ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງຈາກທີ່ ໄດ້ລະເບີດຖິ້ມ ສະຖານທູດ ລະຫວ່າງ ເກົາຫຼີເໜືອ ແລະໃຕ້ແລ້ວ ເກົາຫຼີເໜືອ ຍັງສືບຕໍ່ຫາທາງເກາະຜິດ


ໃນພາບນີ້ຖ່າຍເມື່ອວັນທີ 3 ພຶດສະພາ 2020, ສະແດງໃຫ້ເຫັນ ທຸງຊາດຂອງເກົາຫຼີເໜືອ ທີ່ປິວສະບັດໄປຕາມສາຍລົມ ຢູ່ທີ່ປ້ອມຍາມແຫ່ງນຶ່ງ ໃນເມືອງປາຈູ ຢູ່ເຂດຊາຍແດນຂອງເກົາຫຼີເໜືອ.
ໃນພາບນີ້ຖ່າຍເມື່ອວັນທີ 3 ພຶດສະພາ 2020, ສະແດງໃຫ້ເຫັນ ທຸງຊາດຂອງເກົາຫຼີເໜືອ ທີ່ປິວສະບັດໄປຕາມສາຍລົມ ຢູ່ທີ່ປ້ອມຍາມແຫ່ງນຶ່ງ ໃນເມືອງປາຈູ ຢູ່ເຂດຊາຍແດນຂອງເກົາຫຼີເໜືອ.

ນຶ່ງວັນຫຼັງຈາກທີ່ເກົາຫຼີເໜືອໄດ້ລະເບີດຖິ້ມ ສະຖານທູດລະຫວ່າງເກົາຫຼີເໜືອແລະໃຕ້ ຕາມສະພາບຄວາມເປັນຈິງ ຊຶ່ງເກົາຫຼີເໜືອໄດ້ສືບຕໍ່ທະວີການກົດດັນດ້ານການທະຫານຕໍ່ເກົາຫຼີໃຕ້ ໂດຍການປະກາດສົ່ງກຳລັງທະຫານຂອງຕົນໄປປະຈຳການຢູ່ໃກ້ເຂດຊາຍຄືນໃໝ່ ແລະໄດ້ປະຕິເສດຢ່າງໂມໂຫ ຕໍ່ຂໍ້ສະເໜີທີ່ຈະສົ່ງຄະນະທູດພິເສດໄປເຈລະຈາ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງຂອງໂຊລ.

ມາເຖິງວັນພຸດມື້ນີ້ ກອງທັບຂອງເກົາຫຼີເໜືອ ຈະກັບຄືນເຂົ້າໄປໃນພື້ນທີ່ໃກ້ກັບພູກຸມກັງ ຊຶ່ງເປັນພື້ນທີ່ຕາກອາກາດ ຫຼື ຣີສອດ ແລະເຂດອຸດສາຫະກຳແກຊົງ ອີງຕາມການກ່າວຂອງໂຄສົກປະຈຳກອງທັບປະຊາຊົນເກົາຫຼີເໜືອ ທີ່ລາຍງານໂດຍອົງການຂ່າວສູນກາງຂອງທາງການ ຫຼື KCNA.

ນອກຈາກນັ້ນແລ້ວ ພວກປ້ອມຍາມ ຊຶ່ງໃນເມື່ອກ່ອນໄດ້ຖືກປະຖິ້ມນັ້ນ ກໍ “ຈະຖືກຕັ້ງຂຶ້ນຄືນອີກເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍຍາມເບິ່ງເຂດແນວໜ້າ” ແລະເກົາຫຼີເໜືອ ຍັງຈະເລີ້ມຄືນ “ການຊ້ອມລົບທາງທະຫານ ທຸກປະເພດເປັນປົກກະຕິ” ຢູ່ໃກ້ກັບເຂດຊາຍແດນທາງທະເລຂອງປະເທດ ທີ່ຕິດກັບເກົາຫຼີໃຕ້ ອີງຕາມການລາຍງານຂອງອົງການຂ່າວ KCNA.

ບວກເຂົ້າກັບການເຄື່ອນໄຫວຂອງຕົນ ຕະຫຼອດໄລຍະນຶ່ງອາທິດຜ່ານມານັ້ນ ເກົາຫຼີເໜືອ ບັດນີ້ ໄດ້ຕ່າວປີ້ນຜົນສຳເລັດຕ່າງໆທີ່ຕົນໄດ້ເຮັດຜ່ານມາ ໃນຊ່ວງການພົບປະຫຼາຍຄັ້ງຕະຫຼອດມາ ໃນປີ 2018 ລະຫວ່າງ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ແລະປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ.

ໃນວັນອັງຄານວານນີ້ ເກົາຫຼີເໜືອໄດ້ນຳໃຊ້ລະເບີດພາຍໃຕ້ການຄວບຄຸມ ເພື່ອ ທຳລາຍສູນກາງການປະສານງານ ລະຫວ່າງເກົາຫຼີເໜືອ ແລະໃຕ້ ທີ່ຕັ້ງຢູ່ບໍ່ໄກຈາກເຂດຊາຍແດນ. ເມື່ອອາທິດແລ້ວນີ້ ພຽງຢາງ ໄດ້ກ່າວວ່າ ຕົນຈະຕັດທຸກຊ່ອງທາງຂອງການຕິດຕໍ່ທີ່ເປັນທາງການກັບໂຊລ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG