ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງ​ຈາກ​ຂົ​ວ​ໄດ້​ພັງ​ລົງ ຜູ້​ປົກ​ຄອງ​ລັດ ​​ຮຽກ​ຮ້ອງຕໍ່​ສະ​ພາ ສະຫະລັດ ​ໃຫ້​ຮັບ​ຜ່ານ​ງົບ​ປະມານ​ເພ​ື່ອ​ສ້າງ​ຄືນໃໝ່


ຂົວ ແຟ​ຣນ​ຊິ​ສ ສ​ກັອດ ຄີ ພັງ​ລົງ​ຫຼັງ​ຈາກ​ຖືກ​ກຳ​ປັ່ນ​ບັນ​ທຸກ​ຕູ້​ສິນ​ຄ້າ​ຕຳ, 31 ມີ​ນາ 2024.
ຂົວ ແຟ​ຣນ​ຊິ​ສ ສ​ກັອດ ຄີ ພັງ​ລົງ​ຫຼັງ​ຈາກ​ຖືກ​ກຳ​ປັ່ນ​ບັນ​ທຸກ​ຕູ້​ສິນ​ຄ້າ​ຕຳ, 31 ມີ​ນາ 2024.

ດ້ວຍ​ປະ​ຕິບັດ​ການ​ເພື່ອ​ເກັບ​ມ້ຽນ​ຊາກ​ຫັກ​ພັງ​ທີ່​ເປັນ​ເຫຼັກຫຼາຍ​ພັນ​ໂຕນ ​ຈາກ​ຂົວ​ທີ່​ໄດ້​ພັງ​ລົງ​ໃນ​ທ່າ​ເຮືອ ບອ​ລ​ຕິ​ມໍ ​ກຳ​ລັງ​ດຳ​ເນີນ​ງານ​ຢູ່, ຜູ້​ປົກ​ຄອງ​ລັດ ແມ​ຣີ​ແລນ ທ່ານ ເວັ​ສ ມົວ ໃນ​ວັນ​ອາ​ທິດ​ວານນີ້ ​ໄດ້​ຮຽກ​ຮ້ອງຕໍ່​ພັກ​ຣີ​ພັບ​ບ​ລິ​ກັນ ​ໃຫ້​ເຮັດ​ວຽກ​ກັບ​ພັກ​ເດ​ໂມ​ແຄ​ຣັດ ເພື່​ອ​ອະ​ນຸ​ມັດ​ທຶນ​ລັດ​ຖະ​ບານ​ກາງທີ່​ຕ້ອງ​ການ ​ເພື່ອ​ສ້າງ​ຂົວ​ຄືນ​ໃໝ່ ແລະ ເພື່ອ​ນຳ​ເອົາ​ເສດ​ຖະ​ກິດ​ຂອງ​ທ່າ​ເຮືອ​ດັ່ງ​ກ່າວ ​ກັບ​ຄືນ​ມາ​ດຳ​ເນີນ​ງານ​ອີກ.

ຂົວ ແຟ​ຣນ​ຊິ​ສ ສ​ກັອດ ຄີ ຂອ​ງ​ນະ​ຄອນ ບອ​ລ​ຕິ​ມໍ ໄດ້​ພັງ​ລົງ​ເມື່ອຕອນ​ເຊົ້າ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ເຮັດ​ໃຫ້ກຳ​ມະ​ກອນສ້ອມ​ແປງ​ຖະ​ໜົນ 6 ຄົນ​ເສຍ​ຊີ​ວິດ, ເວ​ລາ​ທີ່​ກຳ​ປັ່ນ​ບັນ​ທຸກ​ຕູ້​ສິນ​ຄ້າ​ຂະ​ໜາດ​ເທົ່າ​ກັບ​ຫໍ ໄອ​ເຟ​ລ໌ ໄດ້​ສູນ​ເສຍ​ພະ​ລັງ​ງານ ແລະ ຕຳ​ເຂົ້າ​ໃສ່​ເສົາ​ຄ້ຳ​ຂົວ. ຊິ້ນ​ສ່ວນ​ຂອງ​ຂົວ​ສ່ວນຫຼາຍ​ໄດ້​ຕົກ​ລົງ​ໃສ່​ແມ່​ນ້ຳ ພາ​ແທັບ​ສ​ໂຄ, ກີດ​ກັ້ນ​ຊ່ອງ​ທາງ​ການ​ຂົນ​ສົ່ງ​ຂອງ​ທ່າ​ເຮືອ​ນະ​ຄອນ ບອ​ລ​ຕິ​ມໍ ນັ້ນ.

ລັດ​ຖະ​ບານ​ທ່ານ ໄບເດັນ ໄດ້​ປະ​ກາດ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ໃນ​ເບື້ອງ​ຕົ້ນ 60 ລ້ານ​ໂດ​ລາ ​ເມື່ອ​ວັນ​ພະ​ຫັດ​ແລ້ວນີ້​ ເພື່ອ​ຊ່ວຍ​ເຫຼືອ​ໃນ​ການ​ເກັບ​ກູ້​ຊາກ​ຫັກ​ພັງ​ຂອງ​ຂົວ ແລະ ເປີດ​ທ່າ​ເຮືອ​ດັ່ງ​ກ່າວ​ຄືນ, ເຊິ່ງ​ແມ່ນ​ທ່າ​ເຮືອ​ທີ່​ໃຫຍ່​ທີ່​ສຸດ​ໃນ ສະ​ຫະ​ລັດ ສຳ​ລັບ “ການ​ຂົນ​ຂຶ້ນ​ຂົນ​ລົງ” ລົດຍົນ​ທີ່​ຖືກ​ນຳ​ເຂົ້າ ແລະ ສົ່ງ​ອອກ​ອຸ​ປະ​ກອນ​ການກະເສດ ແລະການ​ກໍ່​ສ້າງ. ທ່າ​ເຮືອ​ນັ້ນ​ຖືກ​ປິດ​ນັບ​ຕັ້ງ​ແຕ່​ວັນ​ອັງ​ຄານ​ເປັນ​ຕົ້ນ​ມາ, ເຮັດ​ໃຫ້​ວຽກ​ງາ​ນ​ຂອງ​ປະ​ຊາ​ຊົນ​ປະ​ມານ 15,000 ຄົນ ​ບໍ່​ມີ​ຄວາມ​ແນ່ນອນ ຜູ້​ທີ່​ອາ​ໄສ​ການ​ປະ​ຕິ​ບັດ​ງານ​ໃນ​ແຕ່​ລະ​ວັນ​ຂອງ​ເຂົາ​ເຈົ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງ​ໄດ້​ບອກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ລັດ ແມ​ຣີ​ແລນ ວ່າ ​ຄ່າ​ໃຊ້​ຈ່າຍ​ສຸດ​ທ້າຍ​ຂອງ​ການ​ສ້າງ​ຂົວ​ຄືນ​ອາດ​ສູງ​ເຖິງ​ຢ່າງ​ໜ້ອຍ 2 ຕື້​ໂດ​ລາ, ອີງ​ຕາມ​ລາຍ​ງານ​ຂອງ​ໜັງ​ສື​ພິມ Roll Call, ທີ່​ໄດ້​ອ້າງ​ເຖິງ​ແຫຼ່ງ​ຂໍ້​ມູນ​ທີ່​ຄຸ້ນ​ເຄີຍ​ກັບ​ການ​ສົນ​ທະ​ນາ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG