ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ປາແລສໄຕນ໌ ວ່າ ຕົນຢຸດ ໂຈມຕີດ້ວຍຈະຫຼວດ ຫຼັງຈາກ ອີຈິບ ໄດ້ ໄກ່ເກ່ຍ ສັນຍາສະຫງົບເສິກ


ລະເບີດແຕກຂຶ້ນ ເຫັນໄດ້ ໃນລະຫວ່າງ ທີ່ມີການໂຈມຕີ ທາງອາກາດ ໂດຍອິສຣາແອລ ຢູ່ໃນເຂດກາຊາ ຂອງປາແລສໄຕນ໌, ວັນທີ 27 ຕຸລາ 2018.
ລະເບີດແຕກຂຶ້ນ ເຫັນໄດ້ ໃນລະຫວ່າງ ທີ່ມີການໂຈມຕີ ທາງອາກາດ ໂດຍອິສຣາແອລ ຢູ່ໃນເຂດກາຊາ ຂອງປາແລສໄຕນ໌, ວັນທີ 27 ຕຸລາ 2018.

ພວກຫົວຮຸນແຮງ ປາ​ແລສໄຕນ໌ ໄດ້ກ່າວໃນວັນເສົາມື້ນີ້ ວ່າ ພວກເຂົາ ຈະຢຸດການໂຈມຕີ
ດ້ວຍຈະຫຼວດ ຕໍ່ອິສຣາແອລ ຈາກເຂດກາຊາ ຫຼັງຈາກທີ່ ອີຈິບ ໄດ້ໄກ່ເກ່ຍຂໍ້ຕົກລົງຢຸດຍິງ
ແລ້ວ.

ທ້າວ ດາວູລດ໌ ຊີຮັບ ໂຄສົກຂອງກຸ່ມນັກລົບເພື່ອສາສະໜາຂອງອິສລາມ ຫຼື Islamic
Jihad ເວົ້າວ່າ “ສັນຍາສະຫງົບເສິກຢ່າງຄົບຖ້ວນ ບັນລຸກັນແລ້ວ ຊຶ່ງໄດ້ມີຜົນບັງຄັບ
ໃຊ້ໃນທັນທີ ໃນການແລກປ່ຽນກັບການຢຸດຮຸກຮານໂດຍອິສຣາແອລ.”

ບໍ່ມີການຢັ້ງຢືນໃດໆໃນທັນທີເທື່ອ ຈາກອິສຣາແອລ.

ຜູ້ປະທ້ວງ ຊາວປາແລັສໄຕນ໌ ຄົນນຶ່ງກຳລັງແລ່ນໜີ ໃນລະຫວ່າງ ການປະທ້ວງເພື່ອຮຽກຮ້ອງໃຫ້ຍົກເລີກ ການປິດເຂດ ກາຊາ, ຢູ່ທີ່ເຂດຮົ້ວຂັ້ນຊາຍແດນ ລະຫວ່າງ ອິສຣາແອລ ແລະ ກາຊາ, ວັນທີ 26 ຕຸລາ 2018.
ຜູ້ປະທ້ວງ ຊາວປາແລັສໄຕນ໌ ຄົນນຶ່ງກຳລັງແລ່ນໜີ ໃນລະຫວ່າງ ການປະທ້ວງເພື່ອຮຽກຮ້ອງໃຫ້ຍົກເລີກ ການປິດເຂດ ກາຊາ, ຢູ່ທີ່ເຂດຮົ້ວຂັ້ນຊາຍແດນ ລະຫວ່າງ ອິສຣາແອລ ແລະ ກາຊາ, ວັນທີ 26 ຕຸລາ 2018.


ອິສຣາແອລ ໄດ້ກ່າວໃນວັນເສົາມື້ນີ້ ວ່າ ຕົນເຊື່ອວ່າ ຊີເຣຍ ແລະ ອີຣ່ານ ແມ່ນຮັບຜິດ
ຊອບ ໃນການສັ່ງໃຫ້ໂຈມຕີດ້ວຍຈະຫຼວດ ຕໍ່ອິສຣາແອລ ຈາກເຂດກາຊາ ທີ່ໄດ້ເລີ້ມຕົ້ນ
ຂຶ້ນ ໃນວັນສຸກວານນີ້ ແລະ ໄດ້ດຳເນີນໄປຈົນເຖິງວັນເສົາມື້ນີ້.

ພັນໂທ ຈອນນາຕັນ ຄອນຣິກັສ ໂຄສົງກອງທັບອິສຣາແອລ ໄດ້ກ່າວໃນວັນເສົາມື້ນີ້ ວ່າ
ກອງກຳລັງ ອາລ ຄຸດສ ຂອງອີຣ່ານ ປະຈຳການຢູ່ໃນຊີເຣຍ ໄດ້ອອກຄຳສັ່ງໃຫ້ ກຸ່ມນັກ
ລົບຈີຮາດ ອິສລາມ ເປີດສາກໂຈມຕີດ້ວຍຈະຫຼວດ ຕໍ່ອິສຣາແອລ.

ພັນໂທ ຄອນຣິກັສ ໄດ້ເວົ້າວ່າ “ພວກເຮົາໄດ້ເຫັນ ແລະ ສາມາດເຊື່ອມໂຍງ ໄດ້ຢ່າງ
ຊັດເຈນ ການຕິດຕໍ່ ລະຫວ່າງ ກາຊາ ແລະ ດາມາກັສ.”

ພັນໂທ ຄອນຣິກັສ ໄດ້ກ່າວອີກວ່າ ອິສຣາແອລ ຈະຖືວ່າ ກຸ່ມຮາມັສ ເປັນຜູ້ຮັບຜິດຊອບ
ສຳລັບການໂຈມຕີດັ່ງກ່າວ ເຖິງແມ່ນວ່າ ມັນເປັນການປະຕິບັດການ ໂດຍກຸ່ມຈີຮາດ
ອິສລາມ ກໍຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG