ​ພະນົມ​ເປັນ ທ່ານ Hor Namhong ລັດຖະມົນ
ຕີ​ຕ່າງປະ​ເທດ​ກຳປູ​ເຈຍ ກ່າວ​ຕໍ່ຄູ່​ຕຳ​ແໜ່​ງຈາກ​ໄທ ທີ່​ກຳລັງທຳ
​ການຢ້ຽມຢາມກຳປູ​ເຈຍວ່າ ມີ​ພວກ​ແຮງ​ງານ​ກຳປູ​ເຈຍ​ຢ່າງ​ໜ້ອຍ
10 ພັນ​ຄົນ​ກຳລັງ​ຂໍ​ວີ​ຊາ ພາຍ​ໃຕ້​ການ​ດຳ​ເນີນ​ຂັ້ນ​ຕອນ​ ທີ່ປັບປຸງ​ໃໝ່. ມີ​ພວກ​ແຮງ​ງານ​ຫຼາຍ​ຄົນ​ແລ້ວ​ ໄດ້​ກັບ​ຄືນ​ໄປ​ໄທ​.

ທ່ານ​ສີ​ຫາ​ສັກ ພວງ​ເກດ​ແກ້ວ ລັດຖະມົນຕີ​ຮັກສາ​ການ​ ກະຊວງ​ການ​ຕ່າງປະ​ເທດ​ໄທ
ກ່າວ​ວ່າ ພວກ​ຊາວ​ກຳປູ​ເຈຍ ຈະ​ສາມາດໄດ້​ຮັບ​ວີ​ຊາຂໍ​ເຮັດ​ວຽກ​ເຮັດ​ການ​ໄດ້​ພາຍ​ໃນ​
ນຶ່ງ​ມື້ ຈັດການ​ໂດຍ​ພວກ​ສູນ​ລົງທະບຽນ​ແຮງ​ງານ​ເລາະ​ຊາຍ​ແດນ​ນັ້ນ.

​ໃນ​ສັບປະດາ​ແລ້ວ​ນີ້ ກຳປູ​ເຈຍ​ປະກາດ​ເກັບ​ຄ່າ​ທຳນຽມ​ທີ່​ຕໍ່າລົງ​ສຳລັບໜັງສືຜ່ານ​ແດນ
​ແລະ​ເອກະສານ​ອື່ນໆ​ເພື່ອ​ເຂົ້າ​ໄປ​ໃນ​ໄທ​ນັ້ນ.

ມີ​ຂ່າວ​ຊ່າ​ລື​ຕ່າງໆ ວ່າ​ພວກ​ເຈົ້າ​ໜ້າ​ທີ່​ໄທ ​ໄດ້​ໃຊ້​ອຳນາດ​ເກີນ​ຂອບ​ເຂດແລະ​ທຳ​ການ​
ຈັບ​ກຸມ​ພວກ​ແຮງ​ງານ​ຕ່າງ​ດ້າວ​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ພວກ​ຊາວ​ກຳປູ​ເຈຍ​
ອົບ​ພະຍົບກັບ​ຄືນ​ປະ​ເທດ​ຄັ້ງ​ໃຫຍ່. ​ແຕ່​ລັດຖະບານ​ໄທ ຊຶ່ງ​ໄດ້​ກໍ່​ລັດຖະປະຫານ​ໃນ​ທ້າຍ​
ເດືອນ​ພຶດສະພາ​ຜ່ານ​ມານັ້ນ ປະຕິ​ເສດ​ຕໍ່​ຂ່າວທີ່​ວ່າ ມີ​ການ​ຂັບ​ໄລ່​ພວກ​ແຮງ​ງານອອກ​
ຈາກ​ປະ​ເທດ​ນັ້ນ.

XS
SM
MD
LG