ຫຼັງຈາກປະທານາທິບໍດີດໍໂນລ ທຣຳ ໄດ້ປະກາດໃຫ້ການລະບາດຂອງໄວຣັສໂຄໂຣນາ
ຫຼືໂຄວິດ 19 ເປັນພາວະສຸກເສີນແຫ່ງຊາດ ໃນວັນສຸກຜ່ານມານີ້ແລ້ວ ປະຊາຄົມລາວ
ໃນເຂດຕ່າງໆ ກໍໄດ້ປະຕິບັດຕາມຢ່າງເຂັ້ມງວດ ຍ້ອນວ່າລະດູນີ້ ກຳລັງຈະກ້າວເຂົ້າສູ່
ການສະຫລອງວັນປິໃໝ່ລາວໃນເດືອນໜ້າ ແລະການເຮັດບຸນສິນກິນທານຕາມວັດແຫ່ງ
ຕ່າງໆ ໄດ້ຖືກປະກາດໃຫ້ມີການເລື່ອນເວລາອອກໄປ ຫຼືໂຈະໄວ້ເປັນການຊົ່ວຄາວ ຮວມ
ທັງຢູ່ທີ່ວັດລາວ ໃນລັດອາແກນຊໍນຳດ້ວຍ. ພະອາຈານພົງ ຈັນທະຊາໂຣ ຈາກວັດລາວ
ສັນຕິທັມໃນເຂດເມືອງຟອດສະມິດ ລັດອາແກນຊໍກ່າວວ່າ:
“ເນື່ອງຈາກວ່າໄວຣັສໂຄວິດ 19 ນີ້ລະບາດ ຫຼາຍໆເມືອງ ເມືອງຟອດສະມິດເຮົານີ້ກາ
ໂຮງຮຽນ ມະຫາວິທະຍາໄລເຂົາ ແລະກໍຮາຍສະຄູລ ກໍໄດ້ປິດລົງໄປ ແລະກາປະທານ
ວັດ ແລະຄູບາອາຈານຢູ່ໃນວັດ ກາຕົກລົງກັນວ່າ ພວກເຮົາຈະບໍ່ຊຸມນຸມກັນເກີນກວ່າ
ສິບກວ່າຄົນ ຫຼືວ່າຮ້ອຍຄົນຂຶ້ນໄປ ກະເລີຍວ່າ ງານຂອງເຮົານີ້ມັນຊິຫຼາຍຄົນຂຶ້ນໄປ
ຢ້ານຕິດໂຄວິດ 19 ນີ້ ຄູບາອາຈານກໍເລີຍວ່າ ງົດ ຍົກເລີກບໍ່ໃຫ້ເຮັດກິດຈະກຳອີກ.”
ຢູ່ທີ່ວັດລາວພຸດທະວົງ ຂົງເຂດນະຄອນຫຼວງວໍຊິງຕັນ ກໍໄດ້ມີການເລື່ອນພິທີທາງສາ
ສະໜາ ອອກໄປ ແລະຢູ່ໃນບາງເຂດ ການສະຫຼອງບຸນປີໃໝ່ລາວກໍໄດ້ມີການເລື່ອນ
ເວລາ ເຊັ່ນດຽວກັນ.
ມາຮອດເຊົ້າວັນຈັນມື້ນີ້ ມີຫຼາຍກວ່າ 169,000 ກໍລະນີຕິດເຊື້ອໄວຣັສໂຄວີດ-19 ແລະ
ຜູ້ເສຍຊີວິດຍ້ອນເຊື້ອໄວຣັສດັ່ງກ່າວ 6,523 ຄົນ.