ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງໃນຮົງກົງ ຕຽມຍົກຍ້າຍ ແຕ່ຈະບໍ່ຍອມ ປະລະ ການຕໍ່ສູ້ ເພື່ອປະຊາທິປະໄຕ


ພວກ​ປະ​ທ້ວງທີ່​ຮົງ​ກົງ ພາກັນປະຕິຍານ​ວ່າ ຈະ​ບໍ່​ຍອມປະລະ​
ການ​ຕໍ່ສູ້​ຂອງ​ເຂົາ​ເຈົ້າ ​ເພື່ອ​ປະຕິ​ຮູບປະຊາທິປະ​ໄຕນັ້ນ ​ແມ່ນ
ແຕ່​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຕຽມ​ທຳ​ການ​ຍົກ​ຍ້າຍ​ ອອກ​ໄປ​ຈາກ
ຄ້າຍ​ຜ້າ​ຕັ້ງ ທີ່ເຂົາ​ເຈົ້າ​ໄດ້ຄອບ​ຄອງມາ​ເປັນ​ເວລາ​ກວ່າ​ ສອງ​
ເດືອນ​ແລ້ວນັ້ນ.

ຕຳຫລວດ​ໄດ້ໃຫ້​ເວລາພວກ​ປະ​ທ້ວງ​ ຈົນ​ເຖິງວັນ​ພະຫັດ​ມື້​ອຶ່ນ
ນີ້ ​ເພື່ອ​ໃຫ້ຍົກ ຍ້າຍ​ສິ່ງ​ກີດ​ຂວາງ​ຖະໜົນ ອອກ​ໄປ​ຈາກຄ້າຍ​
ປະ​ທ້ວງສອງ​ບ່ອນ​ທີ່​ຍັງ​ເຫລືອ​ຢູ່ ຄືຢູ່ທີ່​ຄຸ້ມ Admiralty ​ແລະ
ຄຸ້ມ Causeway Bay​.

ຕຳ​ຫລວດ​ຫລາຍ​ພັນ​ຄົນ ພາກັນຕຽມພ້ອມ ​ທີ່​ຈະ​ເຂົ້າ​ໄປ​ຍົກ​ຍ້າຍຜາມ​ຕ່າງໆ​ອອກ​ໄປຫລັງ
​ຈາກ​ສານ​ສູງ​ຂອງຮົ​ງກົງ ​ໄດ້​ຕັດສິນ​ອະນຸຍາດ​ໃຫ້ເຈົ້າ​ໜ້າ​ທີ່ ​ເປີດ​ການ​ສັນຈອນ​ຢູ່​ໃນ​ເຂດ
​ດັ່ງກ່າວຄືນ.

HONG KONG PROTEST VO
please wait
Embed

No media source currently available

0:00 0:02:31 0:00

ພວກ​ປະ​ທ້ວງຫລາຍໆ​ຄົນ ​ໃນ​ຈຳນວນ​ຫລາຍ​ສິບ​ຄົນທີ່​ຍັງ​ເຫລືອ​ຢູ່ ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​
ທຳ​ການຂັດ​ຂືນໃດ​ໆ. ​ແຕ່ກຸ່ມ​ນັກ​ສຶກສາຫົວ​ຮຸນ​ແຮງ​ອື່ນໆ​ໄດ້​ກ່າວ​ເປັນ​ໃນໆວ່າ ​ເຂົາ​ເຈົ້າ
​ອາດ​ຈະ​ປະ​ທະ​ກັບ​ຕຳຫລວດ.

ຕຳຫລວດ​ໄດ້​ໃຊ້​ໄມ້ຄ້ອນ ​ແກັສນໍ້າຕາ ​ແລະ​ສະ​ເປ​ໝາກ​ເພັດ ​ໃນ​ຄວາມ​ພະຍາຍາມຫລາຍໆ
ຄັ້ງທີ່​ຜ່ານ​ມາ ​ເພື່ອທັບ​ມ້າງ​ພວກ​ປະ​ທ້ວງ ຊຶ່ງ​ໃນ​ຈຸດ​ໜຶ່ງ ​ແມ່ນ​ມີ​ຈຳນວນຫລາຍ​ສິບ​ພັນ​ຄົນ.

XS
SM
MD
LG