ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງຈາກກ່າວໂຈມຕີ ປະເທດຕາເວັນຕົກແລ້ວ, ລັດຖະມົນຕີ ຕ່າງປະເທດ ກຳປູເຈຍ ກໍໄດ້ຜ່ອນເບົາ ນໍ້າສຽງລົງ


ລັດຖະມົນຕີການຕ່າງປະເທດ ກຳປູເຈຍ ທ່ານ Prak Sokhon ກ່າວຄຳປາໄສທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 72 ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນິວຢອກ, ສະຫະລັດ ອາເມຣິກາ. 22 ກັນຍາ, 2017.
ລັດຖະມົນຕີການຕ່າງປະເທດ ກຳປູເຈຍ ທ່ານ Prak Sokhon ກ່າວຄຳປາໄສທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 72 ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນິວຢອກ, ສະຫະລັດ ອາເມຣິກາ. 22 ກັນຍາ, 2017.

ລັດຖະມົນຕີການຕ່າງປະເທດຂອງ ກຳປູເຈຍ ໄດ້ດຳເນີນການເວົ້າໂຈມຕີຢ່າງຮຸນແຮງ
ໃສ່ລະບອບການປົກຄອງປະເທດຕາເວັນຕົກ, ໂດຍເອີ້ນເຂົາເຈົ້າວ່າ ຫຼອກລວງ ແລະ
ມີແຕ່ສົນໃຈໃນການສົ່ງເສີມສິດທິມະນຸດ ແລະ ປະຊາທິປະໄຕ ໃນເວລາທີ່ມີຜົນປະ
ໂຫຍດໃຫ້ແກ່ເຂົາເຈົ້າເອງ.

ລັດຖະມົນຕີການຕ່າງປະເທດ ທ່ານ Prak Sokhon ໄດ້ກ່າວໃນກອງປະຊຸມສະມັດຊາ
ໃຫຍ່ສະຫະປະຊາຊາດ ສະໄໝທີ 72 ໃນສັບປະດາທີ່ຜ່ານມາວ່າ ບັນຫາສິດທິມະນຸດ
ແລະ ປະຊາທິປະໄຕ ແມ່ນໄດ້ຖືກຍົກຂຶ້ນມາພຽງແຕ່ “ຍາມທີ່ຜົນປະໂຫຍດໂດຍສະ
ເພາະເຈາະຈົງຂອງມະຫາອຳນາດໃຫຍ່ບາງປະເທດໄດ້ຕົກຢູ່ໃນຄວາມສ່ຽງເທົ່ານັ້ນ."

ທ່ານໄດ້ກ່າວເພີ່ມເຕີມວ່າ “ບໍ່ເຊັ່ນນັ້ນ, ເຂົາເຈົ້າກໍຈະມິດງຽບໄປຢ່າງສິ້ນເຊີງ, ແລະ ມັກ
ຈະລວມຫົວກັນມິດງຽບ.”

ຄຳເຫັນຕ່າງໆໄດ້ມີຂຶ້ນ ຖ່າມກາງການກ່າວຕໍ່ຕ້ານ ອາເມຣິກາ ທີ່ເພີ່ມຂຶ້ນຢ່າງວ່ອງໄວ
ຈາກລັດຖະບານນາຍົກລັດຖະມົນຕີ ຮຸນ ເຊັນ, ເຊິ່ງໄດ້ຈັບຜູ້ນຳຂອງພັກຝ່າຍຄ້ານເຂົ້າ
ຄຸກ ໃນຂໍ້ຫາລວມຫົວ ສົມຮູ້ຮ່ວມຄິດກັບ ສະຫະລັດ ເພື່ອໂຄ່ນລົ້ມນາຍົກຜູ້ທີ່ກຳອຳ
ນາດເປັນເວລາດົນນານ.

ໃນການສຳພາດພິເສດກັບ ວີໂອເອ ພາສາ ກຳປູເຈຍ ນັ້ນ, ທ່ານ Sokhone ໄດ້ອ່ອນ
ນ້ອມຄຳເວົ້າຂອງທ່ານລົງ, ໂດຍກ່າວວ່າ ກຳປູເຈຍ ຢາກ “ມີສາຍພົວພັນທີ່ປົກກະຕິ”
ກັບ ສະຫະລັດ, ຢ່າງໜ້ອຍກັບຄືນສູ່ລະດັບດັ້ງເດີມ.”

ທ່ານ Sokhon ໄດ້ກ່າວໂຈມຕີສື່ມວນຊົນສາກົນ ໃນການບັນຍາຍ ກ່ຽວກັບ ການປາບ
ປາມຜູ້ທີ່ບໍ່ເຫັນດີກັບລັດຖະບານໃນ ກຳປູເຈຍ.

ທ່ານໄດ້ກ່າວຕໍ່ວີໂອ ລຸນຫຼັງກອງປະຊຸມສະມັດຊາໃຫຍ່ວ່າ ສື່ມວນຊົນສາກົນໄດ້ໃຫ້
ການລາຍງານ “ຝ່າຍດຽວ” ກ່ຽວກັບ ເຫດການຕ່າງໆທີ່ໄດ້ເກີດຂຶ້ນໃນ ກຳປູເຈຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG