ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼັງຈາກທີ່ ທ່ານອາເບະ ຖືກສັງຫານ, ພັກຂອງທ່ານ ປາກົດວ່າ ໄດ້ຮັບໄຊຊະນະຢ່າງໃຫຍ່ ໃນການເລືອກຕັ້ງ

ທ່ານຟູມີໂອະ ຄີຊີດະ, ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະປະທານພັກເສລີປະຊາທິປັດ ຫຼື LDP, ກ່າວຖະແຫລງ ຫຼັງຈາກທີ່ໄດ້ຕິດດອກກຸຫຼາບເຈ້ຍສີແດງໃສ່ຊື່ຜູ້ສະໝັກຂອງພັກ LDP, ເພື່ອບົ່ງບອກເຖິງໄຊຊະນະ ໃນສະພາສູງ ຢູ່ທີ່ສຳນັກງານໃຫຍ່ຂອງພັກໃນນະຄອນຫຼວງໂຕກຽວ, ວັນທີ 10 ກໍລະກົດ 2022.

ພັກອະນຸລັກນິຍົມ ໃນ​ລັດ​ຖະ​ບານ​ປະ​ສົມທີ່ປົກຄອງປະເທດໃນປັດຈຸບັນ ປາກົດວ່າ ເປັນໄປໄດ້ສູງທີ່ຍັງຄົງຮັກສາສຽງສ່ວນຫຼາຍຂອງຕົນໃນສະພາສູງຢູ່ ໃນການເລືອກຕັ້ງເມື່ອວັນອາທິດວານນີ້ ທີ່ມີ​ຂຶ້ນສອງວັນຫຼັງຈາກການລອບສັງຫານອະດີດນາຍົກລັດຖະມົນຕີ ຊິນໂຊ ອາເບະ.

ພັກເສລີປະຊາທິປັດ ຫຼື LDP ທີ່ປົກຄອງປະເທດໃນປັດຈຸບັນ ແລະຄູ່ພັນທະມິດລຸ້ນນ້ອງຂອງຕົນ ກໍຄືພັກ ໂກເມອີໂຕະ (Komeito) ​ໄດ້ຄາດຄະເນວ່າ ຈະຊະນະທີ່ນັ່ງ ໃນສະພາທີ່ປຶກສາ ຫຼາຍກວ່າເຄິ່ງນຶ່ງ ອີງຕາມການຢັ່ງຫາງສຽງຂອງຜູ້ປ່ອນບັດແລ້ວ ໂດຍໂຄສົກຂອງລັດ ປະຈຳອົງການຂ່າວ NHK ແລະ Kyodo.

ອີງຕາມການຢັ່ງຫາສຽງດັ່ງກ່າວນັ້ນ ພົບວ່າ ພວກກຸ່ມທີ່ສະໜັບສະໜຸນໃຫ້ແກ້ໄຂລັດຖະທຳມະນູນແບບສັນຕິຂອງຍີ່ປຸ່ນ ແມ່ນຄາດກັນວ່າ ຍັງຈະຮັກສາທີ່ນັ່ງ 2 ສ່ວນ 3 ຂອງສະພາສູງໄວ້ຢູ່ ຊຶ່ງເປັນຂີດຈຳກັດສຳຄັນ ທີ່ອາດເຮັດໃຫ້ການແກ້ໄຂລັດຖະທຳມະນູນ ເປັນໄປໄດ້ສູງຂຶ້ນ.

ນາຍົກລັດຖະມົນຕີ ຟູມີໂອະ ຄີຊີດະ ກ່າວຕໍ່ສື່ມວນຊົນ ຢູ່ທີ່ທຳນຽບນາຍົກລັດຖະມົນຕີ ໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 8 ກໍລະກົດ 2022.
ນາຍົກລັດຖະມົນຕີ ຟູມີໂອະ ຄີຊີດະ ກ່າວຕໍ່ສື່ມວນຊົນ ຢູ່ທີ່ທຳນຽບນາຍົກລັດຖະມົນຕີ ໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 8 ກໍລະກົດ 2022.

ຜົນທີ່ອອກມາ ຈະສະໜອງການຊຸກຍູ້ຂະໜາດໃຫຍ່ໃຫ້ແກ່ນາຍົກລັດຖະມົນຕີ ຟູມີໂອະ ຄີຊີດະ ຜູ້ທີ່ໄດ້ຮັບການຊີ້ນຳແລະສະໜັບສະໜຸນໂດຍທ່ານອາເບະ ທີ່ໄດ້ຈັດຕັ້ງປະຕິບັດ ນະໂຍບາຍການຕ່າງປະເທດທີ່ໜັກແໜ້ນກວ່າ ແລະຕ້ອງ ການເສີມຂະຫຍາຍການໃຊ້ຈ່າຍດ້ານການປ້ອງປະ​ເທດຢ່າງໃຫຍ່.

ພັກ LDP ຊຶ່ງໄດ້ປົກຄອງຍີ່ປຸ່ນ ເກືອບວ່າຢ່າງຕໍ່ເນື່ອງມາໄດ້ເກີນກວ່າ 6 ທົດສະວັດ ແລະເປັນທີ່ຄາດໝາຍຢ່າງກວ້າງຂວາງວ່າ ຈະໄດ້ຮັບໄຊຊະນະຢ່າງແນ່ນອນ. ແຕ່ບັນດານັກສັງເກດການ ກຳລັງເບິ່ງວ່າ ການເສຍຊີວິດຂອງທ່ານອາເບະ ຈະກະຕຸ້ນໃຫ້ມີການລົງຄະແນນສຽງຍ້ອນຄວາມເຫັນອົກເຫັນໃຈໃຫ້ແກ່ພັກຫຼືບໍ່.

ທ່ານອາເບະ ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງຍີ່ປຸ່ນຍາວນານທີ່ສຸດ ໄດ້ຖືກຍິງ ແລະເສຍຊີວິດໃນວັນສຸກຜ່ານມານີ້ ໃນຂະນະທີ່ໂຄສະນາຫາສຽງຢູ່ຖະໜົນເສັ້ນນຶ່ງໃນເມືອນາຣາ ຂອງຍີ່ປຸ່ນ. ເຖິງແມ່ນວ່າ ການໂຄສະນາຫາສຽງໂດຍສ່ວນໃຫຍ່ແລ້ວ ໄດ້ຍຸຕິລົງຫຼັງຈາກການລອບສັງຫານທ່ານອາເບະ ແຕ່ການລົງຄະແນນສຽງກໍໄດ້ດຳເນີນໄປຕາມແຜນການທີ່ວາງໄວ້. ທ່ານຄີຊີດະ ໄດ້ກ່າວວ່າ ປະເທດຊາດຕ້ອງ “ປົກປ້ອງປະຊາທິປະໄຕ ໂດຍບໍ່ມີການຍອມແພ້ຕໍ່ຄວາມຮຸນແຮງ.”

ທ້າວເທັດຊູຢາ ຢາມາກາມິ, ຢູ່ລຸ່ມ, ຖືກຄວບຄຸມໂຕ ຢູ່ໃກ້ໆສະຖານທີ່ຍິງສັງຫານ ໃນເຂດເທດສະບານ ນາຣາ ທາງພາກຕາເວັນຕົກ ຂອງຍີ່ປຸ່ນ, ວັນທີ 8 ກໍລະກົດ 2022.
ທ້າວເທັດຊູຢາ ຢາມາກາມິ, ຢູ່ລຸ່ມ, ຖືກຄວບຄຸມໂຕ ຢູ່ໃກ້ໆສະຖານທີ່ຍິງສັງຫານ ໃນເຂດເທດສະບານ ນາຣາ ທາງພາກຕາເວັນຕົກ ຂອງຍີ່ປຸ່ນ, ວັນທີ 8 ກໍລະກົດ 2022.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG