ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫລັງຈາກ​​ໄດ້ກະກຽມມາຕະຫຼອດຊີວິດ ໃນທີ່ສຸດ ເຈົ້າຊາຍຊາລສ໌ ກໍ​ໄດ້​ຂຶ້ນສະ​ເຫວີຍ​ຣາດ

(ພາບ​ໃນ​ແຟມ) ເຈົ້າ​ຊາຍ​ຊາລ​ສ໌ ຊົງ​ນັ່ງ​ຢູ່​ຂ້າງ​ມົງ​ກຸດ​ຂອງ​ພະ​ຮາ​ຊີ​ນີໃນ​ຂະ​ນະ​ທີ່​ມີ​ການ​ເປີດ​ພິ​ທີ​ຢ່າງ​ເປັນ​ທາງ​ການ​ຂອງ​ສະ​ພາ ໃນ​ພະ​ຣາ​ຊ​ວັງ Westminster ຢູ່​ນະ​ຄອນ​ຫລວງ​ລອນດອນ, 10 ພຶດ​ສະ​ພາ, 2022.

ເຈົ້າຊາຍຊາລສ໌​ (Charles) ໄດ້ກະກຽມເພື່ອ​ຈະ​ໄດ້​ສວມມົງກຸດ​ມາຕະຫຼອດຊີວິດຂອງພະ​ອົງ. ດຽວນີ້, ເມື່ອ​ອາ​ຍຸ​ໄດ້ 73 ປີ ໃນ​ທີ່ສຸດເວ​ລານັ້ນ​ ກໍມາ​ເຖິງ, ​ຕາມການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ (AP).

ເຈົ້າຊາຍຊາລສ໌, ຜູ້ທີ່ມີອາຍຸສູງທີ່ສຸດທີ່ຂຶ້ນສະ​ເຫວີຍ​ຣາດຂອງອັງກິດ ໄດ້ກາຍເປັນກະ ສັດຊາ​ລສ໌ທີ III ໃນວັນພະຫັດວານນີ້ ຫຼັງຈາກການສິ້ນ​ພະ​ຊົນຂອງພະ​ມານ​ດາຂອງພະ​ອົງ ກໍ​ຄື​ພະ​ຣາ​ຊີ​ນີ ເອ​ລີ​ຊາ​ແບັດ (Elizabeth) ທີ II. ຍັງບໍ່​ມີກໍາ​ນົດວັນ​ເວ​ລາ​ທີ່​ຈະ​ຈັດພິ​ທີ​ຣາ​ຊາ​ພິ​ເສດ​ເພື່ອ​ຂຶ້ນ​ສະ​ເຫວີຍ​ຣາດຂອງ​ພຣະ​ອົງເທື່ອ​.

ເຈົ້າຊາຍ Charles ຂອງ​ອັງ​ກິດ ແລະ​ເຈົ້າ​ສາວ​ຂອງ​ພະ​ອົງ​ ຄື​ເຈົ້າຍິງ Diana, ຊຶ່ງ​ເປັນ​ເຈົ້າ​ຍິງ​ແຫ່ງ Wales ໄດ້​ຖ່າຍ​ຮູບ​ໃນ​ງານ​ສົມ​ລົດພວກ​ເພິ່ນ​ຢູ່​ລະ​ບຽງຂອງ​ພະ​ຣາ​ຊ​ວັງ Buckingham ໃນ​ນະ​ຄອນ​ຫລວງ​ລອນດອນ, ວັນ​ທີ 29 ກໍ​ລະ​ກົດ, 1981.

ຫຼັງ​ຈາກ​ການ​ຝຶກແອບ​ທີ່ໄດ້ເລີ້ມ​ຕົ້ນມາ​ແຕ່ຕອນ​ເປັນ​ເດັກ​ນ້ອຍ, ເຈົ້າຊາຍຊາ​ລສ໌ ໄດ້​ຊຶມ​ຊັບຄວາມ​ທັນ​ສະ​ໄຫມ​ຂອງລະ​ບອບ​ການ​ປົກ​ຄອງ​ດ້ວຍ​ຣາ​ຊາ​ຂອງອັງ​ກິດ. ພະ​ອົງເປັນເຊື້ອ​ພະ​ວົງອົງທໍາອິດທີ່ບໍ່ໄດ້ຮັບການສຶກສາຢູ່ໃນ​ພະ​ຣາ​ຊວັງ, ເປັນອົງທໍາອິດທີ່ໄດ້ ຮັບປະລິນຍາຈາກມະຫາວິທະຍາໄລ ແລະເປັນຄົນທໍາອິດທີ່ເຕີບໂຕຂຶ້ນໂດຍ ໄດ້​ຖືກສາຍຕາຈ້ອງມອງ​ເບິ່ງຢ່າງຈົດ​ຈໍ່​ ຈາກສື່ມວນຊົນ ຂະ​ນະ​ທີ່ຄວາມນັບຖືຕໍ່ຣາດ​ຊະ​ວົງໄດ້ຈາງຫາຍໄປ.

ພະ​ອົງຍັງໄດ້ເຮັດ​ໃຫ້​ຫລາຍ​ຄົນ​ຮູ້​ສຶກ​ຫ່າງ​ໄກອອກໄປ ຍ້ອນການຢ່າຮ້າງທີ່ສັບ​ສົນຂອງ ພະ​ອົງກັບເຈົ້າຍິງ​ໄດ​ອາ​ນາ (Diana) ທີ່ເປັນ​ຄົນໄດ້​ຮັບ​ຄວາມຮັກແພງຫຼາຍຈາກປະ​ຊາ​ຊົນ, ແລະເຮັດ​ໃຫ້ກົດລະບຽບທີ່ຫ້າມບັນດາກະສັດແຊກແຊງເຂົ້າ​ໃນວຽກງານຂອງ​ສາ​ທາ​ລະ​ນະ​ຖືກປ່ຽນ​ໄປ ໂດຍ​ການເຂົ້າໄປຮ່ວມການໂຕ້ວາທີ ກ່ຽວກັບບັນຫາຕ່າງໆ ເຊັ່ນການຮັກສາສິ່ງແວດລ້ອມ ແລະການປົກປັກຮັກສາສະຖາປັດຕະຍະກໍາ.

"ດຽວນີ້ ພະ​ອົງໄດ້​ເຫັນ​ວ່າຕົວເອງ ຢູ່ໃນລະດູໃບໄມ້ຫລົ່ນຂອງຊີວິດພະ​ອົງ, ຖ້າທ່ານ​ຢາກ​ຈະ​ເວົ້າ, ຊຶ່ງ​ພະ​ອົງ​ຈະຕ້ອງໄດ້ຄິດຢ່າງລະມັດລະວັງກ່ຽວກັບວິທີທີ່ພະ​ອົງສະແດງ ພາບພົດຂອງຕົນອອກ​ມາ​ໃຫ້​ສັງ​ຄົມ​ເຫັນ​ ວ່າ​ຕົນ​ເອງເປັນແບບ​ໃດ ໃນ​ນາມ​ທີ່​ເປັນ​ຜູ້​ສຳ​ຄັນໃນ​ສາຍ​ຕາ​ຂອງສາທາລະນະຊົນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເອດ ໂອ​ເວນ​ສ໌ (Ed Owens). "ພະ​ອົງບໍ່ມີແງ່​ມຸມໃດທີ່​ຈະໃກ້ກັບພະ​ມານ​ດາຂອງພະ​ອົງເມື່ອ​ເວົ້າ​ເຖິງການ​ມີ​ຊື່​ສຽງ."

ທ່ານໂອ​ເວນ​ສ໌ກ່າວອີກວ່າ ເຈົ້າຊາຍຊາສ໌ຕ້ອງຊອກຫາວິທີທີ່ຈະສ້າງ "ການສະໜັບ ສະໜູນຈາກສາທາລະນະຊົນ, ສ້າງຄວາມຮູ້ສຶກທີ່ຮັກແພງ​" ທີ່ໄດ້ສະແດງເຖິງຄວາມສຳພັນທີ່ຣາ​ຊີ​ນີ​ເອ​ລີ​ຊາ​ແບັດ ມີກັບສາທາລະນະຊົນອັງກິດ.

ເຈົ້າ​ຊາຍ Charles ຂອງ​ອັງ​ກິດ ແລະມ່ອມ​ນາງ Camilla, ພັນ​ລະ​ຍາຂອງ​ພະ​ອົງໄດ້​ໄປ​ເຖິງຜາ​ສາດ Windsor, ໃນ​ເມືອງ Windsor ຂອງ​ອັງ​ກິດ, 13 ມີ​ຖຸ​ນາ, 2022.
ເຈົ້າ​ຊາຍ Charles ຂອງ​ອັງ​ກິດ ແລະມ່ອມ​ນາງ Camilla, ພັນ​ລະ​ຍາຂອງ​ພະ​ອົງໄດ້​ໄປ​ເຖິງຜາ​ສາດ Windsor, ໃນ​ເມືອງ Windsor ຂອງ​ອັງ​ກິດ, 13 ມີ​ຖຸ​ນາ, 2022.

ເວົ້າ​ອີກ​ຢ່າງ​ນຶ່ງ, ເຈົ້າຊາຍຊາລສ໌ ຈະເປັນທີ່ຮັກຫອມຂອງປະ​ຊາ​ກອນຂອງພະ​ອົງ ຫລືບໍ່? ນັ້ນມັນເປັນຄໍາຖາມ ທີ່ຖືກບົດ​ບັງມາຕະຫຼອດຊີວິດຂອງພະ​ອົງ.

​ໂດຍ​ທີ່​ເປັນເດັກຊາຍຂີ້ອາຍ ທີ່ມີພໍ່ທີ່ເປັນ​ຄົນຄວບ​ຄຸມຢູ່, ເຈົ້າຊາຍຊາ​ລສ໌ ໄດ້ເຕີບໂຕຂຶ້ນ​ມາເປັນຜູ້ຊາຍທີ່ບາງຄັ້ງຂີ້ອາຍ, ບໍ່ຄ່ອຍມັກ​ປາກ​ມັກເວົ້າ ແຕ່ມີຄວາມຫມັ້ນໃຈ ໃນຄວາມຄິດເຫັນຂອງຕົນເອງ. ບໍ່ເຫມືອນກັບພະ​ມານ​ດາຂອງພະ​ອົງ, ຜູ້ທີ່ບໍ່​ຍອມສົນ​ທະ​ນາກ່ຽວກັບທັດສະນະຂອງຕົນຢ່າງເປີດເຜີຍ, ເຈົ້າຊາຍຊາລສ໌ໄດ້ກ່າວຄໍາປາໄສ ແລະຂຽນບົດເລື້ອງກ່ຽວກັບບັນຫາທີ່ກົງກັບຄວາມ​ຄິດຂອງພະ​ອົງ ເຊັ່ນການ ປ່ຽນແປງຂອງດິນຟ້າອາກາດ, ພະລັງງານສີຂຽວ ແລະຢາທີ່​ເປັນທາງເລືອກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG